ຊາວໜຸ່ມຄົນໜຶ່ງພະຍາຍາມອົດທົນຕໍ່ຄວາມເຈັບປວດ
ແລະ ບືນໂຕເອງອອກຈາກລົດເກັງ,
ຫລັງຈາກເກີດອຸປະຕິເຫດເຈືອກຕຳຫົວເສົາຂົວດອນແດງກ່ອນຕົກລົງຄອງນ້ຳ
ເຂດບ້ານດອນແດງ
ເມືອງຈັນທະບູລີ
ນະຄອນ ຫລວງວຽງຈັນ.
ຕາມການລາຍງານຂອງເຈົ້າ
ໜ້າທີ່ຈະລາຈອນເມືອງຈັນທະບູລີ
ໃຫ້ຮູ້ວ່າ:
ອຸປະຕິເຫດດັ່ງກ່າວເກີດຂຶ້ນເມື່ອເວລາປະມານ
4 ໂມງເຊົ້າ
ຂອງວັນທີ
21 ມັງກອນນີ້
ເຊິ່ງລົດເກັງຍີ່ຫໍ້ນິດສັນສີດຳ
ໝາຍເລກທະບຽນ
ກຄ 9988 ນະຄອນ
ຫລວງວຽງຈັນ
ຂັບໂດຍທ້າວ
ສຸກ ອາຍຸ
23 ປີ ຢູ່ບ້ານໂພນທັນ
ເມືອງສີສັດຕະນາກ
ນະຄອນຫລວງວຽງຈັນ
ໂດຍລົດຄັນດັ່ງກ່າວມາແຕ່ເສັ້ນທາງໜອງທາ
ເພື່ອຈະມຸ່ງໜ້າໄປທາງໂຮງກາຍະສິນ
ແຕ່ຂັບຂີ່ໄວ
ບວກກັບມີອາການມຶນເມົາ
ພໍມາຮອດຈຸດເກີດເຫດ
ເຊິ່ງເປັນທາງໂຄ້ງເຂົ້າຂົວດອນແດງ
ຈຶ່ງເຮັດໃຫ້ລົດເຈືອກຕຳເສົາຂົວ
ກ່ອນເຫີນໄປຕົກລົງຄອງນ້ຳ
ເຊິ່ງເຮັດໃຫ້ຜູ້ຂັບຂີ່ໄດ້ຮັບບາດເຈັບສາຫັດ.
ເຈົ້າໜ້າທີ່ຈະລາຈອນ
ບອກວ່າ:
ຈຸດດັ່ງກ່າວມີອຸປະຕິເຫດເກີດຂຶ້ນເລື້ອຍໆ
ເຊິ່ງໃນຕົ້ນປີໃໝ່ມານີ້
ມີລົດຈັກ
4 ຄັນ ເຈືອກລົງຄອງນ້ຳໃນລັກສະນະແບບດຽວກັນ
ເນື່ອງຈາກວ່າຈຸດດັ່ງກ່າວເປັນທາງໂຄ້ງເຂົ້າຂົວທີ່ເຊື່ອມຕໍ່ລະຫວ່າງບ້ານດອນແດງ
ແລະ ບ້ານດົງປ່າແຫລບ.
ນອກຈາກນີ້
ຢູ່ຫົວຂົວດັ່ງກ່າວກໍບໍ່ມີການຕິດປ້າຍສະທ້ອນແສງ
ເພື່ອເຕືອນໃຫ້ຜູ້ຂັບຂີ່ເຫັນໃນຍາມຄ່ຳຄືນ.
ແນວໃດກໍຕາມ,
ສິ່ງສຳຄັນແມ່ນຜູ້ຂັບຂີ່ກໍຕ້ອງມີສະຕິລະມັດລະວັງ,
ເຄົາ ລົບລະບຽບການສັນຈອນ
ໂດຍສະເພາະຫລີກເວັ້ນການເມົາແລ້ວຂັບ,
ຂັບຂີ່ລົດໄວເກີນຄວນ
ເປັນ ຕົ້ນ.

No comments:
Post a Comment