Ad

Ad

6 November 2013

ສປ ຈີນ ຕົກລົງຊ່ວຍສ້າງຫໍວິໄຈພະຍາດສັດແກ່ລາວ



      ​ໃນ​ທ້າຍ​ເດືອນ​ຕຸລາ​ຜ່ານ​ມາ, ຄະນະ​ຜູ້​ແທນ​ສັດຕະວະ​ແພດ​ ສປ ຈີນ ນຳ​ໂດຍ​ທ່ານ ຫູ ຢັນ​ນານ ຮອງ​ຫົວໜ້າ​ກົມ​ຮ່ວມ​ມື​ເສດ ຖະກິດ ກະຊວງ​ກະສິກຳ ສປ ຈີນ ​ກັບ​ຄະນະ​ຜູ້​ແທນສັດຕະວະ​ແພດ ນຳ​ໂດຍ​ທ່ານ ດຣ. ບຸນ​ຂວາງ ຄຳ​ບຸນ​ເຮືອງ ຫົວໜ້າ​ກົມ​ລ້ຽງ ສັດ ​ແລະ ການ​ປະມົງ ກະຊວງ​ກະສິກຳ​ ​ແລະ ປ່າ​ໄມ້ ​ໄດ້​​ພົບ​ປະ ​ແລະ ​ເຊັນ​ບົດ​ບັນທຶກ​ຮ່ວມ​ກັນ​ກ່ຽວ​ກັບ​ການ​ຕົກລົງ​ຂອງ ສປ ຈີນ ຈະ​ໃຫ້ການ​ຊ່ວຍ​ເຫລືອ​ກໍ່ສ້າງ​ຫໍ​ວິ​ໄຈ​ພະຍາດ​ສັດ​ຢູ່ 4 ​ແຂວງ​ພາກ​ເໜືອ​ຂອງ​ລາວ ຄື​ຜົ້ງສາລີ,ອຸດົມ​ໄຊ, ຫລວງ​ ນ້ຳທາ, ​​ແຂວງ​ບໍ່​ແກ້ວ ​ແລະ ຢູ່​​ນະຄອນຫລວງ​ວຽງ​ຈັນອີກ 1 ​ແຫ່ງ.
     ການ​ຊ່ວຍ​ເຫລືອ​ດັ່ງກ່າວ​ແມ່ນ​ປະຕິບັດ​ຕາມ​ການ​ຕົກລົງ​ຂອງ​ທ່ານ​ນາຍົກລັດຖະມົນຕີ​ແຫ່ງ ສປ ຈີນ ​ໃນ​ໂອກາດ​ມາ​ຢ້ຽມຢາມ ສປປ ລາວ​ ​ເມື່ອ​ປີ​ກ່ອນ ​ເຊິ່ງສູນ​ແຫ່ງ​ນີ້ຈະຊ່ວຍ​ການ​ວິ​ໄຈ​ບົ່ງມະຕິ​ພະຍາດ​ຂັ້ນ II ​ໃຫ້​ແກ່​ສັດລ້ຽງ ໂດຍຄາດວ່າ​ຈະ​ສ້າງ​ສຳ​ເລັດ​ໃນ 3 ປີ​ຕໍ່​ໜ້າ,ເພື່ອ​ສາມາດ​ບົ່ງມະຕິ ​ແລະ ສະກັດ​ກັ້ນພະຍາດ​​ສັດ ​ໂດຍ​ສະ​ເພາະ​ການ​ເຄື່ອນ​ຍ້າຍ​ຂອງ​​ສັດ ​ແລະ
ຜະລິດ​ຕະພັນ​ສັດ​ທີ່​ຈະ​ສົ່ງ​ເຂົ້າ ສປ ຈີນ ມີ​ຄວາມ​ປອດ​ໄພ ​ແລະ ຫລຸດຜ່ອນ​ການ​ຕາຍ​ຂອງ​ສັດ​ເທື່ອ​ລະ​ກ້າວ. ຄຽງ​ຄູ່​ກັນນີ້ ທາງ​ຝ່າຍຈີນ ຍັງ​ຈະ​ຊ່ວຍ​ເຝິກ ອົບຮົມ​ພະນັກງານ​ວິຊາການ ​ເພື່ອ​ປະກອບເຂົ້າວຽກງານຂອງສູນ​ດັ່ງກ່າວ​ໃຫ້​ມີ​ຄຸນ​ນະພາ​ບສູງ​ຂຶ້ນ.

No comments:

Post a Comment