Ad

Ad

22 January 2013

ສະຫະພັນນັກຮົບເກ່ົາແຂວງຈຳປາສັກ ປະດັບຫລຽນໄຊ ແລະ ມອບໃບຍ້ອງຍໍໃຫ້ກົມກອງ ແລະ ບຸກຄົນດີເດ່ັນ



      ກອງປະຊຸມສະຫະພັນນັກຮົບ ເກົ່າແຂວງຈຳປາສັກ ໄດ້ຈັດຂຶ້ນ ໃນເຊົ້າວັນທີ 16 ມັງກອນນີ້ ຢູ່ ຫ້ອງວ່າການປົກຄອງ ແຂວງຈຳປາສັກ ເພື່ອສະຫລຸບຜົນງານ ແລະ ສະເຫຼີມສະຫຼອງຄົບຮອບ ວັນສ້າງຕັ້ງສະຫະພັນນັກ ຮົບເກົ່າ ຄົບຮອບ 10 ປີ ພ້ອມປະດັບ ຫລຽນໄຊ ແລະ ມອບໃບຍ້ອງຍໍ ໃຫ້ກົມກອງ ແລະ ບຸກຄົນຜູ້ມີຜົນງານດີເດັ່ນໃນການປະກອບສ່ວນປະ ຕິບັດພາລະກິດກໍ່ສ້າງ ແລະ ປົກປັກຮັກສາລະບອບໃໝ່ປະ ຊາທິປະໄຕປະຊາຊົນລາວ ໂດຍການ ເຂົ້າຮ່ວມຂອງທ່ານ ນິພອນ ວຽງ ປະເສີດ ຄະນະປະຈຳພັກແຂວງ, ປະທານກວດກາພັກລັດແຂວງ ຈຳປາສັກ, ທ່ານ ພົນຈັດຕະວາ ທອງເຄນ ອ່ອນດາວົງ ຮອງປະ ທານສະຫະພັນນັກຮົບເກົ່າແຫ່ງ ຊາດລາວ ແລະ ທ່ານ ພັນໂທ ພົງ ສະຫວັງ ສາຍສຸວັນ ປະທານສະ ຫະພັນນັກຮົບເກົ່າປະຈຳແຂວງ ຈຳປາສັກ ພ້ອມດ້ວຍປະທານສະ ຫະພັນນັກຮົບເກົ່າຈາກ 10 ເມືອງ ແລະ ສະມາຊິກສະຫະພັນນັກຮົບ ເກົ່າເຂົ້າຮ່ວມເປັນຈຳນວນຫຼາຍ.

      ທ່ານ ພັນໂທ ພົງສະຫວັດ ສາຍສຸວັນ ປະທານສະຫະພັນນັກ ຮົບເກົ່າແຂວງຈຳປາສັກ ໄດ້ກ່າວ ລາຍງານຕໍ່ກອງປະ ຊຸມວ່າ: ໜຶ່ງປີ ຜ່ານມາ ສະຫະພັນນັກຮົບເກົ່າ ແຂວງຈຳປາສັກໄດ້ສຸມໃສ່ຈັດຕັ້ງປະຕິບັດມ ະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກ ແລະ ຄັ້ງທີ VI ຂອງອົງຄະນະພັກແຂວງ ແລະ ແຜນພັດທະນາເສດຖະກິດສົງຄົມ 5 ປີຄັ້ງທີ VII ໄດ້ຢ່າງຕັ້ງໜ້າ. ພິ ເສດໄດ້ປະກອບສ່ວນ ເຂົ້າໃນຂະ ບວນການສະເຫຼີມສະຫລອງປີມິດຕະພາບ ລາວ-​ຫວຽດນາມ ຢ່າງ ເປັນຂະບວນຟົດຟື້ນ. ເວົ້າລວມ ແລ້ວ ຕະຫຼອດ ໄລຍະ 1 ປີຜ່ານມາ, ສະຫະພັນນັກຮົບເກົ່າແຂວງຈຳ ປາສັກໄດ້ສຸມໃສ່ພັດທະນາຕົນ ເອງໃຫ້ເຕີບໃຫຍ່ເຂັ້ມແຂງຮອບ ດ້ານ ແລະ ເປັນກຳລັງຫລັກໃນ ການປະກອບສ່ວນເຂົ້າໃນພາລະ ກິດປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ. ພິເສດ ໄດ້ ສຳເລັດການສ້າງກອງທຶນພັດທະນາຊ່ວຍເຫຼືອເຊິ່ງກັນ ແລະ ກັນຢູ່ ຂັ້ນເມືອງມີ 10 ກອງທຶນ ມີສະມາ ຊິກທັງໝົດ 7.612 ຄົນ.
       ໃນພິທີອັນຄຶກຄື້ນນີ້, ສະຫະ ພັນນັກຮົບເກົ່າແຫ່ງຊາດກໍໄດ້ປະດັບຫຼຽນໄຊແຮງງານຊັ້ນ II ໃຫ້ ກົມກອງ ແລະ ບຸກຄົນທັງ ໝົດ 55 ຫຼຽນ, ຫຼຽນໄຊແຮງງານຊັ້ນ III ຈຳນວນ 143 ຫຼຽນ, ຫຼຽນກາ ແຮງງານຈຳນວນ 359 ຫຼຽນ ແລະ ມອບໃບຍ້ອງຍໍ ລັດຖະບານ ຈຳນວນ 493 ສະຫາຍ. ນອກນັ້ນ ກົມກອງ ແລະ ບຸກຄົນຍັງໄດ້ຮັບໃບຍ້ອງຍໍຈາກສະພັນນັກຮົບເກົ່າ ຫ່ງຊາດ ລາວຈຳນວນ 60 ໃບ ດ້ວຍກັນ.

No comments:

Post a Comment