ຕອນເຊົ້າຂອງວັນທີ 13 ກັນຍານີ້,
ເຖິງວ່າສະພາບອາກາດຈະມືດຄຶ້ມ ແລະ ຝົນຕົກລິນລົງມາຢ່າງບໍ່ຂາດສາຍ, ແຕ່ຢູ່ມະຫາວິທະຍາໄລແຫ່ງຊາດ
(ດົງໂດກ) ກໍແອອັດໄປດ້ວຍພາຫະນະ ແລະ ຄົນຈຳນວນຫລວງຫລາຍຍ້ອນແມ່ນມື້ຮັບ ໃບປະກາສະນີຍະ
ບັດຂອງນັກສຶກສາມະຫາວິທະຍາໄລແຫ່ງດັ່ງກ່າວ. ປີນີ້ມີນັກສຶກສາຮັບໃບປະກາດຫລາຍເກືອບ
7 ພັນຄົນ ແລະ
ຍາດພີ່ນ້ອງທີ່ມາຮ່ວມສະແດງຄວາມຍີນດີກໍມີຫລາຍສົມຄວນເລີຍເຮັດໃຫ້ບໍລິເວນທີ່ກວ້າງຂວາງແຫ່ງນັ້ນຄັບແຄບເຂົ້າຢ່າງທັນຕາ.
ແນ່ນອນວ່າ,ພາຍຫລັງສີ້ນສຸດການຮັບໃບປະກາດແລ້ວ,
ສິ່ງສຳຄັນຂວາງໜ້າຂອງບັນ ດິດໃໝ່ທັງຫລາຍບໍ່ຄ່ອຍພາດ ແມ່ນ “ງານລ້ຽງສັງສັນ”
ເພື່ອສະຫລອງໃຫ້ແກ່ຜົນສຳເລັດທາງການສຶກສາທີ່ຕົນເອງສາມາດສູ້ຊົນຍາດມາໄດ້ໃນຜ່ານມາ.
ງານລ້ຽງນີ້ ຈະ ຈັດນ້ອຍ-ໃຫຍ່ ຊ່ຳໃດແມ່ນຂຶ້ນກັບເງື່ອນໄຂຖານະການ ເງິນຂອງໃຜລາວອັນນີ້ເວົ້າກັນບໍ່ໄດ້?
ແຕ່ສັງເກດເຫັນຜ່ານມາກໍຄືວ່າ:ການຈັດງານລ້ຽງນັ້ນ,ສ່ວນໜຶ່ງກໍເຫັນວ່າສົມມາພາຄວນກໍພໍ,ແຕ່ສ່ວນຫລາຍແມ່ນມີລັກສະນະໂລດໂຜນຟຸມເຟືອຍເກີນຂອບເຂດ,
ບາງຄົນເຮັດເກີນຄວາມສາມາດຂອງຕົນ, ບາງຄົນບີບບັງຄັບພໍ່ແມ່ໃຫ້ຊອກທຸກວິທີເພື່ອໃຫ້ໄດ້ເງິນມາສະໜອງຕອບຄວາມກະຫາຍ
ການຈັດງານລ້ຽງຂອງລູກທັງໆທີ່ມັນກໍບໍ່ໄດ້ເພີ່ມຄຸນຄ່າອັນໃດໃຫ້ກັບໃບປະກາດນັ້ນເລີຍ
ນອກຈາກຄຳຍ້ອງຈາກຜູ້ທີ່ໄດ້ກິນນຳ, ກົງກັນຂ້າມຜົນເສຍພັດມີຫລາຍກວ່າ
ເຊັ່ນ:ເສຍເງິນໂດຍເປົ່າປະໂຫຍດ ຫລື ບາງຄົນດື່ມກິນຫລາຍຈົນມຶນເມົາສຸດທ້າຍເກີດອຸປະຕິເຫດຕາມທ້ອງຖະໜົນຈົນເສຍຊີວິດກໍມີໃຫ້ເຫັນມາແລ້ວ.
ແນວໃດກໍຕາມ, ຍົກບັນຫານີ້ຂຶ້ນມາກໍເພື່ອສ່ອງແສງ
ແລະ ເຕືອນໃຫ້ນັກຮຽນ-ນັກສຶກສາທັງຫລາຍໄດ້ມີຄວາມເຂົ້າໃຈວ່າອັນໃດຄືສິ່ງທີ່ຄວນ
ແລະບໍ່ຄວນເຮັດ,
ໃຫ້ເຫັນໄດ້ຄວາມປະຢັດມັດທະຍັດ,ຫລີກເວັ້ນບັນຫາການມົ້ວສຸມຫລີ້ນກິນຟຸມເຟືອຍບໍ່ວ່າຈະໃນໂອກາດໃດກໍຕາມ
ແລະ ຄວນຄຳນຶງເຖິງວ່າ
ກ່ອນຈະຮຽນຈົບຈົນໄດ້ໃບປະກາດກໍໃຊ້ເວລາຫລາຍປີ,ພໍ່ແມ່
ໄດ້ສູ້ຊົນເຮັດວຽກໜັກເພື່ອຊອກຫາເງິນຄຳ-ວັດຖຸ
ຢືນສົ່ງໃຫ້ລູກໄດ້ຮ່ຳຮຽນສູງໆ
ເພື່ອໃຫ້ເປັນຄົນດີຂອງສັງຄົມ,ມີຄວາມຮູ້ຄວາມສາມາດ ເພື່ອປະ
ກອບສ່ວນພັດທະນາປະເທດຊາດ ແລະ ຄອບຄົວ.ບໍ່ດັ່ງນັ້ນ ໃບປະ
ກາດທີ່ເຮົາໄດ້ຮັບໃນມື້ນີ້
ມັນອາດມີຄ່າໜ້ອຍກວ່າໃບຜັກກາດໃນມື້ໜ້າກໍເປັນໄດ້.
No comments:
Post a Comment