Ad

Ad

18 November 2013

ຊາວບ້ານ​ນາທາມ​ເດືອດ​ຮ້ອນ​ຂຶ້ນນັບ​ມື້ຍ້ອນ​ບໍ່​ໄດ້​ໄປ​ທຳ​ມາ​ຫາ​ກິນຢູ່​ໜອງ​ຫານ



           ທ່ານ ​ແຊວ ນາຍບ້ານ​ນາ ທາມ ​ເມືອງ​ປາກງື່ມ ນະຄອນ ຫລວງ​ວຽງ​ຈັນ ​ໄດ້​ໃຫ້​ສຳພາດ​ຕໍ່ນັກ​ຂ່າວ​ວ່າ: ປັດຈຸບັນ, ປະຊາຊົນ​ບ້ານ​ນາທາມ ​ແລະ ບ້ານ​ໃກ້​ຄຽງ​ຫລາຍ​ຮ້ອຍ​ຄອບຄົວ​ມີ​ຄວາມ​ເດືອດຮ້ອນ​ຂຶ້ນນັບ​ມື້ ຍ້ອນ​ບໍ່​ໄດ້​ອອກ​ໄປ​ທຳ​ມາ​ຫາ​ກິນ​ຢູ່​ໜອງ​ຫານ​ເປັນ​ເວລາ​ຫລາຍ​ມື້ ພາຍຫລັງ​ເກີດ​ມີ​ປາ​ນ້ອຍ-​ໃຫຍ່​ຕາຍ​ເປັນ​ຈຳນວນ​ຫລາຍ ນັບ​ແຕ່​ກາງ​ເດືອນ​ຕຸລາ 2013 ​ເປັນຕົ້ນ​ມາ.
            ນາຍບ້ານ​ນາທາມ ກ່າວ​ວ່າ: ສຳລັບ​ບ້ານ​ນາທາມ​ມີ​ທັງ​ໝົດ 360 ຄອບຄົວ, ມີ​ປະຊາກອນ 2 ພັນ​ກວ່າ​ຄົນ, ສ່ວນ​ຫລາຍ​ມີ​ອາຊີບ​ປູກຝັງ-ລ້ຽງສັດ​ຕິ​ດພັນ​ກັບ​ການ​ທຳ​ມາ​ຫາ​ກິນ​ຢູ່​ເຂດ​ໜອງ​ຫານ ​ເພື່ອ​ຫາ​ລ້ຽງ​ຄອບຄົວ​ໃນ​ແຕ່​ລະ​ມື້, ​ແຕ່​ພາຍຫລັງ​ເກີດ​ມີ​ສະພາບປາ​ຕາຍ​ມາ​ຄື​ດັ່ງກ່າວ ອຳນາດ​ການ​ປົກຄອງ​ບ້ານ​​ໄດ້ ແຈ້ງ​ໃຫ້​ປະຊາຊົນ​ບໍ່​ໃຫ້​ລົງ​ຫາ​ປາ ​ແລະ ພືດ​ຜັກ​ຕ່າງໆ​ໃນ​ບໍລິ​ເວນ​ໜອງ​ຫານ​ມາ​ກິນ ​ເພາະ​ຢ້ານ​ອັນ ຕະລາຍ​ຕໍ່​ສຸຂະພາບ ​​ແລະ ​ເມື່ອ​ວັນ​ທີ 31 ຕຸລາຜ່ານ​ມາ ກໍ​ມີ​ພະນັກງານ​ຈາກ​ພະ​ແນກສິ່ງ​ແວດ​ລ້ອມ ນະຄອນຫລວງ​ວຽງ​ຈັນ​ລົງ​ມາ​ເກັບ​ເອົາ​ຕົວຢ່າງ​ນ້ຳ​ໄປ​ວິ​ໄຈຫາ​ສາ​ເຫດ​ທີ່​ພາ​ໃຫ້​ເກີດ​ປາ​ຕາຍ, ​ແຕ່​ມາ​ຮອດ​ປັດຈຸບັນ​ກໍ​
ຍັງ​ບໍ່​ທັນ​ມີ​ຄຳ​ຕອບ​ໃດໆ ​ແລະ ​ໃນ​ວັນ​ທີ 15 ພະຈິກ 2013 ກໍ​ມີ​ພະນັກງານ​ຈາກ​ພະ​ແນ​ກກະສິກຳ-ປ່າ​ໄມ້ ນະ ຄອນຫລວງ​ວຽງ​ຈັນ​ ລົງ​ໄປ​ກວດກາ​ເກັບ​ກຳ​ຂໍ້​ມູນ​ຄອບຄົວ​ປະຊາຊົນ​ທີ່​ລ້ຽງສັດ​ຢູ່​ອ້ອມ​ແອ້ມ​ໜອງ​ຫານ ​ເພື່ອ​ຕິດຕາມ​ເບິ່ງ​ສະ ພາບ​ສັດລ້ຽງ​ທີ່​ອາດ​ຈະ​ມີ​ຜົນ​ກະທົບ​ຕາມ​ມາ​ຕື່ມ​ອີກເຊິ່ງກໍ​ມີ​ຫລາຍ​ຄອບຄົວ​ໄດ້​ຮັບ​ ຜົນ​ກະທົບ ​ແລະ ມີ​ຄວາມ​ເດືອດ ຮ້ອນ​ຂຶ້ນນັບ​ມື້ຈາກ​ການ​ບໍ່​ໄດ້​​ໄປ​ທຳ​ມາ​ຫາ​ກິນ​​ຢູ່ໜອງ​ນ້ຳທຳ​ມະ​ຊາດ​ດັ່ງກ່າວ​.

No comments:

Post a Comment