Ad

Ad

21 January 2013

ສະຫລອງວັນສ້າງຕັ້ງໜັງສືພິມຜູ້ແທນປະຊາຊົນຄົບຮອບ 1 ປີ



             ພິທີ​ສະ​ເຫລີ​ມສະຫລອງ​ວັນ​ສ້າງຕັ້ງໜັງສືພິມ​ຜູ້​ແທນ​ປະຊາ ຊົນ ຄົບຮອບ1 ປີ (18/1/2012- 18/1/2013) ຈັດ​ຂຶ້ນຢູ່​ຫ້ອງ​ປະ ຊຸມ​ອາຄານ​ຫລັງ​ໃໝ່​ຂອງ​ສະພາ​ແຫ່ງ​ຊາດ ​ໃນ​ວັນ​ທີ 18 ມັງກອນ​ນີ້ ​ໂດຍ​ການ​ເປັນ​ກຽດ​ເຂົ້າຮ່ວມ​ຂອງ​ທ່ານ ດຣ. ​ໄຊ​ສົມ​ພອນ ພົມ ວິຫານ ຮອງ​ປະທານ​ສະພາ​ແຫ່ງ​ຊາດ, ຫົວໜ້າ​ຄະນະ​ກຳມາ​ທິ ການ​ຕ່າງປະ​ເທດ, ມີ​ຫົວໜ້າ​ກົມ​ສື່​ມວນ​ຊົນ, ບັນນາທິການ​ໃຫຍ່​ໜັງສືພິມ​ຜູ້​ແທນ​ປະຊາຊົນ ​ແລະ ຜູ້ຕາງໜ້າ​ຈາກ​ພາກສ່ວນ​ຕ່າງໆ​​ເຂົ້າຮ່ວມ​ກວ່າ 50 ຄົນ.
             ທ່ານ ທອງ​ດາ ສຸພາສິດ ຫົວໜ້າ​ກົມ​ສື່​ມວນ​ຊົນ​ ຫ້ອງ​ວ່າ ການ​ສະພາ​ແຫ່ງ​ຊາດ ທັງ​ເປັນ​ບັນນາທິການ​ໃຫຍ່​ໜັງສືພິມ​ຜູ້​ແທນ​ປະຊາຊົນ ກ່າວ​ວ່າ: ໜັງສື ພິມ​ຜູ້​ແທນ​ປະຊາຊົນ​ເປັນ​ໜັງ ສືພິມ​ທີ່​ໄດ້​ພັດທະນາ​ຈາກ​ວາລະ ສານ​ຜູ້​ແທນ​ປະຊາຊົນທີ່​ໄດ້​ຮັບ​ການ​ສ້າງຕັ້ງຂຶ້ນ​ໃນ​ປີ 1996 ຈາກ​ລາຍ​ໄຕ​ມາດ, ລາຍ​ສອງ​ເດືອນ ​ແລະ ລາຍ​ເດືອນ​ໃນ​ເມື່ອ​ກ່ອນ ມາ​ເປັນ​ໜັງສືພິມ​ລາຍ​ອາທິດ​ໃນ​ປັດຈຸບັນ. ໜັງສືພິມ​ຜູ້​ແທນ​ປະຊາຊົນ​ມີ​ບົດບາດ​ໜ້າ​ທີ່​ເປັນ​ກະບອກ​ສຽງ​ຂອງ​ສະພາ​ແຫ່ງ​ຊາດ​ໃນ​ການ​ນຳ​ສະ​ເໜີ​ຂໍ້​
ມູນ​ຂ່າວສານ​ດ້ານ​ວຽກ​ງານ​ລັດ ຖະສະພາ, ນິຕິ​ກຳ, ​ເສດຖະກິດ- ສັງຄົມ, ການ​ເມືອງ ​​ແລະ ທັງ​ເປັນ​ເວທີ​ເສີມ​ຂະຫຍາຍ​ປະຊາ ທິປະ​ໄຕ​ຂອງ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ເພື່ອ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ດ້ານ​ຂໍ້​ມູນ​ຂ່າວສານ​ໃນ​ໄລຍະ​ໃໝ່ ເຊິ່ງນັບ​ແຕ່​ໄດ້​ສ້າງຕັ້ງໜັງສືພິມ​ຜູ້​ແທນ​ປະຊາຊົນ ​ເມື່ອ​ປີ 2012 ຜ່ານ​ມາ ໜັງສືພິມ​ຜູ້​ແທນ​ປະ ຊາຊົນ​ໄດ້​ຕັ້ງໜ້າ​ປະຕິບັດ​ພາລະ​ບົດບາດ​ຂອງ​ຕົນ​ໃນ​ການ​ໂຄສະ ນາ ​ແລະ ​ເຜີຍ​ແຜ່​ແນວທາງ​ນະ​ໂຍບາຍ​ຂອງ​ພັກ ​ແລະ ລະບຽບ​ກົດໝາຍ​ຂອງ​ລັດ ​ໂດຍ​ສະ​ເພາະ​ການ​ເຜີຍ​ແຜ່​ພາລະ​ບົດບາດ, ສິດ, ໜ້າ​ທີ່ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ​ໃຫ້​ສັງຄົມ​ຮັບ​ຮູ້​ຢ່າງ​ກວ້າງຂວາງ.
              ​ເຖິງ​ຈະ​ມີ​ຄວາມ​ຫຍຸ້ງຍາກ​ໃນ​ດ້ານ​ຕ່າງໆ ອັນ​ເນື່ອງ​ມາ​ຈາກ​ການ​ຂາດ​ເຂີນ​ບຸກຄະລາ​ກອນ, ແຕ່​ທີ​ມງານ​ໜັງສືພິມ​ຜູ້​ແທນ​ປະ ຊາຊົນ​ກໍ​ໄດ້ໃຊ້​ຄວາມ​ພະຍາຍາມ​ຂອງ​ຕົນ ​ໂດຍ​ການ​ສູ້​ຊົນ​ຜ່ານ​ຜ່າ​ຂໍ້​ຫຍຸ້ງຍາກ​ຕ່າງໆ ເພື່ອ​ຕອບ​ສະໜອງ​ຕາມ​ຄວາມ​ມຸ່ງ​ມາດ​ປາຖະໜາ​ອັນ​ຍາວ​ນານ​ຂອງ​ສັງ ຄົມ​ທີ່​ຢາກ​ໃຫ້​ສະພາ​ແຫ່ງ​ຊາດ​ມີ​ໜັງສືພິມ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ອົງການ​ນິຕິບັນຍັດ.
              ໜັງສືພິມ​ຜູ້​ແທນປະຊາຊົນ ບໍ່​ສະ​ເພາະ​ແຕ່​ນຳ​ສະ​ເໜີ​ຂ່າວ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ​ເທົ່າ​ນັ້ນ, ຫາກ​ຍັງ​ນຳ​ສະ​ເໜີ​ສາ ລະ​ຄວາມ​ຮູ້​ຕ່າງໆ​ຕາມ​ຄໍ​ລຳ​ທີ່​ໄດ້​ຈັດ​ວາງ​ໄວ້​ເຊັ່ນ: ສະພາ​ບ້ານ​ເຮົາ, ສະພາ​ບ້ານ​ເພິ່ນ, ນິຕິ​ກຳ​ຂ້າມ​ຊາດ, ຕອບ​ຂໍ້​ຂ້ອງ​ໃຈ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ 108 ສາລະ ແລະ ອື່ນໆ.
              ຜົນສຳ​ເລັດ​ຂອງ​ການ​ເຄື່ອນ​ໄຫວ​ວຽກ​ງານ​ໜັງສືພິມ​ຜູ້​ແທນ​ປະຊາຊົນ​ໃນ​ຮອບ 1 ປີຜ່ານມາ​ນັ້ນ ລ້ວນ​​ແຕ່​ຕິດ​ພັນ​ໂດຍ​ກົງ​ກັບ​ການ​ຊີ້ນຳ-ນຳພາ​ຢ່າງ​ໃກ້ຊິດ​ຂອງ​ການ​ນຳ​ສະ​ພາ​ແຫ່ງ​ຊາດ, ການ​ໃຫ້​ຄວາມ​ຮ່ວມ​ມື ​ແລະ ສະ ໜັບສະໜູນ​ຈາກ​ບັນດາ​ກົມ ​ແລະ ໜ່ວຍ​ງານ​ຕ່າງໆ​ຂອງ​ສະພາ​ແຫ່ງ​ຊາດ ທັງ​ຢູ່​ສູນ​ກາງ ​ແລະ ທ້ອງ​ຖິ່ນ​ເຂດ​ເລືອກ​ຕັ້ງ, ບັນດາ​ເພື່ອນ​ຮ່ວມ​ງານ, ບໍລິສັດ, ຫ້າງ​ຮ້ານ​ທັງ​ພາກ​ລັດ ​ແລະ ​ເອກະ​ຊົນ​ທີ່​ໃຫ້ການ​ອຸປະຖຳ​ຢ່າງ​ສະ​ເໝີ​ຕົ້ນສະ​ເໝີ​ປາຍ. ພິ​ເສດ​ຜົນສຳ​ເລັດ​ດັ່ງກ່າວ​ຍັງ​ແມ່ນ​ໝາກຜົນ​ແຫ່ງ​ການ​ຮ່ວມ​ມື ​ແລະ ຊ່ວຍ​ເຫລືອ​ດ້ານ​ວັດຖຸ​ເຕັກນິກ, ວິຊາ​ການ ​ແລະ ການ​ເຝິກອົບຮົມ​ຈາກ​ຄະນະ​ບັນນາທິການ​ໜັງສືພິມ​ຜູ້​ແທນ​ປະຊາຊົນ​ສະພາ​ແຫ່ງ​ຊາດ ສສ ຫວຽດນາມ.
    ​ໃນ​ໂອກາດ​ດັ່ງກ່າວ, ທ່ານ​ ດຣ. ​ໄຊ​ສົມ​ພອມ ພົມວິຫານ ຮອງ​ປະທານ​ສະພາ​ແຫ່ງ​ຊາດ ກໍ​ໄດ້​ຕີ​ລາຄາ​ສູງ​ຕໍ່​ຜົນສຳ​ເລັດ ​ແລະ ຜົນງານ 1 ປີ ທີ່​ໜັງສືພິມ​ຜູ້​ແທນ​ປະຊາຊົນ​ຍາດ​ມາ​ໄດ້ ​ເຊິ່ງຍາມ​ໃດ​ໜັງສືພິມ​ຜູ້​ແທນ​ປະຊາຊົນ​ກໍ​ເປັນ​ຜູ້​ຢູ່​ເບື້ອງຫລັງ​ການ​ໂຄສະ ນາ​ເຜີຍ​ແຜ່​ແນວທາງ​ນະ​ໂຍບາຍ​ຂອງ​ພັກ, ລະບຽບ​ກົດໝາຍ​ຂອງ​ລັດ ສາມາດ​ເຮັດ​ຫລ້ອນ​ໜ້າ​ທີ່​ທີ່​ພັກ, ລັດ ​ແລະ ປະຊາຊົນ​ລາວ​ບັນດາ​ເຜົ່າ​ມອບ​ໝາຍ​ໃຫ້ ຈົນ​ເຮັດ​ໃຫ້​ໜັງສືພິມ​ຜູ້​ແທນ​ປະ ຊາຊົນ​ເຕີບ​ໃຫຍ່​ຂະຫຍາຍຕົວ​ມາ​ເຖິງ​ຈຸດ​ນີ້. ທ່ານ​ຍັງ​ໄດ້​ໃຫ້​ທິດ​ຊີ້ ນຳ​​ໜັງສືພິມ​ຜູ້​ແທນ​ປະຊາຊົນ​ຈົ່ງ​ເປັນ​ເຈົ້າການ​ໃນ​ການ​ປຸກລະ ດົມ​ຂົນຂວາຍ​ວຽກ​ງານ​ສະພາ​ແຫ່ງ​ຊາດ, ​ເປັນ​ເຈົ້າການ​ໃນ​ການ​ນຳ​ສະ​ເໜີ ​ແລະ ​ເຜີຍ​ແຜ່​ຂໍ້​ມູນ​ຂ່າວສານ​ຄວາມ​ຈິງ, ​ຕ້ານ ແລະ ສະກັດ​ກັ້ນທຸກ​ຖ້ອຍ​ຄຳ​ທີ່​ບິດ​ເບືອນ ​ເພື່ອ​ຫວັງ​ມ້າງ​ເພ​ທຳ ລາຍ​ລະບອບ​ປະຊາທິປະ​ໄຕ​ປະ ຊາຊົນ ​ແລະ ສືບຕໍ່​ຮັບ​ໃຊ້​ວຽກ​ງານ​ສະພາ​ແຫ່ງ​ຊາດ​ຕະຫລອດ ໄປ.

No comments:

Post a Comment