Ad

Ad

19 September 2013

ສະມາຄົມນັກລົງທຶນຫວຽດນາມ ຢູ່ລາວ ແລະ ທະນາຄານ BIDV ສະຫນັບສະຫນູນສາທາລະນະສຸກ ແລະ ສູນກາງຊາວ ຫນຸ່ມລາວຫລາຍກວ່າ 6 ຕື້ກີບ



             ພິທີມອບຮັບການອຸປະຖຳຂອງສະມາຄົມນັກລົງທຶນຫວຽດນາມຢູ່ລາວ ແລະ ທະນາຄານຫຸ່ນສ່ວນລົງທຶນພັດທະ ນາຫວຽດນາມ (BIDV) ໃຫ້ແກ່ຂະແໜງ ການສາທາລະນະສຸກ ແລະ ສູນກາງຊາວໜຸ່ມປະຊາຊົນປະວັດລາວ ໄດ້ມີຂຶ້ນໃນ ຕອນຄ່ຳວັນ ທີ 18 ກັນຍານີ້ ຢູ່ໂຮງແຮມລາວພລາຊາ ນະຄອນຫລວງວຽງຈັນ ໂດຍ ການໃຫ້ກຽດເຂົ້າຮ່ວມຂອງທ່ານ ດຣ.ພັນ ຄຳ ວິພາວັນ ກຳມະການກົມການເມືອງ ສູນກາງພັກ, ລັດຖະມົນຕີວ່າການກະຊວງສຶກສາທິການ ແລະ ກິລາ ສປປ ລາວ ແລະ ທ່ານ ພົນເອກ ເຈິນດາຍກວາງ ກຳມະ ການກົມການເມືອງສູນກາງພັກ, ລັດຖະມົນຕີວ່າການກະຊວງຕຳຫລວດຫວຽດນາມ  ໃນໂອກາດມາຢ້ຽມຢາມ ແລະ ເຮັດ ວຽກຢູ່ລາວຢ່າງເປັນທາງການ.           

                ເຄື່ອງຊ່ວຍເຫລືອດັ່ງກ່າວປະກອບມີເງິນທຶນຈຳນວນ 1 ແສນໂດລາສະຫະລັດພ້ອມດ້ວຍມຸ້ງ ແລະ ຜ້າຫົ່ມຈຳ ນວນ 15 ພັນຊຸດລວມເປັນມູນຄ່າຫລາຍກວ່າ 3 ແສນໂດລາສະຫະລັດປະມານ 2,4 ຕື້ກີບ     ໃຫ້ແກ່ກະຊວງສາທາລະນະ ສຸກເພື່ອນຳໃຊ້ເຂົ້າໃນການສະກັດກັ້ນ ແລະ ແກ້ໄຂຜົນກະທົບຕ້ານການລະບາດຂອງພະຍາດໄຂ້ຍູງລາຍ (ໄຂ້ເລືອດອອກ) ແລະ ສະໜັບສະໜູນຄອມພິວເຕີ້ຈຳນວນ 2 ພັນຊຸດ ຕົກເປັນມູນຄ່າ 5 ແສນໂດລາສະຫະລັດ ປະມານ  4 ຕື້ກີບ ໃຫ້ແກ່ສູນກາງ ຊາວໜຸ່ມປະຊາຊົນປະຕິວັດລາວເພື່ອສົ່ງເສີມເຂົ້າໃນການສຶກສາຮຳ່ຮຽນຂອງຊາວໜຸ່ມເຍົາວະຊົນຜູ້ທຸກຍາກຂາດ ເຂີນ ແລະ ເຂດຫ່າງໄກສອກຫລີກໄດ້ມີເງື່ອນໄຂພັດທະນາຄຸນນະພາບຊີວິດຂອງຕົນດີຂຶ້ນ.                
              ທະນາຄານຫຸ້ນສ່ວນລົງທຶນ ແລະ ພັດທະນາຫວຽດນາມ ແມ່ນວິສາຫະກິດໜຶ່ງທີ່ນຳໜ້າເຊື່ອມຕໍ່ພື້ນຖານເສດ ຖະກິດຂອງ 2 ປະເທດ ເຊິ່ງ 14 ປີຜ່ານມາ ໄດ້ປະກອບສ່ວນຍູ້ແຮງ​ໃຫ້ເສດຖະກິດລາວຂະຫຍາຍຕົວເພີ່ມຂຶ້ນສະເພາະແຕ່ປີ 2008 ເຖິງປັດຈຸບັນ, ເວລາໃດກໍຢືນຢູ່ແຖວໜ້າໃນການປະກອບສ່ວນຊ່ວຍເຫລືອປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ລາວ ຢູ່ເຂດຫ່າງໄກສອກຫລີກໄດ້ຢ່າງມີປະສິດທິຜົນ.

No comments:

Post a Comment