Ad

Ad

22 January 2013

ລາວໂທລະຄົມມອບລົດຈັກໃຫ້ລູກຄ້າຜູ້ໂຊກດີໄດ້ຮັບລາງວັນຈາກໂຄງການຂູດບັດຊີງໂຊກຈຳນວນ 2 ຄັນ



    ວັນທີ 18 ມັງກອນນີ້, ລາວໂທ ລະຄົມ​ ​ໄດ້ມອບລົດຈັກຈຳນວນສອງຄັນໃຫ້ກັບລູກຄ້າຜູ້ໂຊກດີທີ່ຖືກລາງວັນຈາກການຂູດບັດຕື່ມເງິນ​ ​ໃນໂຄງການຂູດບັດຊີງໂຊກ” ​ເຊິ່ງພິທີໄດ້ຈັດຂຶ້ນຢູ່ຕະ ຫລາດວັງທອງ 450 ປີໃນນະ ຄອນຫລວງວຽງຈັນໂດຍທ່ານ ວັນນະເດດ ວັນນະວົງ ຮອງຫົວ ໜ້າພະແນກການຕະຫລາດໄດ້ມອບໃຫ້ທ່ານນາງ ຄອນສະຫວັນ ພູດາວົງ ຢູ່ບ້ານທາດຫລວງໃຕ້ ເມືອງໄຊເສດຖາ ນະຄອນຫລວງວຽງຈັນເຈົ້າຂອງນ້ຳເບີໂທລະ ສັບໝາຍເລກ 58706047 ​ໄດ້ຮັບລາງວັນລົດຈັກ Honda Wave 100 ຈຳນວນ 1 ລາງວັນ ຈາກການຂູດບັດຕື່ມເງິນ ລາຄາ 50.000 ກີບ, ສ່ວນຜູ້ທີ 2 ​ໄດ້ແກ່ທ່ານ ລຳພອນ ມານະທຳ ຢູ່ບ້ານໂພສີເມືອງຫາດຊາຍຟອງ ນະ ຄອນຫລວງວຽງຈັນເຈົ້າຂອງນ້ຳເບີໂທລະສັບໝາຍເລກ 55663545 ​ໄດ້ຮັບລາງວັນເປັນລົດຈັກ Honda Wave 100​ ​ເຊັ່ນດຽວກັນ ຈາກການຂູດບັດຕື່ມເງິນ ລາຄາ 100.000 ກີບ.

    ສຳລັບລົດຈັກທີ່ນຳມາມອບໃຫ້ລູກຄ້າໃນເທື່ອນີ້ເປັນຄັນທີ 114. ນອກນັ້ນ ຍັງມີເຄື່ອງລາງ ວັນອື່ນໆອີກຢ່າງຫລວງຫລາຍ ແລະ ລໍຖ້າທ່ານເປັນເຈົ້າຂອງຢູ່ ໂດຍສະເພາະລາງວັນໃຫຍ່ເຊັ່ນ: ລົດ TOYOTA Fortuner ຍັງອີກ 1 ຄັນແລະ ລົດ Hyundai Accent Blue 1 ຄັນ.
    ໂຄງການຂູດບັດຊີງໂຊກຂອງລາວໂທລະຄົມທີ່ເລີ່ມມາແຕ່ວັນທີ 25 ພະຈິກ 2011 ມີລາງວັນລວມ ທັງໝົດ 160.000 ກວ່າລາງວັນ. ນັບແຕ່ເລີ່ມຕົ້ນໂຄງການນີ້ເຖິງປັດຈຸບັນ ມີລູກຄ້າຖືກລາງວັນຈາກລາວໂທລະຄົມແລ້ວ 50.644 ລາງວັນເຊິ່ງໃນນັ້ນ ຢູ່ນະຄອນ ຫລວງວຽງຈັນມີ 22.077 ລາງ ວັນເປັນລາງວັນລົດ TOYOTA Fortuner 1 ຄັນ, Hyundai Accent Blue 1 ຄັນ, ລົດຈັກ Honda Wave 100 ຈຳນວນ 53 ຄັນ, ລົດຈັກ YAMAHA FINO 1 ຄັນ, I-Pad 51 ​ເຄື່ອງ, I-Phone 55 ​ເຄື່ອງ, Computer Laptop ແລະ Netbook Samsung ຈຳ ນວນ 103 ​ເຄື່ອງແລະ ລາງວັນອື່ນໆອີກ, ສ່ວນຢູ່ສາຂາແຂວງທົ່ວປະເທດມີ 28.567 ລາງວັນ ເປັນລາງວັນລົດຈັກ Honda Wave 100 ຈຳນວນ 61 ຄັນ, I-Pad 57 ​ເຄື່ອງ, I-Phone 48 ເຄື່ອງ, Computer Laptop ​ແລະ Netbook Samsung ຈຳນວນ 82 ​ເຄື່ອງແລະ ລາງວັນອື່ນໆອີກ.

No comments:

Post a Comment