Ad

Ad

22 January 2013

ກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ + ອິນເດຍ ຄັ້ງທີ 4



     ກອງປະຊຸມລັດຖະມົນຕີທ່ອງ ທ່ຽວ ອາຊຽນ+ອິນເດຍ ຄັ້ງທີ 4 ໄຂຂຶ້ນຢ່າງເປັນທາງການໃນວັນ ທີ 21 ມັງກອນນີ້ ຢູ່ນະຄອນ ຫລວງວຽງຈັນ ໂດຍການເປັນປະ ທານຂອງທ່ານ ສຈ. ດຣ. ບໍ່ແສງ ຄຳ ວົງດາລາ ລັດຖະມົນຕີວ່າ ການກະຊວງ ຖະແຫລງຂ່າວ, ວັດ ທະນະທຳ ແລະ ທ່ອງທ່ຽວ, ມີບັນ ດາລັດຖະມົນຕີທ່ອງທ່ຽວແຫ່ງປະເທດສະມາຊິກອາຊຽນ ພ້ອມ ຄະນະ ເຂົ້າຮ່ວມຢ່າງພ້ອມພຽງ.
    ກອງປະຊຸມໄດ້ສະແດງຄວາມ ຍິນດີຕ້ອນຮັບທ່ານ ດຣ. ເຄ ຈີຣັນ ຈີວີ ລັດຖະມົນຕີທ່ອງທ່ຽວແຫ່ງ ປະເທດອິນເດຍ. ພ້ອມນີ້ ກອງປະ ຊຸມໄດ້ທົບທວນຄືນບັນດາຜົນຄືບ ໜ້າຂອງການຮ່ວມມືດ້ານວຽກ ງານທ່ອງທ່ຽວໃນຂອບ ອາ ຊຽນ+ອິນເດຍ ໃນໄລຍະຜ່ານມາ ແລະ ປຶກສາຫາລືກ່ຽວກັບວິທີ ທາງ ແລະ ວິທີການຕ່າງໆ ເພື່ອ ແນໃສ່ເສີມຂະຫຍາຍການຮ່ວມມື  ອາຊຽນ+ອິນເດຍ ໃນຂະແໜງ ການທ່ອງທ່ຽວ. ທ່ານ ສຈ. ດຣ. ບໍ່ແສງຄຳ ວົງດາລາ ໄດ້ກ່າວໃນ ກອງປະຊຸມວ່າ:
ໃນຖານະເປັນ ໜຶ່ງໃນບັນດາຂະແໜງເສດຖະກິດ ທີ່ມີຄວາມສຳຄັນ, ການຮ່ວມມື ອາຊຽນ+ອິນເດຍ ໃນດ້ານການ ທ່ອງທ່ຽວໄດ້ຮັບການພັດທະນາ ຢ່າງສຳຄັນ ເຊິ່ງຢັ້ງຢືນໄດ້ໂດຍ ຜ່ານຕົວເລກທີ່ເພີ່ມຂຶ້ນຂອງຈຳ ນວນນັກທ່ອງທ່ຽວຕ່າງ ປະເທດ ທັງໝົດທີ່ເຂົ້າມາຢ້ຽມຢາມປະ ເທດອາຊຽນ ແລະ ອິນເດຍ ຈາກ 79,5 ລ້ານຄົນ ໃນປີ 2010 ເພີ່ມ ຂຶ້ນເປັນຫລາຍກວ່າ 87,5 ລ້ານ ຄົນ ໃນປີ 2011 ເຊິ່ງອັນນີ້ໄດ້ປະ ກອບສ່ວນຢ່າງສຳຄັນຕໍ່ການເຕີບ ໃຫຍ່ທາງເສດຖະກິດພາກພື້ນ ຂອງພວກເຮົາ.
    ສຳລັບປະເທດລາວ ເຊິ່ງມີ ຄວາມອຸດົມຮັ່ງມີດ້ານຮີດຄອງ ປະເພນີ, ມູນເຊື້ອວັດທະນະທຳ ແລະ ປະຫວັດສາດ ທັງມີຄວາມ ອຸດົມສົມບູນ ແລະ ສວຍສົດງົດ ງາມທາງທຳມະຊາດ. ລັດຖະ ບານກໍໄດ້ໃຫ້ຄວາມສຳຄັນຢູ່ສະ ເໝີຕໍ່ການສົ່ງເສີມວັດທະ ນະທຳ, ປະຫວັດສາດ ແລະ ການອະນຸລັກ ສິ່ງແວດລ້ອມ ໂດຍຜ່ານການພັດ ທະນາບັນດາພື້ນຖານໂຄງລ່າງ ດ້ານການທ່ອງ ທ່ຽວທີ່ກ່ຽວຂ້ອງ. ຈາກການປະຕິບັດຄືດັ່ງກ່າວໄດ້ ຊ່ວຍເຮັດໃຫ້ຈຳນວນນັກທ່ອງ ທ່ຽວຕ່າງປະເທດເຂົ້າມາລາວ ເພີ່ມຂຶ້ນຈາກ 2,7 ລ້ານຄົນ ໃນປີ 2011 ມາເປັນ 3,2 ລ້ານຄົນ ໃນປີ 2012 ທັງໄດ້ຊ່ວຍສ້າງກາລະໂອ ກາດໃຫ້ແກ່ການ ສ້າງວຽກເຮັດ ງານທຳ ແລະ ສ້າງລາຍຮັບເພີ່ມ ຂຶ້ນຢ່າງຫລວງຫລາຍໃຫ້ແກ່ປະຊາຊົນລາວ.

No comments:

Post a Comment