Ad

Ad

11 June 2013

ປູກຈິດສຳນຶກໃຫ້ເດັກນ້ອຍຮູ້ຈັກປະຢັດແຕ່ເຍົາໄວ



         ​ເມື່ອ​ບໍ່​ດົນ​ມານີ້, ສະ​ຖາ​ບັນ​ການ​ເງິນອີ​ເອັມ​ໄອ ​ໄດ້​ຈັດ​ກິດ ຈະ ກຳ​ສົ່ງ​ເສີມ​ພຶດຕິ​ກຳ​ການ​ປະຢັດ​ໃຫ້​​ເດັກນ້ອຍ​​ໃນ​ໂອກາດ​ສະ​ເຫລີ​ມສະຫລອງ​ວັນ​ເດັກ​ສາກົນ ຢູ່​ພະ​ແນ​ກສຶກສາ​ນະຄອນ ຫລວງ​ວຽງ​ຈັນ.
    ກິດຈະກຳ​ດັ່ງກ່າວ​ມີ​ຫົວ​ຂໍ້​ວ່າ: “ຂ້ອຍ​ຮັກ​ການ​ປະຢັດ” ​ເຊິ່ງມີ​ເດັກ ນ້ອຍ​ເປັນ​ຈຳນວນ​ຫລາຍ​ເຂົ້າ ຮ່ວມ​​ໂດຍ​ການ​ຫລິ້ນ​ເກ​ມຖາມ- ຕອບ​ຄຳ​ຖາມ​ຢ່າງ​ມ່ວນ​ຊື່ນ ​ແລະ ມີ​ປະ​ໂຫຍ​ດ ​ເພື່ອ​ສົ່ງ​ເສີມ ​ແລະ ປູກນິ​ໄສ​ມັກ​ຮັກ​​ການ​ປະຢັດ​ແຕ່​ເຍົາ​ໄວ.
    ນັບແຕ່ປີ 2011 ເປັນຕົ້ນມາ,ສະ​ຖາ​ບັນ​ການ​ເງິນ EMI ຮ່ວມ​ມື​ກັບ​ອົງການ​ເພື່ອ​ການ​ສຶກສາ​ທາງ​ສັງ ຄົມ ​ແລະ ການ​ເງິນ​ສຳລັບ​ເດັກ ນ້ອຍ (AFLATOON) ​ ​ເພື່ອ​ສົ່ງ​ເສີມ​ການ​ຮຽນ​ຮູ້, ການ​ປະຢັດ, ສ້າງ​ຄວາມ​ຮູ້​ພື້ນຖານ​ດ້ານ​ການ​ເງິນ ​ແລະ ທຸລະ​ກິດ​ສຳລັບ​ເດັກ​ໃນ​ໂຮງຮຽນ​ລະດັບ​ປະຖົມ ​ແລະ ມັດ ທະຍົມ 10 ກວ່າ​ແຫ່ງ ​ໃນ​ນະຄອນ ຫລວງ​ວຽງ​ຈັນ ​ແລະ ​ແຂວງ​ວຽງ​ຈັນ.ຍ້ອນ​ຄວາມ​ພະຍາຍາມ​ດັ່ງ ກ່າວມາ​ຮອດ​ປັດຈຸບັນ,ບັນດາ​ເດັກ​ທີ່​ມັກ​ຮັກ​ໃນ​ການ​ປະຢັດ​ໄດ້​ເປີດ​ບັນຊີ​ປະຢັດ​ຫລາຍ​ກວ່າ 1.000 ບັນຊີ ​ແລະ ມີ​ຍອດ​ເງິນ​ຫລາຍ​ກວ່າ 200 ລ້ານ​ກີບແລ້ວ.

      ທ່ານ ສົມ​ພອນ ສີ​ແສງ​ລັດ ອຳ ນວຍ​ການ​ໃຫຍ່​ສະ​ຖາ​ບັນ​ການ​ເງິນ​ຈຸ​ລະ​ພາກ EMI ກ່າວ​ວ່າ: ພຶດຕິ​ກຳ​ການ​ປະຢັດ​ສຳລັບ​ລູກ​ຄ້າ​ຂອງ​ພວກ​ເຮົາ ​ໂດຍ​ສະ​ເພາະ​ບັນດາ​ເດັກນ້ອຍ​ແມ່ນ​ໜຶ່ງ​ໃນ​ອົງ​ປະກອບ​ທີ່​ສຳຄັນ​ໃນ​ການ​ບໍລິ ການ​ຂອງ​ພວກ​ເຮົາ ​ເຊິ່ງພວກ​ເຮົາ​ມີ​ຄວາມ​ເຊື່ອ​ໝັ້ນ​ວ່າ:ມີ​ພຽງ​ການ​ປະຢັດ​ເທົ່າ​ນັ້ນທີ່​ຈະ​ສາມາດ​ສ້າງ​ຄວາມ​ຮັ່ງມີ​ໃຫ້ແກ່​ລູກ​ຄ້າ. ສະນັ້ນພວກ​ເຮົາ​ຈຶ່ງ​ຈັດ​ກິດຈະກຳ​ດັ່ງກ່າວ​ຂຶ້ນເພື່ອ​ປູກຈິດສຳນຶກ​ໃຫ້​ເດັກນ້ອຍ​ທີ່​ເປັນ​ອະນາຄົດ​ຂອງ​ຊາດ​ເຫັນ​ຄວາມ​ສຳຄັນ​ຂອງ​ການ​ປະຢັດ​ມັດທະຍັດ ​ເພື່ອ​ອະນາຄົດ​ທີ່​ສົດ​ໃສ.ກິດຈະກຳ​ບໍ່​ພຽງ​ແຕ່​​ເນັ້ນ​ໃສ່​ແຕ່​ການ​ປະຢັດ​ເງິນ​ຄຳ​ເທົ່າ​ນັ້ນ,​ແຕ່​ພວກ​ເຮົາ​ຍັງ​ກະ​ຕຸ້ນ​ໃຫ້​ເດັກ​ຮູ້ຈັກ​ປະຢັດ​ສິ່ງ​ອື່ນໆ​ທີ່ຢູ່​ອ້ອມ​ຕົວ​ເຊັ່ນ: ​ໄຟຟ້າ, ນ້ຳປະປາ, ສິ່ງ​ແວດ​ລ້ອມ, ອຸປະກອນ​ການ​ສຶກສາ ​ແລະ ອື່ນໆ.

No comments:

Post a Comment