Ad

Ad

5 August 2013

ເປີດຖ້ຽວບິນປາກເຊ-ສະຫວັນນະເຂດ-ບາງກອກ ເລີ່ມບິນວັນທີ 6 ສິງຫານີ້



      ລັດວິສາຫະກິດການບິນລາວ ສາຂາປາກເຊ ແຂວງຈຳປາສັກ ໄດ້ຈັດພິທີຖະ ແຫຼງຂ່າວເປີດເສັ້ນທາງ ບິນທຸກໆມື້ ປາກເຊ-ສະ ຫວັນນະເຂດ (ສປປ ລາວ)-ບາງ ກອກ (ປະເທດໄທ) ເພື່ອອຳນວຍຄວາມສະ ດວກໃຫ້ແກ່ລູກຄ້າທັງພາຍໃນ ແລະ ຕ່າງປະເທດທີ່ນັບມື້ເພີ່ມຂຶ້ນ.
      ທ່ານ ສົມລິດ ອິນສີຊຽງໃໝ່ ຫົວໜ້າລັດວິສາຫະກິດການບິນ ລາວ ສາຂາ ປາກເຊ ໃຫ້ຮູ້ວ່າ: ເພື່ອອຳ ນວຍຄວາມສະດວກ ແລະ ຕອບສະໜອງຄວາມຕ້ອງ ການຂອງຜູ້ຊົມໃຊ້ທັງຄົນລາວ ແລະ ຕ່າງປະເທດ ທີ່ນັບມື້ນັບຫລາຍຂຶ້ນນັ້ນ, ລັດວິສາຫະກິດການບິນລາວ ຈຶ່ງໄດ້ພັດທະນາ ການບໍລິການໂດຍການເປີດ ຖ້ຽວບິນທຸກໆມື້ແຕ່ປາກເຊ-ສະຫວັນນະເຂດ-ບາງກອກ ເຊິ່ງຈະຕ່າງຈາກເມື່ອກ່ອນເປີດບິນ ພຽງອາທິດ ລະ 5 ມື້ ໂດຍຍົກເວັ້ນວັນອັງຄານ ແລະ ວັນພະຫັດເຊິ່ງ ໄດ້ຖືເອົາວັນອັງຄານວັນທີ 6 ສິງ ຫາ 2013 ເປັນ ມື້ເລີ່ມຕົ້ນບິນໃນເສັ້ນທາງນີ້, ພ້ອມທັງເປັນການກຽມພ້ອມໃສ່ແຜນການບິນລະດູໜາວທີ່ຈະເລີ່ມໃນ ເດືອນຕຸລາ 2013
ຮອດເດືອນມີນາ 2014 ເຊິ່ງລັດວິສາຫະກິດການບິນລາວຈະຖະແຫຼງຂ່າວຕາມພາຍຫຼັງ ແລະ ມີຄວາມເປັນໄປໄດ້ວ່າໃນ ທ້າຍເດືອນສິງຫາ 2014 ຈະສາມາດ ບິນໂດຍກົງ ປາກເຊ-ບາງກອກໂດຍ ບໍ່ຜ່ານແຂວງສະຫວັນນະເຂດ.
      ທ່ານ ສົມລິດ ອິນສີຊຽງໃໝ່ ໃຫ້ຮູ້ຕື່ມວ່າ: ສຳລັບລາຄາຂອງ ການເປີດຖ້ຽວບິນໃໝ່ ແຕ່ປາກ ເຊ-ສະຫວັນນະເຂດ ແມ່ນ 290.000 ກີບ/ຄົນ/ຖ້ຽວ, ປາກເຊ- ບາງກອກ ລາຄາ 1.040.000 ກີບ/ຄົນ/ ຖ້ຽວ. ດັ່ງນັ້ນ ເລີ່ມແຕ່ ວັນທີ 1 ສິງຫາ-26 ຕຸລາ 2013 ແຜນບິນເຂົ້າ-ອອກຈາກປາກເຊ ຈະມີສະພາບ ດັ່ງນີ້: ຖ້ຽວບິນຕົ້ນຕໍ ຈາກປາກເຊ-ວຽງຈັນ ມີມື້ລະ 2 ຖ້ຽວ ອອກເວລາ 12:45 ໂມງ ແລະ 16:40 ໂມງ, ວຽງຈັນ-ປາກ ເຊ 6:00 ໂມງ ແລະ 11:00, ຖ້ຽວ ບິນປາກເຊ-ສະຫວັນນະເຂດ- ບາງກອກ, ປາກເຊ-ສຽມລຽບ- ປາກເຊ ສສ. ຫວຽດນາມ ມີທຸກໆ ມື້, ປາກເຊ-ໂຮ່ຈີມິງ-ປາກເຊ ມີ 4 ຖ້ຽວຕໍ່ອາທິດ, ຍົກ ເວັ້ນວັນອັງ ຄານ ແລະ ວັນພະຫັດ ແລະ ປາກ ເຊ-ຫຼວງພະບາງ-ປາກເຊ ມີ 4 ຖ້ຽວບິນຕໍ່ອາທິດ (ບິນ ໂດຍກົງ).

No comments:

Post a Comment