Ad

Ad

22 January 2013

ສຳມະນາວິຊາການການພັດທະນາເຂື່ອນໄຟຟ້າໄຊຍະບູລີ



     ແຫລ່ງຂ່າວຈາກແຂວງໄຊຍະ ບູລີ ລາຍງານວ່າ: ວັນທີ 17 ມັງກອນນີ້ ຢູ່ແຂວງໄຊຍະບູລີ ໄດ້ຈັດ ກອງປະຊຸມສຳມະນາວິຊາການ ການພັດທະນາໂຄງການເຂື່ອນ ໄຟຟ້ານ້ຳຂອງໄຊຍະບູລີ ໂດຍ ທ່ານ ບຸນຍັງ ຈັນດາລາສານ ຮອງເຈົ້າແຂວງ, ທ່ານ ດຣ. ສີນາ ວາ ສຸພານຸວົງ ລັດຖະມົນຕີຊ່ວຍ ວ່າການກະຊວງພະລັງງານ ແລະ ບໍ່ແຮ່, ເຈົ້າເມືອງໄຊຍະບູລີ ແລະ ຕາງໜ້າໂຄງການກໍ່ສ້າງເຂື່ອນ ໄຟຟ້ານ້ຳຂອງເຂົ້າຮ່ວມ 60 ກວ່າ ຄົນ ເພື່ອປຶກສາຫາລືກັບບັນດາ ຂະແໜງການ ແລະ ອຳນາດການ ປົກຄອງທ້ອງຖິ່ນຕໍ່ການຕິດຕາມ ຄຸ້ມຄອງການພັດທະນາໂຄງການ ເຊິ່ງເປັນໜ້າທີ່ຄວາມຮັບຜິດຊອບ ຂອງແຕ່ລະພາກສ່ວນ ລວມທັງ ບັນຫາການຍົກຍ້າຍ-ຈັດສັນ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາ ຊົນທີ່ຖືກຜົນກະທົບ ແລະ ການປະ ສານງານລະຫວ່າງສູນກາງກັບ ທ້ອງຖິ່ນ.

    ໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ ຄົ້ນຄວ້ານະໂຍບາຍການພັດທະ ນາພະລັງງານໄຟຟ້າ ຕິດພັນກັບ ວຽກງານ 3 ສ້າງ, ສ້າງຄວາມ ເຂົ້າໃຈຕໍ່ກົດໝາຍໄຟຟ້າທີ່ກ່ຽວຂ້ອງກັບຂະແໜງທຸລະ ກິດພະລັງ ງານ, ບັນຫາໂຄງການໄຟຟ້ານ້ຳ ຂອງໄຊຍະບູລີ ກັບຂະບວນການ ປຶກສາຫາລືລ່ວງໜ້າຂອງຄະນະ ກຳມະການ ແມ່ນ້ຳຂອງສາກົນ ແລະ ວິທີແກ້ໄຂ, ສັນຍາສຳປະ ທານຂອງໂຄງການ, ພັນທະຕໍ່ ສິ່ງແວດລ້ອມ-ສັງຄົມ ແລະ ຄົ້ນ ຄວ້າພາລະ ບົດບາດຂອງຄະນະ ກຳມະການຍົກຍ້າຍຈັດສັນ. ນອກ ນັ້ນ ຍັງໄດ້ຟັງລາຍການຄວາມ ຄືບໜ້າການຈັດຕັ້ງປະຕິບັດໂຄງການ ເຂື່ອນນ້ຳຂອງໄຊຍະບູລີ ໂດຍສະເພາະການຄຸ້ມຄອງສິ່ງ ແວດລ້ອມ-ສັງຄົມ, ແຜນການຍົກ ຍ້າຍຈັດສັນຂອງໂຄງການ ແລະ ການຈັດຕັ້ງປະຕິບັດວຽກງານ ຜ່ານມາຂອງຄະນະກຳມະການ ຍົກຍ້າຍ-ຈັດສັນ ໂດຍສະເພາະ ການຍົກຍ້າຍບ້ານຫ້ວຍຊຸຍມາ ເປັນບ້ານຈັດສັນນາຕໍໃຫຍ່ ເມືອງ ໄຊຍະບູລີ ເຊິ່ງໄດ້ສຳເລັດການ ສ້າງເສັ້ນທາງໃນບ້ານ, ຕິດຕັ້ງລະບົບໄຟຟ້ານ້ຳປະປາ ເຂົ້າບ້ານ- ເຮືອນປະຊາຊົນ, ປຸກເຮືອນໃຫ້ ປະຊາຊົນ 76 ຫລັງ, ສ້າງວັດ, ໂຮງຮຽນປະຖົມ, ອະນຸບານ, ສະໜັບສະໜູນການ ສຶກສາ, ສາທາ ລະນະສຸກ, ການຄຸ້ມຄອງສິ່ງແວດ ລ້ອມ, ສ້າງວຽກເຮັດງານທຳ, ສົ່ງເສີມບົດບາດຍິງ-ຊາຍ, ສະໜອງເຂົ້າ- າຫານ ແລະ ນະໂຍ ບາຍອື່ນໆ, ຈັດສັນອາຊີບຄົງທີ່ໄລ ຍະສັ້ນ ໂດຍສະເພາະພືດສວນຄົວ ລ້ຽງກົບ, ປາ, ປູກເຫັດ, ຈັດສັນ ອາຊີບໄລຍະຍາວ ສົ່ງເສີມການ ປູກຫຍ້າ ລ້ຽງສັດ, ປູກຕົ້ນຢາງ ພາລາ, ໄມ້ໃຫ້ໝາກ, ຫັດຖະກຳ, ປຸງແຕ່ງອາຫານ, ຄ້າຂາຍ ຍ່ອຍ ແລະ ອື່ນໆ.
    ແນວໃດກໍດີ, ແຕ່ນີ້ຮອດປີ 2015 ຈະຈັດສັນເນື້ອທີ່ການຜະ ລິດໃຫ້ແຕ່ລະຄອບຄົວຊອກຫາອາ ຊີບທີ່ເໝາະສົມໃຫ້ປະຊາຊົນມີ ລາຍຮັບດີກວ່າເກົ່າ ສ້າງໃຫ້ທ້ອງ ຖິ່ນເຂັ້ມແຂງ ແລະ ເປັນຕົວແບບ ຂອງໂຄງການພັດທະນາອື່ນໆເພື່ອເຮັດໃຫ້ຄອບຄົວທຸກ ຍາກ ຂອງບ້ານຫ້ວຍຊຸຍກ່ອນການຍົກ ຍ້າຍ 27 ຄອບຄົວຫລຸດພົ້ນຄວາມທຸກຍາກ ແລະ ມີຊີວິດໝັ້ນຄົງ.

No comments:

Post a Comment