ໂດຍ: ຄຳເຜີຍ ສີຊະນະມຸງຄຸນ
ຜູ້ຂຽນໄດ້ຕິດຕາມແຫລ່ງຂ່າວປະຈຳວັນຈາກຫລາຍສື່ເຫັນວ່າຂ່າວຄາວກ່ຽວກັບການຕາຍຍ້ອນອຸປະຕິເຫດເກືອບເວົ້າໄດ້ວ່າເປັນປົກກະຕິ.
ຖ້າສະຫລຸບເປັນເດືອນກໍຈະສະເລ່ຍປະມານ 15-20 ຄົນໃນທົ່ວປະເທດ. ອັນນີ້ແມ່ນສະເພາະແຕ່ຕາຍຍ້ອນນ້ຳເມົາແລ້ວຂີ້ສະຫາວຂັບລົດ.
ຖ້າຈະມາບວກເຂົ້າກັບພວກຕາຍເຈັບຕາຍໄຂ້ແລ້ວແຕ່ລະເດືອນກໍຈະຫລາຍສິບຫລາຍຮ້ອຍ, ເຖິງວ່າວົງວຽນຊີວິດຂອງຄົນເຮົາຈະມີເກີດ, ແກ່, ເຈັບ, ຕາຍກໍຂໍຢ່າຕາຍຍ້ອນຄວາມປະໝາດ ເພາະການຕາຍຍ້ອນຄວາມປະໝາດມັນເກີດຂຶ້ນຢ່າງພິບຕາດຽວກໍ
ເຮັດໃຫ້ຊີວິດເຮົາຈິບຫາຍວາຍວອດ. ການຈິບຫາຍດ້ວຍຊັບສິນ, ເງິນຄຳ ຫລື ບາງຄັ້ງມີການເຈັບເປັນ ຫລື ເສຍຊີວິດນັ້ນບໍ່ມີໃຜເພິ່ງປາຖະໜາ
ແຕ່ກໍຈົບຊິ້ນລົງດ້ວຍຄວາມປະໝາດ, ສ່ວນວ່າ
ການເຈັບເປັນ ແລະ ລົ້ມຕາຍຍ້ອນພະຍາດຂອງຜູ້ກ່ຽວນັ້ນກໍຖືວ່າຜ່ານຈາກການເບິ່ງແຍງປິ່ນປົວຂອງ
ຄອບຄົວ, ຍາດຕິພີ່ນ້ອງຢ່າງແຫລກແຫລວຈົນວ່າເກືອບບໍ່ມີຢາມະໂຫສົດໃດໆມາກູ້ເອົາຊີວິດໄວ້ໄດ້.
ເຖິງຢ່າງໃດກໍດີ, ຕາມຜູ້ຂຽນວ່າ:
ບັນຫາອຸປະຕິເຫດທີ່ເກີດຢູ່ບ້ານເຮົາໃນປັດຈຸບັນມັນຈະກາຍເປັນປະເພນີໄປແລ້ວ.
ມີຫລາຍຫາງສຽງກໍເວົ້າວ່າ: ຢາກໃຫ້ຍຸບໂຮງງານເຫລົ້າກັບໂຮງງານເບຍ ວ່າຊັ້ນ !
ເຮົາວ່າຕໍ່ຄຳເຫັນນາໆສາລະທີ່ໄດ້ຍິນ ແລະ ໄດ້ຟັງນັ້ນມັນຍັງບໍ່ທັນຕົງເປະເຕັມຮ້ອຍ, ເປັນຫຍັງຈຶ່ງວ່າແນວ ນັ້ນ ? ຍ້ອນວ່າເຫລົ້າກັບຄົນມັນຢູ່ຄົນລະຢ່າງ. ໃຫ້ພວກເຮົາເຂົ້າໃຈນຳກັນວ່າ:
ເຫລົ້າກັບເບຍເປັນພຽງສິນຄ້າຊະນິດໜຶ່ງສຳລັບໄວ້ໃຫ້ຄົນເຮົາບໍລິໂພກ. ມັນກໍປຽບເໝືອນສິນຄ້າອື່ນໆທີ່ຜະລິດອອກມາ
ເພື່ອໃຫ້ຄົນໄດ້ຊົມໃຊ້,
ຢູ່ໃນບ້ານເຮົາ ຫລືວ່າ ຢູ່ໃນໂລກນີ້ມີຫລາກຫລາຍຊະນິດສິນຄ້າ
ຖ້າເຮົາກິນເຮົາດື່ມ ຫລື ຊົມໃຊ້ຕາມກົດມັນກໍຈະມີຜົນປະໂຫຍດສຳລັບເຮົາ, ແຕ່ກົງກັນຂ້າມ ຖ້າເຮົາກິນເຮົາດື່ມ ຫລື ໃຊ້ເກີນເຫດມັນຈະໃຫ້ໂທດ.
ມັນກໍປຽບເໝືອນເຫລົ້າກັບເບຍ ຖ້າເຮົາກິນໜ້ອຍ ຫລື ກິນພໍພຽງກໍຈະເປັນການບຳລຸງສຸຂະພາບ ມັນປຽບເໝືອນຄຳຕົ່ງໂຕຍວ່າ:
ອັນວ່າສຸລາເຫລົ້າກິນເມົາແຮງມ່ວນ, ກິນຫລາຍໄດ້ຂີ່ລໍ້
ກິນໜ້ອຍໄດ້ຍ່າງເມືອ. ຕາມຜູ້ຂຽນວ່າ: ເວົ້າເລື່ອງເຫລົ້າຢາປາແປ້ງມັນຕິດພັນກັບວັດທະນະທຳ, ຮີດຄອງປະເພນີມາແຕ່ດຶກດຳບັນຂອງຊາດເຮົາ.
ຕົວຢ່າງການໄປສູ່ຂໍບ່າວສາວກໍມີຈິບໝາກກອກຢາ, ເຫລົ້າໄຫໄກ່ ໂຕ. ການປິ່ນປົວໝໍບູຮານສະໄໝກ່ອນກໍມີການຕັ້ງຄາຍຂັນຫ້າຂັນແປດ, ເຫລົ້າປ້ອງໄຂ່ໜ່ວຍ, ສິນຜືນແຜວາ. ເວົ້າເຖິງຍາມບຸນຍາມທານ ຖ້າບໍ່ມີເຫລົ້າກໍວ່າບໍ່ມ່ວນ, ບໍ່ຄັກ. ນັ້ນຄືການຕິດພັນຢ່າງສະໜິດແໜ້ນລະຫວ່າງວັດທະນະທຳຮີດຄອງປະເພນີກັບນ້ຳສຸລາບາຢອງ.
ພໍຕົກມາເຖິງຍຸກປັດຈຸບັນ, ການຜະລິດທາດເຫລົ້າໄດ້ມີການພັດທະນາຢ່າງກວ້າງໄກໃນທົ່ວໂລກຈົນເຖິງຂັ້ນມີໂຮງງານທີ່ທັນສະໄໝຜະລິດເຫລົ້າຜະລິດເບຍອອກມາໃຫ້ຄົນເຮົາເລືອກໃຊ້ເລືອກດື່ມ, ແຕ່ກໍຄືຜູ້ຂຽນເວົ້ານັ້ນລະ ! ຜູ້ໃດກິນເປັນດື່ມເປັນແມ່ນບໍ່ມີໂທດບໍ່ມີໂພຍຫຍັງ, ແຕ່ຖ້າຜູ້ໃດດື່ມບໍ່ເປັນກິນບໍ່ເປັນຄວາມໂອຫັງມັນຈະເກີດຂຶ້ນໃນຕົວ
ເປັນຕົ້ນວ່າ: ເຮົາບໍ່ເກັ່ງກໍວ່າເກັ່ງ, ເຮົາບໍ່ມີກໍວ່າມີ,
ເຫັນຄົນຂີ້ຮ້າຍກໍກາຍເປັນຄົນງາມເພາະນ້ຳເຫລົ້າເປັນນ້ຳປ່ຽນນິໄສ.
ຈາກນັ້ນຈຶ່ງກາຍມາເປັນຄວາມປະໝາດຂອງຄົນ ເຮົາ. ເມື່ອກ່າວເຖິງຄວາມປະໝາດແລ້ວບໍ່ວ່າໃນກໍລະນີໃດກໍຕາມແມ່ນຈະເຮັດໃຫ້ເຮົາເສຍຊັບສິນ
ຫລື ເສຍຊີວິດໃນພິບຕາດຽວໄດ້.
ກ່າວເຖິງຕົວບົດກົດໝາຍກ່ຽວກັບການຄວບຄຸມທາດເຫລົ້າກໍໄດ້ຍິນມາດົນເຕີບແລ້ວ. ດຽວນີ້ຍັງມິດຈີ່ລີ່.
ຕອນເວົ້າກັນມາໃໝ່ໆໃຜກໍວິຕົກກັງວົນວ່າເວລາມີບຸນຢ້ານບໍ່ໄດ້ກິນເຫລົ້າກິນເບຍ. ບາງຄົນກໍເວົ້າວ່າກົດໝາຍອອກມາແມ່ນຫ້າມຂາຍເຫລົ້າຂາຍເບຍ, ພາກັນກິນເຫລົ້າກິນເບຍຟ້ອນລຳວົງຢູ່ວັດ. ນອກນັ້ນ
ກໍວ່າຍັງຫ້າມຂາຍເບຍຢູ່ໃກ້ໂຮງຮຽນ ເພາະຢ້ານໝູ່ນົກຍາງຂາວເປັນປຸ້ມມາໃສ່. ຕາມຜູ້ຂຽນວ່າ:
ຕໍ່ຄໍາເວົ້າດັ່ງກ່າວຍັງເປັນພຽງໃນສະພາກາເຟຍັງບໍ່ເປັນຂອງແທ້.
ສະນັ້ນ ຖ້າຜູ້ໃດບໍ່ຢາກມີອຸປະຕິເຫດ, ບໍ່ທັນຢາກຕາຍໃນເວລາອັນຄວນກໍຕ້ອງມີສະຕິ, ດີແທ້ບໍ່ຄວນດື່ມເຫລົ້າກໍຍິ່ງເປັນການດີ ແລະ ບໍ່ມີໃຜຈະປັບໄໝໃສ່ໂທດ, ແຕ່ສິ່ງສຳຄັນຈະພາກັນອົດ “ກ໊ອກ”
ໄດ້ ຫລື ບໍ່ນັ້ນ ກໍຂຶ້ນຢູ່ກັບຕົວເອງເນີ້ !.
No comments:
Post a Comment