ຊັບພະຍາກອນປ່າໄມ້ໂລກ ໃນປັດຈຸບັນ ຍັງສືບຕໍ່ຖືກຄຸກຄາມ
ຢ່າງໜັກ ໜ່ວງຈາກການກະທຳ ຂອງມວນມະນຸດໃນ ຫລາຍຮູບ ການເຮັດໃຫ້ປ່າໄມ້ເສື່ອມ ໂຊມ, ຖືກທຳລາຍ,
ດັບສູນ ແລະ ສູນ ເສຍໃນແຕ່ລະປີປະມານ 14 ລ້ານ ເຮັກ ຕາຄິດ ເປັນມູນຄ່າເສຍຫາຍ ດ້ານເສດຖະກິດ
ປະມານ 2,5 - 4,5 ຕື້ໂດລາສະ ຫະລັດ ຖືວ່າເປັນ ການສູນເສຍທ່າແຮງທາງການສະໜອງສະບຽງອາຫານທຳ ມະຊາດຢ່າງມະຫາສານ
ສຳລັບຜູ້ທຸກຍາກຊຶ່ງໃນປັດຈຸບັນສະເລ່ຍ 1 ໃນ 7 ຄົນຂອງ ປະຊາກອນໂລກ ຍັງປະເຊີນກັບໄພອຶດຫິວ,
ເດັກນ້ອຍຫລາຍກວ່າ 20.000 ຄົນທີ່ມີອາຍຸຕ່ຳກວ່າ 5 ປີ ໄດ້ ເສຍຊີ ວິດໃນແຕ່ ລະມື້ຍ້ອນຂາດ ເຂີນອາຫານ.
ຂໍ້ມູນດັ່ງກ່າວໄດ້ຮັບການລາຍງານຈາກກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃນໂອກາດສະ
ເຫລີມສະຫລອງວັນສິ່ງແວດລ້ອມໂລກທີ່ໄດ້ຈັດຂຶ້ນໃນວັນທີ 5 ມິຖຸນາ 2013 ນີ້.
ສະເພາະຢູ່ ສປປ. ລາວ, ທ່ານ ນູລິນ ສິນບັນດິດ
ລັດຖະມົນ ຕີວ່າການກະຊວງຊັບພະະຍາ ກອນທຳມະ ຊາດ ແລະ ສິ່ງແວດລ້ອມ ໄດ້ໃຫ້ຮູ້ວ່າ: ສປປ. ລາວ
ຍັງມີຊັບພະຍາກອນທຳມະຊາດທີ່ ອຸດົມສົມບູນ, ຍັງຮັກສາໄດ້ຄຸນນະພາບສິ່ງແວດ ລ້ອມ ແລະ ສິ່ງ
ແວດລ້ອມຕົວເມືອງ ຍັງຢູ່ໃນສະ ພາບທີ່ດີ ອັນໄດ້ກາຍເປັນທ່າແຮງ ສຳຄັນສຳລັບການພັດທະນາເສດຖະ
ກິດ-ສັງຄົມແຫ່ງຊາດ, ປະ ຊາຊົນສ່ວນຫລາຍ ໄດ້ໝູນໃຊ້ທ່າ ແຮງດັ່ງກ່າວ ເຂົ້າໃນການຜະ ລິດ, ເປັນແຫລ່ງສະບຽງອາຫານ
ຕົ້ນຕໍ ແລະ ເປັນບ່ອນທຳມາຫາ ກິນປະຈຳວັນ. ໄປພ້ອມໆກັນ ນີ້ ປະເທດເຮົາຍັງຜະເຊີນກັບ ການປ່ຽນແປງຢ່າງໄວວາ
ໄປ ຕາມຂະບວນການພັດທະນາເສດ ຖະກິດ-ສັງຄົມ, ໃນບາງເຂດໄດ້ ຫັນປ່ຽນປ່າທຳມະຊາດໄປສູ່ ການປູກໄມ້ອຸດສາຫະກຳເປັນ
ຕົ້ນຢາງພາລາ, ໄມ້ວິກ ແລະ ອື່ນໆນັບມື້ຫລາຍຂຶ້ນ, ການເຊົ່າ ແລະ ສຳປະທານທີ່ດິນສຳລັບ ໂຄງການລົງທຶນ,
ກິດຈະການ ພັດທະນາ ແລະ ທຸລະກິດຄອບຄົວອັນໄດ້ສົ່ງຜົນກະທົບຕໍ່ຊັບພະຍາກອນປ່າໄມ້, ແຫລ່ງນ້ຳ,
ຊັບພະຍາກອນດິນ, ຊີວະນາໆ ພັນ, ລະບົບນິເວດທຳມະຊາດໃນຂົງເຂດທີ່ກ່ຽວຂ້ອງ.
ໃນປີ
2013, ອົງການສະຫະປະຊາຊາດຮ່ວມກັບປະຊາຄົມໃນທົ່ວໂລກໂດຍສະເພາະແມ່ນ ໄດ້ຮ່ວມກັບປະເທດມົງ ໂກນຄົ້ນຄວ້າ
ແລະ ເຫັນວ່າບັນຫາເສດອາຫານ ແລະ ການສູນເສຍອາຫານທີ່ມາຈາກການກິນແບບຟຸມ ເຟືອຍ, ການຜະເຊີນ
ກັບໄພອຶດຫິວເປັນບັນຫາຊຳເຮື້ອມາດົນນານ ຊຶ່ງເປັນບັນຫາທີ່ຕ້ອງໄດ້ເອົາໃຈໃສ່ທັງສະເພາະໜ້າ
ແລະ ຍາວນານ. ບົນ ພື້ນຖານ ການຕີລາຄາໃນທົ່ວໂລກເຫັນວ່າ ໃນແຕ່ລະປີປະມານໜຶ່ງສ່ວນສາມ ຫລື
1,3 ຕື້ໂຕນ ຂອງການຜະລິດສະບຽງອາ ຫານໂລກ ໄດ້ກາຍເປັນສິ່ງເສດເຫລືອ ຊຶ່ງໃນຄວາມເປັນຈິງແລ້ວ,
ຂະບວນການຜະລິດດັ່ງກ່າວ ໄດ້ນຳໃຊ້ທີ່ດິນກວມເຖິງ 25% ຂອງ ເນື້ອທີ່ດິນປຸກສ້າງໂລກ, ໄດ້ນຳໃຊ້ນ້ຳ
ຈືດປະມານ 70% ຂອງປະລິມານ ນ້ຳທີ່ນຳໃຊ້ໃນທົ່ວໂລກເປັນສາເຫດຕົ້ນຕໍໃນການ ທຳລາຍປ່າໄມ້ປະມານ
80%.
No comments:
Post a Comment