ອົງການທ່ອງທ່ຽວໂລກ ເປີດເຜີຍວ່າ:
ຕະຫລອດໄລຍະປີ
2012 ຜ່ານມາ
ມີຄົນໄປທ່ອງທ່ຽວທົ່ວໂລກຫລາຍກວ່າ
1 ຕື້ຄົນ ເຊິ່ງເຮັດໃຫ້ບັນຍາກາດການທ່ອງທ່ຽວໃນຫລາຍປະເທດຟົດຟື້ນ
ແລະ ປະ
ກອບສ່ວນຍູ້ການເຕີບໃຫຍ່ຂອງເສດຖະກິດໂລກ.
ຜູ້ຕາງໜ້າອົງການທ່ອງທ່ຽວໂລກ
ໄດ້ນຳສານຂອງເລຂາ
ທິການໃຫຍ່ອົງການທ່ອງທ່ຽວໂລກ
ຂຶ້ນອ່ານໃນພິທີເປີດຕະ
ຫລາດນັດ
ແລະ ກອງປະຊຸມທ່ອງທ່ຽວອາຊຽນ
ຄັ້ງທີ 32 ໃນວັນທີ
20 ມັງກອນນີ້
ຢູ່ໂຮງແຮມດອນຈັນພາເລດ
ນະຄອນຫລວງວຽງຈັນວ່າ:
ປີ 2012 ແມ່ນປະ
ຫວັດສາດໜ້າໃໝ່ຂອງການ
ທ່ອງທ່ຽວໂລກ
ເນື່ອງຈາກວ່າເປັນເທື່ອທຳອິດທີ່ໃນໜຶ່ງປີມີຈຳນວນນັກທ່ອງທ່ຽວເດີນທາງໄປທົ່ວໂລກຫລາຍກວ່າ
1 ຕື້ຄົນ ກວມເອົາອັດຕາ
1 ສ່ວນ 7 ຂອງປະຊາກອນໂລກ
ເຊິ່ງໄດ້ປະກອບສ່ວນສຳຄັນໃນການພັດທະນາເສດຖະກິດໃຫ້ຂະ
ຫຍາຍຕົວ, ສ້າງວຽກເຮັດງານທຳ
ແລະ ປະກອບສ່ວນຫລຸດ
ຜ່ອນຄວາມທຸກຍາກຂອງຫລາຍປະເທດ.
ປີ 2012 ຈຳນວນນັກທ່ອງທ່ຽວໃນໂລກເພີ່ມຂຶ້ນປະ
ມານ 4%, ໃນນັ້ນ
ຂົງເຂດອາຊີ-
ປາຊີຟິກເພີ່ມຂຶ້ນປະມານ
7% ໂດຍສະແດງໃຫ້ເຫັນວ່າ:
ໃນຫລາຍປີຜ່ານມາ
ໂລກຈະຜະເຊີນກັບວິກິດການຫລາຍຢ່າງ,
ແຕ່ການທ່ອງທ່ຽວຍັງສືບຕໍ່ຂະ
ຫຍາຍຕົວ.
ໃນ 10 ປີຄືນຫລັງຜ່ານມາ
ກໍປາກົດວ່າ:
ຈຳນວນນັກທ່ອງທ່ຽວໂລກມີການຫລຸດຖອຍ
3 ໄລ ຍະ
ຄືໃນຊຸມປີ
2001 ຫລຸດລົງປະ
ມານ 4% ຍ້ອນການກໍ່ການຮ້າຍຢູ່ສູນການຄ້າໃນສະຫະລັດອາເມລິກາ,
ຊຸມປີ
2003 ຫລຸດລົງ
1,6% ຍ້ອນການລະບາດຂອງພະຍາດ
ຊາ ແລະ
ປີ 2009 ຫລຸດລົງປະ
ມານ 3,8% ຍ້ອນວິກິດທາງເສດ
ຖະກິດ. ແຕ່ຫລັງຊຸມປີດັ່ງກ່າວ,
ການທ່ອງທ່ຽວກໍກັບມາຂະຫ
ຍາຍຕົວ ແລະ
ເຂັ້ມແຂງກວ່າ
ເກົ່າ.
ແນວໃດກໍຕາມ,
ອົງການທ່ອງທ່ຽວໂລກ
ຄາດຄະເນວ່າ:
ປີ 2013 ບັນຍາກາດການທ່ອງທ່ຽວຈະຂະຫຍາຍຕົວຊ້າລົງເລັກໜ້ອຍປະມານ
2-4% ເນື່ອງຈາກອຸດສາ
ຫະກຳການທ່ອງທ່ຽວອາດຈະຜະເຊີນກັບສິ່ງທ້າທາຍຫລາຍຢ່າງ
ໂດຍສະເພາະບັນຫາເສດຖະກິດ.
ແນວໃດກໍດີ
ເພື່ອຊອກຫາຊ່ອງທາງແກ້ໄຂ,
ພວກເຮົາຕ້ອງໄດ້ມີການຮ່ວມມື
ແລະ ປະສານງານໃນລະດັບພາກພື້ນເຊັ່ນ:
ເປີດກວ້າງນະໂຍບາຍຂົນສົ່ງທາງອາ
ກາດ, ປັບປຸງຂັ້ນຕອນການເຂົ້າ-
ອອກເມືອງທີ່ເປັນອຸປະສັກໜຶ່ງຕໍ່ຂະແໜງການທ່ອງທ່ຽວ.
ປັດຈຸ ບັນຍັງເຫັນວ່າມີຫລາຍຂັ້ນຕອນທີ່ບໍ່ຈຳເປັນ,
ໃຊ້ເວລາດົນ
ແລະ ຄ່າໃຊ້ຈ່າຍຫລາຍ
ໂດຍສະເພາະໃນບັນດາປະເທດພວມພັດທະນາທີ່ເປັນຕະຫລາດທ່ອງທ່ຽວພວມຂະຫຍາຍຕົວ.
ອີງຕາມການວິໄຈຂອງອົງການທ່ອງທ່ຽວໂລກເຫັນວ່າ:
ຖ້າມີການປັບປຸງຂັ້ນຕອນການຂໍ
ແລະ ອອກວີຊາໃຫ້ແກ່ນັກທ່ອງທ່ຽວໃນປະເທດສະມາຊິກ
G20 ຈະຊ່ວຍໃຫ້ນັກທ່ອງທ່ຽວເຂົ້າມາຢ້ຽມຢາມປະເທດດັ່ງກ່າວເພີ່ມຂຶ້ນ
112 ລ້ານຄົນ,
ສ້າງລາຍຮັບປະມານ
206 ຕື້ໂດລາສະຫະ
ລັດ ແລະ
ສ້າງວຽກເຮັດງານທຳໄດ້ຫລາຍກວ່າ
5 ລ້ານຄົນ.
ສະ ນັ້ນ,
ອົງການທ່ອງທ່ຽວໂລກຈຶ່ງສະເໜີການນຳຂອງປະເທດອາຊຽນໄດ້ພິຈາລະນາການອຳນວຍ
ຄວາມສະດວກໃນການເດີນທາງ
ບໍ່ສະເພາະແຕ່ໃນຂົງເຂດອາຊຽນເທົ່ານັ້ນ,
ແຕ່ຄວນພິຈາລະນາເຖິງການອອກວີຊາເທື່ອດຽວ
ແຕ່ສາ
ມາດໄປໄດ້ຫລາຍປະເທດ
ເຊິ່ງ ມາດຕະການດັ່ງກ່າວຈະຊ່ວຍໃຫ້ຈຳນວນນັກທ່ອງທ່ຽວເຂົ້າມາຢ້ຽມຢາມປະເທດອາຊຽນເພີ່ມຂຶ້ນ
ແລະ ນຳເອົາຜົນປະໂຫຍດ
ມາໃຫ້ທຸກປະເທດສະມາຊິກນຳ.
No comments:
Post a Comment