Ad

Ad

16 November 2016

ເປັນຫຍັງພວກເຮົາຄວນລົງທຶນໃສ່ວຽກງານໂພຊະນາການໃຫ້ຫຼາຍຂຶ້ນ?

             ດ້ວຍວ່າເສດຖະກິດທີ່ກຳລັງຂະຫຍາຍຕົວ, ປະຊາຊົນລາວຮັ່ງມີຂຶ້ນ ຄວາມທຸກຍາກກໍຫຼຸດລົງ, ອາຫານການກິນກໍຫຼາກຫຼາຍຂຶ້ນແຕ່ໜ້າສົງໄສແທ້ ວ່າເປັນຫຍັງຄົນລາວໂດຍສະເພາະເດັກນ້ອຍຍັງຂາດໂພຊະນາການເປັນຈຳນວນຫຼາຍແລະເຮົາຄວນເຮັດແນວໃດເພື່ອຈະແກ້ໄຂບັນຫາດັ່ງກ່າວໃຫ້ໄດ້ ? .
           ອີງຕາມບົດລາຍງານການສຳຫຼວດຕົວຊີ້ວັດທາງສັງຄົມຂອງລາວປີ 2011-2012 ໃຫ້ຮູ້ວ່າເດັກນ້ອຍລາວທີ່ມີອາຍຸຕໍ່າກວ່າ 5 ປີຈຳນວນ 400.000 ຄົນຫຼືເທົ່າກັບ 44% ແມ່ນຖືວ່າຄວາມສູງຕໍ່າ
ກວ່າມາດຖານ, ເວົ້າ ງ່າຍໆກໍຄືເຕ້ຍນັ້ນແລ. ການຂາດສານອາຫານຄືແນວນີ້ຈະເຮັດໃຫ້ເດັກ ນ້ອຍເຮົາມີ ຄວາມສ່ຽງຕໍ່ການເສຍຊີວິດ, ການເຈັບໄຂ້ໄດ້ປ່ວຍ, ມີພັດທະນາ ການຊ້າແລະຮຽນໜັງສືກໍບໍ່ເກັ່ງເທົ່າທີ່ຄວນເປັນ.
           ນອກນັ້ນອົງການອຸຍນີເຊບ(Unicef) ປະຈຳສປປລາວເຮົາຍັງໃຫ້ຮູ້ຕື່ມ ວ່າອັດຕາການຕາຍຂອງເດັກນ້ອຍທີ່ມີອາຍຸ ຕໍ່າກວ່າ 5 ປີແມ່ນມີເຖິງ 75 ຄົນຕໍ່ 1.000 ຄົນຂອງການເກີດມີຊີວິດ, ໃນ ນີ້ 45% ຂອງການເສຍຊີວິດ ກໍມາຈາກການຂາດສານອາຫານຫຼາຍຮູບແບບ. ພ້ອມນັ້ນອັດຕາການຂາດ ສານອາຫານຂອງແມ່ຍິງລາວກໍມີເຖິງ 15% ໃນປີ 2006 ເຊິ່ງເຫດຜົນອັນນີ້ ກໍຈະເຮັດໃຫ້ແມ່ຍິງທີ່ຖືພາຈະມີຄວາມສ່ຽງທັງແມ່ແລະລູກນ້ອຍໃນການເສຍ ຊີວິດຕື່ມອີກ.
           ເປັນທີ່ໜ້າສົນໃຈຢ່າງຍິ່ງຈາກບົດລາຍງານການຄົ້ນຄ້ວາກ່ຽວກັບຜົນ ກະທົບທາງດ້ານເສດ ຖະກິດຂອງການຂາດໂພຊະນາການໃນສປປລາວປີ 2013 ຂອງສະຖາບັນເສດຖະກິດແຫ່ງຊາດລາວຮ່ວມກັບອົງການອຸຍນິເຊບ ປະຈຳສປປລາວໃຫ້ຮູ້ວ່າແຕ່ລະປີການຂາດໂພຊະນາການສ້າງຄວາມເສຍ ຫາຍຕໍ່ເສດຖະກິດຂອງປະເທດເປັນມູນຄ່າ 200 ລ້ານໂດລາສະຫະລັດ ຫຼືປະມານ 2,4% ຂອງລາຍຮັບລວມ (GDP) ຂອງຊາດແລະຜົນກະທົບ ຂອງການຂາດໂພຊະນາການນີ້ຍັງຈະມີຜົນໃນໄລຍະຍາວຕື່ມອີກເນື່ອງຈາກ ອັດຕາການຕາຍຂອງແມ່ແລະເດັກຍັງສູງ.
            ເພາະສະນັ້ນຈຶ່ງເປັນສິ່ງທີ່ໜ້າຮູ້ວ່າສາເຫດສຳຄັນຂອງການຂາດໂພຊະ ນາການນີ້ມາແຕ່ໃສ?ອີງຕາມຂໍ້ມູນຂອງຍຸດທະສາດໂພຊະນາການແຫ່ງຊາດຮອດປີ 2025 ແລະແຜນປະຕິບັດງານແຕ່ປີ 2016-2020 ໃຫ້ຮູ້ວ່າການ ຂາດໂພຊະນາການນັ້ນມາຈາກປະລິມານແລະຄຸນນະພາບຂອງອາຫານທີ່ບໍລິໂພກນັ້ນມີໂພຊະນາການບໍ່ພຽງພໍຕໍ່ຄວາມຕ້ອງການຂອງຮ່າງກາຍເນື່ອງຈາກຄວາມ ທຸກຍາກແລະວິທີການລ້ຽງລູກນ້ອຍຍັງບໍ່ຖືກຫຼັກວິຊາການ. ນອກນັ້ນ, ວິທີຄະລຳອາຫານແບບພື້ນ ເມືອງໃນເວລາແມ່ຢູ່ກຳນັ້ນກໍຍັງມີຜົນກະທົບຕໍ່ສຸ ຂະພາບແລະໂພຊະນາການຂອງຜູ້ເປັນແມ່ນໍາອີກ. ພ້ອມດຽວກັນນັ້ນ, ການ ສຶກສາຂອງອົງການຢູເຊສ(USAID) ປີ 2014 ກໍເວົ້າວ່າສ່ວນຫຼາຍພວກເຮົາ ແມ່ນກິນອາຫານທີ່ບໍ່ຫຼາກຫຼາຍອາໄສແຕ່ເຂົ້າເປັນຫຼັກແຕ່ກິນຊີ້ນ, ປາ, ໝາກ ໄມ້ໜ້ອຍ,ນອກນັ້ນສປປລາວຍັງມີເຂດຫ່າງໄກສອກຫຼີກທີ່ເຮັດໃຫ້ປະຊາຊົນ ການເຂົ້າເຖິງແຫລ່ງຂໍ້ມູນ-ຂ່າວສານກ່ຽວກັບໂພຊະນາການຍັງຫຍຸ້ງຍາກ.
              ແຕ່ເຖິງຢ່າງໃດກໍຕາມຜ່ານມາລັດຖະບານເຮົາກໍໄດ້ພະຍາຍາມເອົາ ໃຈໃສ່ໃນວຽກງານນີ້ສົມຄວນໂດຍໄດ້ສ້າງນະໂຍບາຍໂພຊະນາການແຫ່ງ ຊາດ (ປີ 2008), ຍຸດທະສາດໂພຊະນາການແຫ່ງຊາດຮອດປີ 2025 ແລະແຜນປະຕິບັດງານແຕ່ປີ 2016-2020 ເຊິ່ງເປັນບາດກ້າວສຳຄັນໃນ ການແກ້ໄຂບັນຫາການຂາດໂພຊະນາການພາຍໃນປະເທດ.

          ຈາກບັນດາຕົວເລກທີ່ກ່າວມາຂ້າງເທິງນັ້ນຈຶ່ງເຫັນໄດ້ວ່າບັນຫາການ ຂາດໂພຊະນາການມັນບໍ່ແມ່ນເລື່ອງນ້ອຍພໍປານໃດເຊິ່ງອາດເປັນຫົວຂໍ້ທີ່ ພວກເຮົາຄວນຈະເອົາເຂົ້າໃນວາລະການປຶກສາຫາລືໃນກອງປະຊຸມສະພາ ແຫ່ງຊາດເພື່ອຊອກວິທີທາງການແກ້ໄຂໂດຍໄວ, ນອກນັ້ນຜູ້ຂຽນຍັງໄດ້ຮວບ ຮວມເອົາຄຳແນະນຳບາງອັນຈາກນັກຊ່ຽວຊານດ້ານໂພຊະນາການທີ່ເວົ້າວ່າ: ພວກເຮົາຄວນລົງທຶນໃສ່ວຽກງານໂພຊະນາການໂດຍສຸມໃສ່ 1.000 ມື້ (ນັບແຕ່ມື້ເກີດຮອດ 2 ປີຂອງເດັກນ້ອຍ), ລົງທຶນໃສ່ການຂະຫຍາຍຕາ ໜ່າງການບໍລິການສຸຂະພາບແລະຍົກສູງຄຸນນະພາບຂອງການບໍລິການໂດຍສອດຫ້ອຍການບໍລິການທາງດ້ານໂພຊະນາການໄປນຳແລະສ້າງຄວາມເຂັ້ມ ແຂງແກ່ບຸກຄະລາກອນຜູ້ທີ່ໃຫ້ບໍລິການທາງດ້ານໂພຊະນາການໄປພ້ອມໆ ກັນຈຶ່ງຈະສາມາດປະກອບສ່ວນໃຫ້ບັນຫາການຂາດໂພຊະນາການໃນສປປ ລາວໄດ້ຮັບການແກ້ໄຂໃນທາງທີ່ດີຂຶ້ນ, ຍ້ອນແນວນັ້ນພວກເຮົາຈຶ່ງມີຄວາມ ຈຳເປັນໃນການລົງທຶນຕໍ່ວຽກງານໂພຊະນາການຫຼາຍຂຶ້ນ

No comments:

Post a Comment