Ad

Ad

21 January 2013

ສະເຫລີມສະຫລອງວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 64 ປີ



      ພິທີ​ສະ​ເຫລີ​ມສະຫລອງ​ວັນ​ສ້າງຕັ້ງກອງ ທັບ​ປະຊາຊົນ​ລາວ ຄົບຮອບ 64 ປີ ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 18 ມັງກອນ 2013 ຢູ່ສະ​ໂມ​ສອນ​ໃຫຍ່​ ກະຊວງ​ປ້ອງ​ກັນ​ປະ​ເທດ ​ໂດຍ​ມີ​ທ່ານ​ ພົນ​ໂທ ດວງ​ໃຈ​ ພິຈິດ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ຮອງ​ນາຍົກລັດ ຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ, ບັນດາ​ການ​ນຳ, ນາຍ ​ແລະ ພົນທະ ຫານ​ເຂົ້າ​ຮ່ວມ​ຢ່າງ​ຫລວງຫລາຍ.
       ​ໃນ​ພິທີ, ທ່ານ​ ພົນ​ຕີ ຈັນ​ສະໝອນ ຈັນຍາ​ລາດ ກຳມະການ​ສູນ​ກາງ​ພັກ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​​ ໄດ້​ຍົກ​ໃຫ້​ເຫັນ​ມູນ​ເຊື້ອອັນ​ພິລະ​ອາດ​ຫານ ​ແລະ ຜົນງານອັນ​ໃຫຍ່​ຫລວງ ທີ່​ກອງທັບ​ຍາດ​​ໄດ້​ຕະຫລອດ​ໄລຍະ 64 ປີຜ່ານມາ ໂດຍ​ສະ​ເພາະ​ ພາລະກິດ​ຕໍ່ສູ້​ກູ້​ຊາດຂອງ​ກອງ​ລາດ​ຊະ​ວົງ, ກອງທັບ​ລາວ​ອິດສະລະ ​ໃນ​ການ​ຕໍ່ສູ້​ກັບ​ຈັກກະ​ພັດຜູ້​ຮຸກ​ຮານ ຈົນ​ໄດ້​ຮັບ​ໄຊຊະນະ, ພ້ອມ​ທັງ​ ມີ​ການ​ປັບປຸງ​ກອງທັບ​ໃຫ້​ມີ​ການ​ເຕີບ​ໃຫຍ່​ຢ່າງ​
ວ່ອງ​ໄວ ທັງ​ທາງ​ດ້ານ​ປະລິມານ ​ແລະ ຄຸນ​ນະພາ​ບ ຈົນ​ກາຍ​ເປັນ​ກອງທັບ​ປົດ​ປ່ອຍ ປະ​ຊາ​ຊົນ​ລາວ ​ໃນ​ປີ 1965 ຊຶ່ງ​ໄດ້​ຮ່ວມ​ກັບ​ປວງ​ຊົນ​ລາວ​ທັງ​ຊາດ​ສູ້​ຮົບຢ່າງ​ເດັດດ່ຽວອາດ​ຫານ, ທົນ​ທານ ໜຽວ​ແໜ້ນ ​ແລະ ຍາດ​ໄດ້​ໄຊຊະນະ​ໃນ​ບັ້ນຮົບ​ຕ່າງໆ. ສິ່ງສຳຄັນ​ໃນ​ປີ 1973 ກອງທັບ​ປົດ​ປ່ອຍປະ​ຊາ​ຊ​ົນລາວ ໄດ້​ສຸມ​ທຸກ​ກຳລັງ​ເຂົ້າ​ໃນ​ການ​ປະຕິບັດ 3 ບາດ​ຄ້ອນ​ຍຸດ​ທະ​ສາດ ​ເພື່ອ​ເຮັດໜ້າທີ່​ສະໜັບສະໜູນ​ໃຫ້​ແກ່​ການ​ຢຶດອຳນາດ​ໃນ​ທົ່ວ​ປະ​ເທດ​ ໃນ​ປີ 1975. ພາຍຫລັງ​ປະ​ເທດ​ຊາດ​ໄດ້​ຮັບ​ການ​ປົດ​ປ່ອຍ​ຢ່າງ​ສົມບູນ, ກອງທັບ​ໄດ້​ສືບຕໍ່​ເປັນ​ເຈົ້າ​ການ​ປະຕິບັດ 2 ໜ້າທີ່​ຍຸດ​ທະ​ສາດ, ພາລະກິດ​ປ້ອງ​ກັນຊາ​ດ-ປ້ອງ​ກັນ​ຄວາມ​ສະຫງົບ ໂດຍ​ສະ​ເພາະ 3 ໜ້າທີ່​ໃຫຍ່ ​ແລະ  9 ຂະ​ບວນການ, 4 ​ແຜນ​ງານ​ໃຫຍ່ ​ແລະ 26 ​ໂຄງການ ​ເພື່ອ​ສູ້​ຊົນ​ບຸກທະລຸ​ຕາມ​ມະຕິ 9 ຂອງ​ພັກ​ວາງ​ອອກ ຊຶ່ງ​ມີ​ຜົນສຳ​ເລັດ​ຫລາຍ​ດ້ານ​ເປັນຕົ້ນ​ເຮັດ​ໃຫ້​ປະ​ເທດ​ຊາດ​ມີ​ຄວາມ​ສະຫງົບ, ການ​ປັບປຸງ​ກໍ່ສ້າງ​ກຳລັງ​ການ​ຜະລິດ ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່ ​ແລະ ການ​ພົວພັນ​ຮ່ວມ​ມື​ກັບ​ຕ່າງປະ​ເທດ.
         ຜ່ານ​ພຶດຕິ​ກຳ​ອັນ​ຍາວ​ນານ ກໍ​ຄື ​ພາລະກິດ​ແຫ່ງ​ການ​ປົກ​ປັກ​ຮັກສາ ​ແລະ ສ້າງສາພັດທະນາ​ປະ​ເທດ​ຊາດ ກອງທັບ​ໄດ້​ສ້າງ​ມູນ​ເຊື້ອອັນ​ສະຫງ່າ​ງາມ​ໄວ້​ຄື ມີ​ຄວາມ​ຈົງ​ຮັກ​ພັກດີ​ຕໍ່ພັກ, ຕໍ່ປະ​ເທດ​ຊາດ, ຕໍ່ປະຊາຊົນ ແລະ ອຸ ດົມ​ການ​ສັງຄົມ​ນິຍົມ; ມີ​ນ້ຳ​ໃຈ​ຕໍ່ສູ້​ພິລະ​ອາດ​ຫານ, ກ້າ​ແກ່ນ ໜຽວ​ແໜ້ນ ​ແລະ ມີ​ໄຫວ​ພິບ; ມີ​ຄວາມ​ດຸໝັ່ນຂະຫຍັນ​ພຽນ ​ໃນ​ການ​ອອກ​ແຮງ​ງານ​ ຝຶກ​ແອບ, ເພີ່ມ​ພູນ​ຜະລິດຜົນ ​ແລະ ປະຢັດ​ມັດທະຍັດ. ກອງທັບ​ປະຊາຊົນ​ລາວ ຍາມ​ໃດ​ກໍ​ມີ​ຄວາມ​ສາມັກຄີ​ອັນ​ແໜ້ນ​ແຟ້ນກັບ​ປະຊາຊົນ, ກັບ​ກອງທັບ​ປະ​ເທດ​ສັງຄົມ​ນິຍົມ ແລະ ປະ​ເທດ​ເພື່ອນ​ມິດ​ທີ່​ກ້າວ ໜ້າ​ໃນ​ໂລກ ​ໂດຍ​ສະ​ເພາະ​ມີ​ຄວາມ​ສາມັກຄີ​ສຳພັນ​ສູ້​ຮົບ​ແບບ​ພິ​ເສດກັບ​ກອງທັບ​ປະຊາຊົນ ຫວຽດນາມ​ອ້າຍ​ນ້ອງ.
        ​ໃນ​ໂອກາດ​ນີ້ ທ່ານ ພົນ​ໂທ ດວງ​ໃຈ ພິຈິດ ກໍ​ໄດ​້ໃຫ້​ກຽດໂອ້​ລົມ ​ແລະ ໃຫ້​ທິດ​ຊີ້ນຳຕື່ມ​ອີກ​ ໂດຍ​ເນັ້ນ​ໃຫ້​ປະຕິບັດ​ບັນດາ​ວຽກ ງານ​ຕົ້ນຕໍ​ ທີ່​ນອນ​ຢູ່​ໃນ 4 ​ແຜນ​ງານ​ໃຫຍ່ 26 ​ໂຄງ​ການ ຂອງ​ກະ ຊວງ​ວາງ​ອອກ, ສືບຕໍ່ລົງ​ຮາກ​ຖານ​ຢ່າງ​ແຂງ​ແຮງ​ຮອບດ້ານ ແລະ ຕໍ່​ເນື່ອງ, ​ເອົາ​ໃຈ​ໃສ່​ປັບປຸງ​ກຳລັງ​ປ້ອງ​ກັນຊາ​ດ-ປ້ອງ​ກັນ​ຄວາມ​ສະຫງົບ ​ໃຫ້ໜັກ​ແໜ້ນ​ເຂັ້ມ​ແຂງ​ໃນ​ທຸກ​ດ້ານ, ຍົກ​ສູງ​ຈິດ​ໃຈ​ເພິ່ງ​ຕົນ​ເອງ, ກຸ້ມ​ຕົນ​ເອງ ແລະ ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ, ຍູ້​ການ​ຜະລິດ​ຂອງ​ກົມ​ກອງ, ສ້າງ​ພະລາ​ທິການ​ກັບ​ທີ່ ແລະ ​ເອົາ​ໃຈ​ໃສ່​ສ້າງ​ເສດຖະກິດ​ຄອບຄົວ ​ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່ ຂອງກຳ​ປະກອບ​ອາວຸດດີ​ຂຶ້ນ​ເປັນ​ກ້າວໆ.

No comments:

Post a Comment