Ad

Ad

6 November 2013

ສະຫລອງສາຍພົວພັນມິດຕະພາບຍີ່ປຸ່ນ-ອາຊຽນ ຄົບ 40 ປີ



      ເພື່ອ​ເປັນ​ການສະ​ເຫລີ​ມສະ ຫລອງ​ສາຍ​ພົວພັນ​ມິດຕະພາບ​ ແລະ ການ​ຮ່ວມ​ມື ລະຫວ່າງ ​ອາ​ຊຽນ ແລະ ຍີ່ປຸ່ນ ຄົບຮອບ 40 ປີ, ມູນ​ນິທິ​ຍີ່ປຸ່ນ​ປະຈຳ​ລາວ ໄດ້​ຈັດ ບຸນມະ​ໂຫລານ​ຍີ່ປຸ່ນຂຶ້ນ ໂດຍ​ການສະ​ແດງສິລະ​ປະ​ພື້ນເມືອງ ກອງ​ປະສານ​ສຽງ​ເພງ “Drums​ & Voices” ​ໃນ​ວັນ​ທີ 4 ພະຈິກນີ້ ຢູ່​ຫໍ​ວັດທະນະທຳ​ແຫ່ງ​ຊາດ​ ໂດຍ​ມີ​ທ່ານ ສຈ. ດຣ ບໍ່​ແສງ​ຄຳ ວົງ​ດາລາ ລັດຖະມົນຕີ​ວ່າການ​ກະ ຊວງ​ຖະ​ແຫລ​ງຂ່າວ​ວັດທະນະ ທຳ ​ແລະ ທ່ອງ​ທ່ຽວ, ທ່ານ ດຣ. ປອນ​ເມກ ດາລາ​ລອຍ ປະທານ​ສະມາ ຄົມມິດຕະພາບ ລາວ-ຍີ່ປຸ່ນ ແລະ ທ່ານ ຮີ​ໂຣະຢຸກິ ກິ​ຊິ​ໂນະ ​ເອກ​ອັກຄະຣາຊະ​ທູ​ດ​ແຕ່ງ​ຕັ້ງ​ຍີ່ປຸ່ນ​ປະຈຳລາວ, ມີ​​ຄະນະທູຕາ ນຸທູດ ​ແລະ ​ແຂກ​ທີ່​ຖືກ​ເຊີນ​ເຂົ້າ​ຮ່ວມ.
       ​ບຸນມະໂຫລານເທື່ອ​ນີ້ ໄດ້​ມີ​ການສະ​ແດງ​ດົນຕີ​ພື້ນ​ເມືອງ​ຮ່ວມ​ກັນ​ຂອງ​​ສິລະ​ປິນທີ່​ມາ​ຈາກ 7 ປະ​ເທດ​ ຄືລາວ, ຫວຽດ ນາມ, ກຳປູ​ເຈຍ, ມຽນມາ, ​ໄທ, ບຣູ​ໄນ ແລະ ຍີ່ປຸ່ນ ເຊິ່ງ​ເປັນ​ການສະ​ແດງ​ກອງ​ປະສານ​ສຽງ​ເພງ ​ໂດຍ​ໄດ້​ນຳ​ໃຊ້​​ດົນຕີ​ແບບ​ພື້ນ​ເມືອງ​ຂອງ​ແຕ່ລະ​ປະ​ເທດມາສະ​ແດງ ເຊິ່ງ​ປະກອບ ມີ 14 ລາຍການ​ສະ​ແດງ.

     ໂອກາດ​ດັ່ງກ່າວ, ທ່ານ ຮີ​ໂຣະ ຢຸກິ ກິ​ຊິ​ໂນະ ກ່າວ​ໃນ​ການໄຂພິທີ​ວ່າ​: ​ບຸ​ນມະ​ໂຫລານ​ນີ້​ແມ່ນ​ໄດ້ ຈັດ​ຂຶ້ນ​ເປັນ​ເທື່ອ​ທີ 2 ​ເພື່ອ​ເປັນ​ການສະ​ເຫລີ​ມສະຫລອງ​ຄົບ ຮອບ 40 ປີ ຂອງ​ສາຍ​ພົວພັນ​ມິດ ຕະພາບ ​ແລະ ການ​ຮ່ວມມື ຍີ່ປຸ່ນ​- ອາ​ຊຽນ ເຊິ່ງ​ໄດ້ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ໃນ​ປີ 1973 ໃນຂະນະ​ທີ່​ມີ​ການ​ໄຂ​ກອງ​ປະຊຸມ Synthetic Rubber ລະຫວ່າງ​ຍີ່ປຸ່ນ ແລະ ອາ​ຊຽນ, ບຸນ​ດັ່ງກ່າວ​ເກີດ​ຂຶ້ນຈາກ​ການ​ໂຮມ​ໂຕ​ກັນ​ຂອງ 12 ນັກ​ດົນ ຕີ​ພື້ນ​ເມືອງ​ຈາກ 7 ປະ​ເທດ​ອາ​ຊຽນທີ່​ກ່າວ​ມາຂ້າງເທິງ ເຊິ່ງ​ຄະ​ນະ​ນັກ​ດົນຕີ​ໄດ້​ໃຊ້​ເວລາ​ໃນ​ການ​ເຝິກ​ແອບຮ່ວມ​ກັນ​ເປັນ​ເວລາ 4 ອາທິດ ​ເພື່ອ​ສ້າງ​ຜົນງານ​ດົນຕີ​ໃໝ່ໆ​ສຳລັບ​ບຸນເທື່ອ​ນີ້.
      ບຸນມະ​ໂຫລານ​ດັ່ງກ່າວ ​ຈະ​ໄດ້​ຈັດ​ຂຶ້ນ​ເປັນ​ເວລາ 4 ມື້ (4-9/11/2013)  ເຊິ່ງ​ຈະ​ມີ ຫລາຍໆກິດຈະກຳ​ເຊັ່ນ: ການ​ວາງສະ​ແດງ​ສິນຄ້າຍີ່ປຸ່ນ, ອາ ຫານ​ຍີ່ປຸ່ນ, ການສະ​ແດງ​ຄອນ​ເສີດ, ການສະ​ແດງ​ລະຄອນເວທີ, ການ​ສາທິດ​ເຮັດ​ວີ​ຍີ່ປຸ່ນ, ການ​ສາທິດ​(ການສະ​ແດງ​ສິລະ​ປະ​ປ້ອງ​ກັນໂຕ ບູ​ໂດ) ​ແລະ ອື່ນໆ ເຊິ່ງ​ຈະ​ມີ​ການ​ສະ​ແດງຫລາຍຮູບ​ແບບ​​ໃນທຸກ​ໆ​ມື້, ເຂົ້າ​ຊົມ​ໂດຍ​ບໍ່ ເສຍ​ຄ່າ​ຜ່ານ​ປະຕູ.

No comments:

Post a Comment