Ad

Ad

18 November 2013

ບໍລິສັດ ອາລີ​ອັນ​ປະກັນ​ໄພ​ລາວ ເ​ປີດ​ສູນ​ບໍລິການ​ປະກັນ​ໄພ



         ໃນ​ວັນ​ທີ 15 ພະຈິກ​ນີ້, ທ່ານ ກີ​ ອາ​ໂປຣີ ອຳນວຍ​ການ​ບໍລິສັດ ອາລີ​ອັນ​ປະກັນ​ໄພ​ລາວ ​​ແຈ້ງ​ໃຫ້​ຮູ້​ວ່າ: ການ​ເປີດສູນ​ບໍລິການ​ປະກັນ​ໄພແຫ່ງ​ນີ້​ແມ່ນ​ລວມ​ເອົາ​ການ​ບໍລິການ​ປະກັນ​ໄພ​ທັງ​ໝົດ​ຂອງ​ບໍລິສັດ​ມາ​ຢູ່​ຈຸດ​ດຽວຢູ່ອາ ຄານ​ວຽງ​ຈັນ​ພານິດ ​ໃນ​ນະຄອນ ຫລວງ​ວຽງ​ຈັນ ​ເພື່ອ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ລູກ​ຄ້າ​ໃຫ້​ສາມາດ​ເຂົ້າ​ເຖິງ​ການ​ບໍລິການ​ທຸກ​ປະ​ເພດ​ເຊັ່ນ: ອອກ​ສັນຍາ​ປະ ກັນ​ໄພ​ໃໝ່, ຕໍ່​ສັນຍາ​ປະກັນ​ໄພ, ​ໃຫ້​ຂໍ້​ມູນ ​ແລະ ຄຳ​ປຶກສາ​ການ​ປະກັນ​ໄພ, ຈ່າຍ​ສິນ​ທົດ​ແທນ​ປະ ກັນ​ໄພ ເຊິ່ງ​ເມື່ອ​ກ່ອນ​ການ​ບໍລິການ​ແມ່ນ​ລູກ​ຄ້າ​ຈະ​ຕ້ອງ​ໄປ​ແຕ່ລະ​ໜ່ວຍ​ງານ​ກ່ຽວຂ້ອງ ​ເພື່ອ​ຊື້ປະກັນ​ໄພ ​ແລະ ບໍລິການ​ອື່ນໆ ​ອັນສ້າງ​ຄວາມ​ຫຍຸ້ງຍາກ​ສັບສົນ​ໃຫ້ແກ່​ລູກ​ຄ້າ.ສູນ​ບໍລິການ​ນີ້​ແມ່ນ​ຜົນສຳ​ເລັດ​ຂອງ​ການ​ພັດທະນາ​ຂອດ​ບໍລິການ​ຂອງ​ພວກ​ເຮົາ​ໃຫ້​ດີ​ຂຶ້ນ ​ເພື່ອ​ສາມາດ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ລູກ​ຄ້າ​ໃນ​ການ​ຄຸ້ມ​ຄອງ​ຊີວິດ ​ແລະ ຊັບ​ສິນ ​ໂດຍ​ປະກັນ​ໄພ​ທີ່​ຂາຍ​ຢູ່​ສູນ​ແຫ່ງ​ນີ້ປະກອບ​ມີ ປະກັນ​ໄພ​ລົດ, ບ່ອນ ຢູ່​ອາ​ໄສ, ທຸລະ​ກິດ​ຂະໜາດ​ນ້ອຍ, ປະກັນ​ໄພ​ເດີນທາງ​ທ່ອງ​ທ່ຽວ, ປະກັນ​​ໄພ​ອຸປະຕິ​ເຫດ​ສ່ວນ​ບຸກຄົນ ​ແລະ ປະກັນ​ໄພ​ສຸຂະພາບ ​ເຊິ່ງພະ ນັກງານ​ສາມາດ​ອອກ​ສັນຍາ​ໄດ້​ທັນທີ .

          ທ່ານ ກີ ອາ​ໂປຣີ ກ່າວ​ວ່າ: ບໍລິສັດ​ອາລີ​ອັນ​ປະກັນ​ໄພ​ລາວ ສ້າງຕັ້ງຂຶ້ນ​ໃນ​ປີ 1990, ​ເປັນ​ບໍລິ ສັດ​ຮ່ວມ​ທຶນ​ລະຫວ່າງ​ລັດຖະ ບານ​ລາວ ຕາງໜ້າ​ໂດຍ​ກະຊວງ​ການ​ເງິນ ຖື​ຮຸ້ນ 49% ​ແລະ ບໍລິ ສັດ​ອາລີ​ອັນ​ສາກົນ​ແຫ່ງ​ປະ​ເທດ​ຝຣັ່ງ ຖື​ຮຸ້ນ 51% ​ແລະ ​ເປັນ​ບໍລິ ສັດ​ປະກັນ​ໄພ​ແຫ່ງ​ທຳ​ອິດ​ໃນ​ລາວ​ ທີ່​ມີ​ປະສົບ​ການ​ບໍລິການ​ປະກັນ​ໄພ. ນອກຈາກ​ມີ​ຕົວ​ແທນ​ຈຳໜ່າຍ​ປະກັນ​ໄພ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ແລ້ວ, ຍັງ​ມີ​ຄູ່​ຮ່ວມ​ທຸລະ​ກິດ​ປະ​ເພດ​ໂຮງໝໍ, ບໍລິສັດ​ທ່ອງ​ທ່ຽວ, ທະນາຄານ ​ແລະ ຫົວ ໜ່ວຍ​ທຸລະ​ກິດ​ອື່ນໆ​ຫລາຍ​ກວ່າ 120 ​ແຫ່ງ. ​ໃນ​ປີ 2013 ບໍລິສັດ​ໄດ້​ຈ່າຍ​ສິນ​ທົດ​ແທນ​ໃຫ້​ລູກ​ຄ້າ​ປະກັນ​ໄພ​ຄົນ​ປະມານ 70-80% ຂອງ​ວົງ​ເງິນ​ຄ້ຳປະກັນ​ລູກ​ຄ້າ, ຈ່າຍ​ຄ່າ​ປະກັນ​ໄພ​ລົດ​ປະ ມານ 20 ຕື້ກີບ ​ແລະ ​ໃນ​ປີ 2013 ບໍລິສັດ​ຈະ​ມີ​ລາຍ​ຮັບ​ຢູ່​ປະມານ 50 ລ້ານ​ໂດ​ລາ​ສະຫະລັດ.

No comments:

Post a Comment