Ad

Ad

18 November 2013

ຄົ້ນຄວ້າການນຳໃຊ້ພາສາລາວໃຫ້ຖືກຕ້ອງໃນລາຍການໂທລະພາບ



         ໃນວັນທີ 15 ພະຈິກນີ້ ຢູ່ກະຊວງຖະແຫຼງຂ່າວວັດທະນະທຳ ແລະ ທ່ອງ ທ່ຽວ ໄດ້ມີກອງປະຊຸມປຶກສາຫາລືການ ນຳໃຊ້ພາສາລາວໃຫ້ຖືກຕ້ອງໂດຍ ສະເພາະ ໃນລາຍກນາໂທລະພາບ ໂດຍການເປັນປະທານໂດຍທ່ານ ສະຫວັນຄອນ ຣາຊ໌ ມຸນ ຕີລັດຖະມົນ ຕີຊ່ວຍວ່າການກະຊວງຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ, ມີຜູ້ຕາງໜ້າຈາກສະຖາບັນຄົ້ນຄວ້າ ພາສາສາດ, ສະຖາບັນສື່ມວນຊົນ ແລະ ບັນດາ ສື່ມວນຊົນເຂົ້າຮ່ວມເປັນຈຳນວນຫຼາຍເພື່ອພ້ອມກັນຄົ້ນຄວ້າປະກອບຄວາມຄິດ ເຫັນກ່ຽວກັບການນຳໃຊ້ພາສາລາວໃຫ້ເປັນເອກະພາບ.
       ທ່ານ ປິ່ນປາດຖະໜາ ພັນທະມາລີ ຫົວໜ້າກົມສື່ມວນຊົນ ກ່າວ ວ່າ: ການ ຈັດກອງປະຊຸມດັ່ງກ່າວຈຸດປະສົງຕົ້ນຕໍ ແມ່ນເພື່ອພັດທະນາຫຼັກການແບບວິທີການນຳໃຊ້ພາສາລາວໃຫ້ຖືກຕ້ອງມີຄຸນນະພາບ, ຖືກຫຼັກໄວຍາກອນ ແລະ ເປັນທີ່ຍອມ ຮັບໄດ້ຂອງສັງຄົມໂດຍສະເພາະຈະເບິ່ງຄືນຫຼັກການທີ່ເປັນເອກະພາບຂອງການນຳໃຊ້ພາ ສາທາງໂທລະພາບ, ເບິ່ງຄືນການໃຊ້ພາ ສາລາວທີ່ເປັນຜົນສະທ້ອນເຮັດໃຫ້ພາສາສູນເສຍ ແລະ ການຕົກລົງເອົາຄຳສັບທີ່ເປັນ ພາສາລາວຢ່າງຖືກຕ້ອງ.

        ກອງປະຊຸມໄດ້ຍົກໃຫ້ເຫັນ ວ່າ: ການນຳໃຊ້ພາສາລາວໃນ ສື່ມວນຊົນເຮົາຍັງບໍ່ທັນມີຄວາມເປັນເອກະພາບກັນ ແລະ ສ່ວນ  ໃຫຍ່ບັນດາໂຄສົກ, ພິທີກອນມີການໃຊ້ຄຳສັບແບບຊອດກະຈາ ເຮັດໃຫ້ສັງຄົມມີຄວາມສັບສົນລະຫວ່າງຄຳສັບ ຄຳ ເຄົ້າເດີມ ແລະ ຄຳສັບປັດຈຸບັນເຮັດໃຫ້ພາສາລາວສູນເສຍເອກະລັກຂອງພາສາລາວ, ຂະນະດຽວກັນຄວາມເປັນເອກະພາບ ທີ່ຈະນຳ ໃຊ້ຫຼັກພາສາລາວໃຫ້ຖືກກັບໄວຍາກອນ ຊຶ່ງກໍຍັງບໍ່ມີການກຳນົດຈະແຈ້ງໃນວັດຈະນານຸກົມທີ່ບັນດານັກປາດອາຈານ ໄດ້ຄົ້ນຄວ້າ ເຮັດໃຫ້ພາສາຄຳເວົ້າ ແລະ ການ ໃຊ້ສັບສຳນວນໃນພາສາບາງສິ່ງ ກໍບໍ່ຖືກຕ້ອງ ແລະ ເປັນເອກະພາບກັນ. ດັ່ງນັ້ນ ກອງປະຊຸມຄັ້ງນີ້ ເປັນຈຸດໜຶ່ງເພື່ອພວກເຮົາໄດ້ພິຈາລະນາຄົ້ນຄວ້າເພື່ອກ້າວໄປສູ່ຄວາມເປັນເອກະພາບຕໍ່ການນຳໃຊ້ພາສາ ລາວໃນສື່ຂອງພວກເຮົາເພື່ອສັງຄົມມີຄວາມເຂົ້າໃຈງ່າຍຕາມຂຶ້ນ.

No comments:

Post a Comment