Ad

Ad

21 January 2013

ມະຫະກຳທ່ອງທ່ຽວອາຊຽນຄັ້ງ ທີ 32 ໄຂຂຶ້ນຢ່າງເປັນທາງການ



           ມະຫະກຳທ່ອງທ່ຽວ ອາຊຽນຄຽງຄູ່ ກັບກອງປະຊຸມ ລັດຖະມົນຕີທ່ອງທ່ຽວອາ ຊຽນ ຄັ້ງທີ 32 ໄດ້ເປີດຂຶ້ນຢ່າງ ຄຶກຄື້ນ ໃນ ຕອນຄ່ຳຂອງວັນທີ 20 ມັງ ກອນ 2013 ຢູ່ໂຮງແຮມດອນຈັນ ພາເລດ, ນະຄອນ ຫລວງວຽງຈັນ ພາຍໃຕ້ຫົວຂໍ້: “ ອາຊຽນ ຈັບມື ກັນ ສ້າງສັນອະນາຄົດ” ໂດຍການ ເປັນກຽດກ່າວເປີດພິທີຂອງພະນະທ່ານ ທອງສິງ ທຳມະວົງ ນາຍົກລັດຖະ ມົນຕີແຫ່ງ ສປປ ລາວ, ມີເລຂາເລ ຂາທິການ ໃຫຍ່ ອົງການທ່ອງທ່ຽວໂລກ, ເລຂາ ທິການໃຫຍ່ອາຊຽນ, ບັນດາລັດ ຖະມົນຕີທ່ອງທ່ຽວອາຊຽນ - ຄູ່ ຮ່ວມເຈ ລະຈາ ແລະ ບໍລິສັດທ່ອງ ທ່ຽວຈາກປະເທດຕ່າງໆເຂົ້າ ຮ່ວມຢ່າງພ້ອມພຽງ.   

       ພະນະທ່ານ ທອງສິງ ທຳມະ ວົງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ກ່າວວ່າ: ອາຊຽນ ແມ່ນວົງຄະນະຍາດໃຫຍ່ ໃນພາກພື້ນອາຊີ-ອາຄະເນ ແລະ ມີ ວັດ ທະນະທຳ-ຮີດຄອງປະເພນີ ທີ່ ໄດ້ສືບທອດກັນມາຈາກບັນພະບູລຸດ.     
          ສປປ ລາວ ກໍມີຈຸດພິເສດ ຄ້າຍຄືກັນກັບບັນດາປະເທດສະ ມາຊິກອາຊຽນ ທີ່ມີຮີດຄອງປະ ເພນີ ແລະ ຂະນົບທຳນຽມ ຂອງ ປະຊາຊົນລາວບັນດາເຜົ່າ, ມີບູ ຮານສະຖານ ແລະ ສະຖານທີ່ ທ່ອງທ່ຽວປະຫວັດສາດທີ່ໜ້າ ສົນໃຈເຊັ່ນ: ຫຼວງພະບາງ ເມືອງ ມໍລະດົກໂລກ, ວັດພູຈຳປາສັກ ສະຖານທີ່ບູຮານເກົ່າແກ່ທີ່ເປັນມໍ ລະດົກໂລກ, ທົ່ງໄຫຫີນຊຽງ ຂວາງທີ່ຄາດວ່າຈະ ໄດ້ຮັບເຂົ້າ ເປັນມໍລະດົກໂລກໃນມໍ່ໆນີ້. ນອກ ນີ້, ສປປ ລາວ ຍັງມີແຫຼ່ງທ່ອງ ທ່ຽວອະນຸລັກທາງທຳມະຊາດ, ເຂດອຸດສາຫະ ກຳຂຽວປາສະ ຈາກໝອກຄວັນ, ອາຍພິດ ແລະ ເປັນບ່ອນພັກຜ່ອນແຫ່ງໃໝ່ທີ່ມີ ຄວາມປະທັບໃຈຂອງນັກທ່ອງ ທ່ຽວຢູ່ໃນ ພາກພື້ນນີ້.   
            ລັດຖະບານ ລາວ ໄດ້ມີ ນະໂຍບາຍສົ່ງເສີມການທ່ອງ ທ່ຽວທາງທຳມະຊາດ, ປະຫວັດ ສາດ ແລະ ວັດທະນະທຳ ແນໃສ່ ພັດທະນາປະເທດໃຫ້ກາຍເປັນ ຈຸດຫມາຍໃຫມ່ສຳລັບການທ່ອງທ່ຽວລາວນັບມື້ນັບຫຼາຍຂຶ້ນ. ນອກນັ້ນ ລັດຖະບານ ສປປ ລາວ ຍັງໄດ້ຍົກລະດັບຄຸ້ມຄອງການ ລົງທຶນເຂົ້າໃນທຸລະກິດການບໍ ລິການທ່ອງທ່ຽວ, ລົງທຶນໃສ່ ການພັດທະນາພື້ນ ຖານໂຄງລ່າງ ແລະ ສົ່ງເສີມໃຫ້ນັກທ່ອງທ່ຽວ ຕ່າງຊາດເຂົ້າມາລາວນັບມື້ນັບ ຫຼາຍຂຶ້ນໂດຍການຍົກເວັ້ນວິຊາ ໃຫ້ແກ່ພົນລະ ເມືອງບັນດາປະ ເທດອາຊຽນດ້ວຍກັນ, ຍົກເວັ້ນວີ ຊາຝ່າຍດຽວໃຫ້ແກພົນລະເມືອງປະເທດສະວິດ, ລຸກຊຳບວກ, ຣັດ ເຊຍ, ຍີ່ປຸ່ນ ແລະ ສ.ເກົາຫຼີ ແລະ ຍັງນຳໃຊ້ບັດຜ່ານແດນສາມາດ ໄປມາໄດ້ຫຼາຍ ແຂວງ.  
     ນອກນັ້ນ ໃນມະຫະກຳນີ້ ຍັງມີຜູ້ເຂົ້າຮ່ວມວາງສະແດງ ກວ່າ 400 ພາກສ່ວນ ຈາກ 10 ປະເທດອາຊຽນນັບທັງ ສປປ ລາວຄື    ມີຮ້ານວາງສະແດງ ທັງໝົດເກືອບ 500 ຮ້ານ ຊຶ່ງລື່ນ ຄາດໝາຍທີ່ກຳນົດໄວ້.   ບັນດາ ຫົວໜ່ວຍທຸລະກິດຂອງ 10 ປະ ເທດອາຊຽນທີ່ມາວາງສະແດງ ໃນຄັ້ງນີ້ມີຄວາມຄາດຫວັງສູງທີ່ຈະຍາດເອົາໂອກາດດັ່ງກ່າວນີ້ ເພື່ອໂຄສະນາຜະລິດຕະ ພັນການທ່ອງທ່ຽວຂອງຕົນໃນການພົບ ປະຊື້-ຂາຍກັບຄູ່ຮ່ວມສັນຍາທາງທຸລະກິດທີ່ມາຈາກທົ່ວໂລກ ທັງນີ້ ສປປ ລາວ ໄດ້ເຊີນບັນດາ ບໍລິສັດທ່ອງທ່ຽວໃຫຍ່ລະດັບ ໂລກເຂົ້າຮ່ວມຈຳນວນ 400 ກວ່າບໍລີສັດ ໂດຍ ສປປ ລາວ ຮັບພາລະຄ່າໃຊ້ ຈ່າຍໃຫ້ 300 ກວ່າຮ້ານ, ຈ່າຍເອງ 62 ຮ້ານ. ສຳລັບຮ້ານວາງສະແດງຂອງ ສປປ ລາວ ແມ່ນຈະໄດ້ວາງສະ ແດງຮູບຈຳລອງ ຫໍຫຼັກເມືອງ ເພື່ອເປັນຈຸດດຶງດູດຄວາມສົນໃຈຂອງຜູ້ເຂົ້າຮ່ວມງານ. ພ້ອມນີ້ ຍັງໄດ້ແຈກຢາຍບັນດາສິ່ງພິມໂຄສະ ນາການທ່ອງທ່ຽວຕ່າງໆຂອງລາວ ເປັນຕົ້ນແມ່ນ: ຮູບພາບ ບັນດາແຫລ່ງທ່ອງທ່ຽວທີ່ສຳຄັນໃນທົ່ວປະເທດ. ນອກນັ້ນ ຍັງມີ ຮ້ານວາງສະແດງຂອງບັນດາ ຫົວໜ່ວຍທຸລະກິດໃນຂະແໜງ ການທ່ອງທ່ຽວລາວເກືອບ 30 ຮ້ານທີ່ນຳເອົາຜະລິດຕະພັນ ການທ່ອງທ່ຽວ, ລາຍການທ່ອງທ່ຽວ ແລະ ການບໍລິການມາໂຄສະນາ, ພິເສດໃນການວາງສະແດງຄັ້ງນີ້ ກຸ່ມບໍລິສັດດາວ ເຮືອງ, ບໍລິສັດ ເບຍລາວ ແລະ ທະນາຄານການ ຄ້າຕ່າງປະເທດລາວກໍໄດ້ນຳ ເອົາຜະລິດຕະພັນ ແລະ ການບໍລິ ການໃໝ່ໆ ມາວາງສະແດງເຊັ່ນ ກັນ.  ພາຍຫລັງສຳເລັດການ ວາງສະແດງດັ່ງກ່າວກໍຈະໄດ້ນຳພາບັນດາບໍລິສັດທ່ອງທ່ຽວ  ແລະ ສື່ມວນຊົນດ້ານການທ່ອງທ່ຽວ ຈຳນວນໜຶ່ງໄປທ່ອງທ່ຽວຢູ່ ແຂວງຫລວງພະບາງ ແລະ ແຂວງ ຈຳປາສັກ ໂດຍມີຈຸດປະ ສົງເພື່ອໂຄສະນາແຫຼ່ງທ່ອງທ່ຽວຂອງ 2 ແຂວງດັ່ງກ່າວ ໃຫ້ນັກ ທ່ອງທ່ຽວທີ່ມາເຂົ້າຮ່ວມວາງ ສະແດງຄັ້ງນີ້ໄດ້ຮັບຮູ້.

No comments:

Post a Comment