Ad

Ad

28 January 2013

ມອບລາງວັນໃຫ້ນັກສຶກສາເກ່ັງດ້ານວິສະວະກຳໃນໂຄງການ Honda Yes Award ປີທີ 5 ຊຸດທີ 1



      ວັນທີ 23 ມັງກອນນີ້ຢູ່ຄະນະວິສະວະກຳສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດພິທີມອບລາງວັນໃຫ້ແກ່ນັກສິກສາເກັ່ງ ດ້ານວິສະວະກຳທີ່ຊະນະການແຂ່ງຂັນໃນໂຄງການ Honda YES Award ປີທີ 5 (ປີສຸດທ້າຍ) ຂອງໂຄງການ ຊຸດທີ 1 ໃຫ້ກຽດເຂົ້າຮ່ວມໃນພິທີມອບລາງວັນດັ່ງກ່າວໂດຍແມ່ນທ່ານ ຮອງສາສະດາຈານ ດຣ. ສາຍຂອງ ສາຍ ນະສິນ ຮອງອະທິການບໍດີມະ ຫາວິທະຍາໄລແຫ່ງຊາດ ປະ ທານຄະນະກຳມະການຮັບຜິດ ຊອບໂຄງການ Honda YES Award, ທ່ານ Yoichi  HARA DA ຫົວໜ້າຫ້ອງການບໍລິຫານຂອງມູນນິທິຮອນດາ, ທ່ານ Shige ki KOBAYASHI ທີປຶກສາສະຖານທູດຢີ່ປຸ່ນປະຈຳລາວ, ທ່ານ ເຊງ ຊົງຊີນູ ຮອງຫົວໜ້າກົມສຶກສາຊັ້ນສູງກະຊວງສຶກສາທິການແລະກິລາ.
      ໂຄງການ Honda YES Award you Engineer and Scientists Award ເປັນໂຄງ ການໜຶ່ງຂອງມູນນິທິຮອນດາທ່ີສ້າງຕັ້ງຂຶ້ນໃນໂອກາດວັນຄ້າຍວັນເກີດຄົບຮອບ 100 ປີຂອງທ່ານ ຮອນດາ ໂຊອິຈິໂລ ໃນເດືອນພະຈິກ ປີ 2006 ແລະ ວັນ ຄົບຮອບ 30 ປີ
ຂອງການສ້າງຕັ້ງມູນນິທິດ້ວຍຈຸດປະສົງທີ່ແນ່ໃສ່ເພື່ອສະໜັບສະໜູນບັນດານັກສຶກສາດ້ານວິທະຍາສາດ ແລະ ວິ ສະວະກຳສາດ ຂອງມະຫາວິທະ ຍາໄລທີມີຄະແນນໃນການຮຽນດີເດັ່ນ ແລະ ມີຄວາມມຸ່ງຫັວງ ຢາກເປັນຜູ້ນຳທາງດ້ານອຸດສາ ຫະກຳໃນອະນາຄົດ. ລາງວັນ ໃນໂຄງການດັ່ງກ່າວແມ່ນປະ ກອບມີເງິນສົດ 3000 ໂດລາສະ ຫະລັດພ້ອມດ້ວຍຫຼຽນ ແລະ ໃບຢັ້ງຢືນ, ຜູ້ທີ່ໄດ້ຮັບລາງວັນຍັງຈະໄດ້ຮັບທືນໄປຮຽນຕໍ່ປະລິນ ຍາໂທຢູ່ມະຫາວິທະຍາໄລໃດໜຶ່ງໃນຈຳນວນ 44 ແຫ່ງຂອງປະເທດຢີ່ປຸ່ນ ທີ່ມູນນິທິຮອນດາກຳນົດໃຫ້ຈະໄດ້ຮັບເງິນທຶນໃນການສືກສາຕື່ມອີກຈຳນວນ 10 ພັນໂດລາສະຫະລັດ.
  ໂຄງການດັ່ງກ່າວແມ່ນໄດ້ເລີ່ມ ຕົ້ນຢູ່ປະເທດຫວຽດນາມໃນປີ 2006, ປະເທດອິນເດຍໃນປີ 2007ແລະຂະຫຍາຍມາປະເທດລາວ ແລະ ກຳປູເຈຍ ໃນປີ 2008 ໂດຍມີໄລຍະໂຄງການ 5 ປີ ໃນແຕ່ລະປະເທດສຳລັບປະເທດລາວ, ມູນນິທິຮອນດາໄດ້ຕົກລົງເຫັນດີໃຫ້ສູນຮ່ວມມືລາວຢີ່ປຸ່ນ ຮ່ວມກັບຄະນະວິສະວະກຳສາດມະຫາວິທະຍາໄລແຫ່ງຊາດເປັນຜູ້ຮັບຜິດຊອບໂຄງການດັ່ງກ່າວ.
     ສຳລັບປີ 2012 ຊຶ່ງເປັນປີທີ 5ແລະ ປີສຸດທ້າຍຂອງການປະ ຕິບັດໂຄງການໄດ້ດຳເນີນມາຕັ້ງແຕ່ຕົ້ນປີ ໂດຍມີການກະກຽມເອ ກະສານຕ່າງ ແລະ ຈັດຕັ້ງປະຕິ ບັດຢ່າງຟົດຟື້ນຂື້ນໃນວັນທີ 6 ມິຖຸນາ 2012ໄດ້ຈັດຕັ້ງປະຖົມນິເທດໃຫ້ນັກສຶກສາຄະນະວິສາວະກຳສາດ ໃຫ້ເຂົ້າຮ່ວມສະໝັກແຂ່ງຂັນເອົາທືນໂດຍ ມີຜູຸ້ເຂົ້າຮ່ວມ 494  ຄົນ ເຖິງມື້ປິດຮັບຟອມສະໝັກມີຜູ້ເຂົ້າຮ່ວມທັງໝົດ 98 ຄົນ ຈາກນັ້ນໄດ້ຄັດເລືອກເອົາ 12 ຄົນ, ນັບທັງຜູ້ສຳຮອງ 2 ຄົນຈາກຜຸູ້ສະໝັກທັງໝົດຕາມຫຼັກການທີ່ວາງອອກ. ຈາກນັ້ນໂຄງການດັ່ງກ່າວໄດ້ຈັດຕັ້ງການສອບເສັງຂຽນເປັນພາສາລາວໃນຫົວຂໍ້ທີ່ມູນນິທິຮອນດາກຳນົດໃຫ້ ແລະ ຈັດຕັ້ງການສຳພາດ ໂດຍແມ່ນຄະນະກຳມະການຄັດ ເລືອກນັກສຶກສາຂັ້ນສຸດທ້າຍເປັນຜູ້ກວດ ແລະ ໃຫ້ຄະແນນ. ພາຍຫຼັງທີການເສັງສິ້ນສຸດລົງບົດຂຽນທັງ 10 ບົດ ໄດ້ຖືກແປເປັນພາສາຍີ່ປຸ່ນ ແລະ ສົ່ງໄປມູນນິທິຮອນດາຢູ່ໂຕກຽວ ເພື່ອກວດກາ,ເພື່ອຄັດເລືອກເອົາຜູ້ທີ່ໄດ້ຄະແນນຫຼາຍກວ່າໝູ່ 2 ຄົນ ໃຫ້ເປັນຜູ້ຮັບລາງວັນຊະນະເລີດແລະມີຄຸນສົມບັດດີສົມຄວນໄດ້ຮັບລາງວັນ ຮອນດາປະຈຳປີ 2012 ຄື ທ້າວລີໂກ ວັນ ນັກສຶກສາປີ 3  ພາກວິຊາຊັບພະຍາກອນນ້ຳແລະນາງ ເພັດນິດດາ ອ້ວນຄຳຈັນ  ນັກສຶກສາປີ 4 ພາກວິຊາວິສະວະກຳເຕັກໂນໂລຊີ,ຂໍ້ມູນຂ່າວສານແລະຄອມພິວເຕີ.

No comments:

Post a Comment