Ad

Ad

20 September 2013

ໂຮງຮຽນ 2 ແຫ່ງຢູ່ເມືອງໄຊຍະບູລີ ປະກາດເປັນໂຮງຮຽນປອດຢາເສບຕິດ



           ວັນທີ 18 ກັນຍານີ້, ໄດ້ມີພິທີປະກາດໂຮງຮຽນ 2 ແຫ່ງ ຄື: ໂຮງຮຽນ ມັດທະຍົມສົມບູນບ້ານສີໄຄ ແລະ ໂຮງຮຽນມັດທະຍົມຕົ້ນບ້ານຜັກເຜື້ອເປັນ ໂຮງ ຮຽນປອດຢາເສບຕິດ ໂດຍມີ ທ່ານ ນາງ ສີສະຫວັດ ໂຄດຕະວົງສາ ຮອງເຈົ້າເມືອງໆ ໄຊ ບູລີ ພ້ອມ ທ່ານ ຖາວອນ ອິນສີຊຽງໃໝ່ ຮອງຫົວໜ້າພະແນກສຶກສາທິ ການ ແລະ ກິລາແຂວງສະຫວັນ ນະເຂດ ແລະ ບັນດາຫົວໜ້າ, ຮອງຫົວໜ້າຫ້ອງການດັ່ງ ກ່າວເຂົ້າຮ່ວມ.  
            ຜົນສຳເລັດການປະກາດ ເອົາໂຮງຮຽນມັດທະຍົມ 2 ແຫ່ງ ຂອງເມືອງດັ່ງກ່າວ ເປັນເຂດປອດຢາເສບຕິດແນໃສ່ ເພື່ອສ້າງເປັນຕົວແບບຂອງບັນດາໂຮງຮຽນສາມັນໃນທ່ົວເມືອງຕາມການຕົກລົງຂອງຄະນະພັກຄະນະອຳນາດການປົກຄອງ ກ່ຽວກັບການແກ້ໄຂປາກົດການຫຍໍ້ທໍ້ບັນຫາສິ່ງເສບຕິດ ເວົ້າລວມຜູ້ບໍລິຫານການສຶກສາແຕ່ລະໂຮງຮຽນໄດ້ຖືເອົາວຽກງານ
ການສຶກສາອົບຮົມການເມືອງແນວຄິດເປັນບັນຫາກົກໂດຍເຫັນໄດ້ຜົນຮ້າຍຂອງຢາເສບຕິດທີ່ມີຕໍ່ສຸຂະພາບ, ສັງຄົມ ແລະ ຕໍ່ຄອບຄົວເພື່ອໃຫ້ທຸກຄົນໄດ້ຮັບຮູ້ເຖິງຜົນຮ້າຍດັ່ງກ່າວ.
             ໃນປີສົກຮຽນ 2012- 2013 ທົ່ວແຂວງມີໂຮງຮຽນມັດທະຍົມສຶກສາທັງໝົດ 180 ແຫ່ງ ໃນນັ້ນໄດ້ກຳນົດເອົາ ໂຮງຮຽນມັດທະຍົມສຶກສາຈຳນວນ 64 ແຫ່ງສ້າງເປັນໂຮງຮຽນຕົວແບບປອດຢາເສບຕິດ ແລະ ສຳເລັດ 30 ແຫ່ງ, ໂດຍພະ ແນກສຶກສາທິການ ແລະ ກິລາແຂວງ ໄດ້ຮັບງົບປະ ມານຈາກລັດຖະບານຈຳນວນ 180 ລ້ານກວ່າກີບ ເພື່ອນຳໃຊ້ເຂົ້າໃນໂຄງ ການດັ່ງກ່າວ.

No comments:

Post a Comment