Ad

Ad

22 January 2013

ຖະແຫລງຂ່າວການວາງສະແດງການຄ້າ ແລະ ການມາຢ້ຽມ ຢາມລາວ ຂອງນາງງາມເຊື້ອ ສາຍລາວຄົນທຳອິດ ປະຈຳລັດ ມິນິໂຊຕາ ສະຫະລັດອາເມລິກາ.



       ໃນວັນທີ 21 ມັງກອນນີ້ ຢູ່ສະມາຄົມນັກຂ່າວ ແຫ່ງ ສປປ ລາວ ໄດ້ມີພິທີຖະແຫຼງຂ່າວການ ວາງສະແດງການຄ້າ ແລະ ການ ມາຢ້ຽມຢາມລາວ ຂອງນາງ ສາວນິຕະຍາ ປານມະໄລທອງ ນາງງາມເຊື້ອຊາດລາວຄົນທຳອິດ ທີ່ໄດ້ຮັບຕຳແໜ່ງ ນາງງາມ USA ປະຈຳລັດມິນິໂຊຕາ ໂດຍ ການເຂົ້າຮ່ວມຂອງທ່ານ ສົມສະ ຫນຸກ ມີໄຊ ຮອງປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ, ແລະ ຜູ້ຕາງໜ້າສະພາການຄ້າ ອາເມລິກາປະຈຳລາວ ພ້ອມດ້ວຍສື່ມວນຊົນເຂົ້າຮ່ວມ.
       ນາງສາວ ນິຕະຍາ ໄດ້ກ່າວ ວ່າ: ການຢ້ຽມຢາມລາວໃນ ຄັ້ງນີ້ເປັນຄັ້ງທຳອິດເຊິ່ງໄດ້ຮັບ ການເຊື້ອເຊີນຈາກສະພາການ ຄ້າອາເມລິກາປະຈຳລາວ, ຮ່ວມ ກັບສະຖານທູດອາເມລິກາໃຫ້ ເຂົ້າຮ່ວມພິທີວາງສະແດງການ ຄ້າ ແລະ ງານລ້ຽງສະເຫຼີມ ສະ ຫຼອງສາຍພົວພັນທຸລະກິດລະ ຫວ່າງ ສປປ ລາວ ແລະ ສະຫະ ລັດອາເມລິກາທີ່ຈະຈັດຂຶ້ນໃນ ວັນທີ 24 ມັງກອນທີ່ຈະ
ມາເຖິງນີ້ ຢູ່ໂຮງແຮມລາວພລາຊາ ຈຶ່ງຖືໂອ ກາດດັ່ງກ່າວມາຢ້ຽມຢາມລາວ ເພື່ອເປັນການປະ ກອບສ່ວນສ້າງ ສຳພັນໄມຕີ ແລະ ສົ່ງເສີມການ ຂະຫຍາຍສາຍພົວພັນທາງດ້ານ ກັບວັດທະນະທຳ ແລະ ເສດຖະ ກິດລະຫວ່າງ ສປປ ລາວ ແລະ ສະຫະລັດອາເມລິກາ. ນອກຈາກ ນີ້, ຂ້າພະເຈົ້າກໍໄດ້ມາຮຽນຮູ້ວັດ ທະນະທຳ, ຮີດຄອງປະເພນີອັນ ດີງາມຂອງຊາດລາວ ແລະ ໄດ້ ພົບປະກັບຍາດພີ່ນ້ອງຂອງຕົນ ກໍຄືໄດ້ມາເຫັນບ້ານເກີດເມືອງ ນອນ ຂອງພໍ່ ແລະ ແມ່, ພ້ອມເປັນ ແບບຢ່າງອັນດີໃຫ້ ແກ່ເຍົາວະຊົນລາວ ແລະ ເພື່ອເປັນແຮງບັນດານໃຈໃຫ້ຜູ້ໜຸ່ມນ້ອຍໃຫ້ມີຄວາມກ້າຫານທີ່ຈະສ້າງຄວາມຝັນຂອງ ຕົນໃຫ້ເປັນຄວາມຈິງ.
       ນາງສາວ ນິຕະຍາ ກ່າວອີກ ວ່າ: ເມື່ອໄດ້ມາຢ້ຽມຢາມລາວ ກໍໄດ້ພົບເຫັນສິລະປະກຳ, ປະຕິ ຍະກຳທີ່ສະແດງໃຫ້ເຫັນ ເຖິງ ເຫດການປະວັດສາດ, ມີສະ ຖານທີ່ທ່ອງທ່ຽວທີ່ສວຍງາມ ບວກກັບປະຊາຊົນລາວມີຈິດໃ ດີ, ຍິ້ມແຍມແຈ່ມໃສຕ້ອນຮັບ ແຂກທີ່ມາຢ້ຽມຢາມໄດ້ເຫັນວັດ ທະນະທຳ, ຮີດຄອງປະເພີຂອງ ລາວ ທີ່ຕົເອງບໍ່ເຄີຍເຫັນຈັກເທື່ອ ຮູ້ສຶກປະທັບໃຈຫຼາຍ ແລະ ຢາກ ໃຫ້ພໍ່ແມ່ ແລະ ຍາດພີ່ນ້ອງທີ່ຢູ່ ຕ່າງປະເທດມາທ່ຽວຊົມປະເທດລາວທີ່ມີການພັດທະນາສະຖາທີ່ທ່ອງທ່ຽວ, ຕົວເມືອງ ແລະ ສະຖານທີ່ຕ່າງໆຢ່າງຫຼວງຫຼາຍໃນປັດຈຸບັນ.

No comments:

Post a Comment