ແຫລ່ງຂ່າວແຂວງຊຽງຂວາງ ລາຍງານວ່າ:
ປັດຈຸບັນລາຄາຊີ້ນ ງົວ-ຄວາຍໄດ້ແພງຂຶ້ນຈາກ 20-30 ພັນກີບຕໍ່ກິໂລ
ໃນເມື່ອກ່ອນ ເພີ່ມເປັນ 50-70 ພັນກີບຕໍ່ກິໂລ
ອັນໄດ້ສົ່ງຜົນກະທົບບໍ່ໜ້ອຍຕໍ່ການດຳລົງຊີວິດຂອງປະຊາຊົນທ້ອງຖິ່ນດັ່ງກ່າວ.
ນີ້ກໍເນື່ອງມາຈາກເບື້ອງມະຫາພາກບໍ່ສາມາດຄວບຄຸມການສົ່ງອອກຂອງສັດ
ລ້ຽງດັ່ງກ່າວໃຫ້ແກ່ບາງແຂວງ ແລະ ບາງປະເທດໃກ້ຄຽງ ຄືປີ 2012 ຜ່ານມາ,
ແຂວງຊຽງຂວາງໄດ້ສົ່ງອອກສັດລ້ຽງປະເພດງົວ-ຄວາຍໄປ ສສ ຫວຽດ ນາມ ມີປະມານ
15.000 ໂຕ ໃນລາຄາໂຕລະ 13-15 ລ້ານກີບ
ເຊິ່ງແພງກວ່າຕະຫລາດພາຍໃນເກືອບທົບເທົ່າ
ອັນເປັນສິ່ງດຶງດູດໃຫ້ມີການແຂ່ງຂັນກັນສົ່ງອອກຂອງສັດລ້ຽງດັ່ງກ່າວເປັນຈຳ
ນວນຫລາຍ. ໃນຂະນະປັດຈຸບັນທົ່ວແຂວງຊຽງຂວາງມີງົວ ແລະ ຄວາຍຢູ່ປະມານ
250.000 ໂຕເທົ່ານັ້ນ. ຈາກນັ້ນຈຶ່ງເຮັດໃຫ້ລາ
ຄາຊີ້ນໃນທ້ອງຕະຫລາດແຂວງຊຽງຂວາງແພງຂຶ້ນຢ່າງບໍ່ຄາດຄິດມາກ່ອນ ແລະ
ຕໍ່ກັບສະພາບດັ່ງກ່າວກໍສົ່ງຜົນເຮັດໃຫ້ລາຄາສະບຽງອາຫານອື່ນໆຢູ່ທ້ອງຖິ່ນນີ້ສູງຂຶ້ນເຊັ່ນດຽວກັນ
ຄືປັດຈຸ
ບັນຊີ້ນໝູຈະຢູ່ລະຫວ່າງ 30-35 ພັນກີບຕໍ່ກິໂລ, ໄກ່ປອກປະມານ 80
ພັນກີບຕໍ່ກິໂລ, ປາລ້ຽງປະ ມານ 25-28 ພັນກີບຕໍ່ກິໂລ ແລະ
ເຂົ້າສານໜຽວກິໂລລະ 6 ພັນກີບ, ເຂົ້າຈ້າວ 7 ພັນກີບ ຍັງຢູ່ໃນເກນປົກກະຕິ.
ສ່ວນຜັກກາດຊະນິດຕ່າງໆມີລາຄາພຽງ 2.500 ກີບ ເຊິ່ງຕໍ່າກວ່າເກນປົກກະຕິຕັ້ງ
ຫລາຍເທົ່າ. ນີ້ກໍເນື່ອງມາຈາກຜູ້ປູກຜັກມີການຂະຫຍາຍຕົວ
ກວ້າງຂວາງຫລາຍກວ່າຄວາມອາດສາມາດຮອງຮັບຂອງຕະ ຫລາດພາຍໃນ.
ສິ່ງນີ້ກໍສົ່ງຜົນກະ ທົບບໍ່ດີຕໍ່ກະສິກອນ ເນື່ອງຈາກການຄວບຄຸມລາຄາສິນຄ້າໃນທ້ອງຕະ
ຫລາດບໍ່ມີຄວາມໝັ້ນ ທ່ຽງ, ແຕ່ຂະນະດຽວກັນ ທ່ານຫົວໜ້າພະແນກອຸດສາຫະກຳ- ການ
ຄ້າແຂວງຊຽງຂວາງ ກໍໄດ້ອອກມາສະແດງຄວາມຮັບຜິດ ຊອບຂອງຕົນວ່າ:
ໃນໄລຍະຜ່ານມາ ເຖິງວ່າເຈົ້າໜ້າທີ່ກ່ຽວຂ້ອງໄດ້ອອກແຮງລົງຕິດຕາມກວດ
ກາລາຄາສິນຄ້າຕາມທ້ອງຕະ ຫລາດເປັນປະຈຳຢູ່,
ແຕ່ກໍຍັງບໍ່ສາມາດຄວບຄຸມການສວຍໂອ
ກາດຂຶ້ນລາຄາສິນຄ້າໂດຍລຳພັງຂອງແມ່ຄ້າຊາວຂາຍຈຳນວນໜຶ່ງ,
ແຕ່ເຖິງຢ່າງໃດກໍຈະພະຍາ
ຍາມເລັ່ງຄວບຄຸມລາຄາສິນຄ້າໃນທ້ອງຕະຫລາດໃຫ້ຢູ່ໃນເກນປົກກະຕິ. ພ້ອມນັ້ນ
ກໍຈະໄດ້ເພີ່ມທະວີການຄຸ້ມຄອງສິນຄ້າສົ່ງອອກໃຫ້ສົມດູນກັບຄວາມຕ້ອງ
ການຊົມໃຊ້ພາຍໃນ ເພື່ອບໍ່ໃຫ້ເກີດສະພາບຄວາມຕ້ອງ ການຫລາຍກວ່າການຕອບສະໜອງ,
ທັງນີ້ກໍເພື່ອເຮັດໃຫ້ການຄວບຄຸມລາຄາສິນຄ້າມີຄວາມໝັ້ນທ່ຽງ.
No comments:
Post a Comment