Ad

Ad

6 November 2013

ພູມໃຈໃນຄວາມເປັນລາວ ( ຄໍລຳ ສົ່ງເສີມການອ່ານ )



ໂດຍ: ​ແມງ​ຫິ່ງຫ້ອຍ
     ຂ້າພະ​ເຈົ້າມີ​ຄວາມ​ພູມ​ໃຈ​ຫລາຍ​ເມື່ອ​ໄດ້​ອ່ານບັນດາ​ເລື່ອງ ສັ້ນ ​ແລະ ​ໂຮມ​ບົດ​ກະວີ​ລາງວັນ​ຊີ​ໄຣລາວ, ລາງວັນ​ວັນນະກຳ​ສ້າງ ສັນ​ຍອດ​ຢ້ຽມ​ແຫ່ງ​ອາ​ຊຽນ ອ່ານ​ຕື່ມ 15 ​ເລື່ອງສັ້ນລາງວັນ​ແມ່ນ້ຳ ຂອງ ​ໂຊກ​ດີ​ຍັງ​ມີ​ໃນ​ມື ​ເຮັດ​ໃຫ້​ຂ້າພະ​ເຈົ້າຄິດ​ເຖິງ​ລາງວັນ​ສິນ​ໄຊ, ລາງວັນ​ວັນນະກຳ​ສ້າງສັນ​ດີ​ເດັ່ນ ​ເຫັນ​ໄດ້​ວ່າ​ບັນດາ​ນັກ​ປະພັນ​ລາວ​ພວມ​ກ້າວ​ໄປ​ຕາມ​ຄອງ​ຂອງ​ບັນພະ​ບູລຸດລາວ ດັ່ງ​ທ້າວ ປາງ​ຄຳ ​ແລະ ມະຫາ​ສີ​ລາ​ວິຣະ ວົງ ທັງ​ສອງ​ທ່ານ​ນີ້​ໄດ້​ອຸທິດ​ສະຕິ​ປັນຍາ​ສ້າງ​ຜົນງານ​ທີ່​ຈະ​ຄົງ​ຢູ່​ເປັນ​ອາພອນ​ອວດ​ເອ້​ຫລໍ່​ລ້ຽງ​ຈິດ​ວິນ​ຍານ ສ້າງ​ຄວາມ​ເບີກບານ​ໃຫ້​ແກ່​ຊີວິດ​ພວກ​ເຮົາ​ຜູ້​ເປັນ​ລູກ​ຫລານ​ສືບຕໍ່​ຕະຫລອດ​ກາລະ​ນານ. ດັ່ງ​ທີ່​ທ່ານ ບົວ​ເງິນ ຊາ​ພູ​ວົງ ​ໃນ​ນາມ​ຜູ້​ຊີ້ນຳ​ວຽກ​ງານ​ວັດ ທະນະທຳ ​ໄດ້​ຂຽນ​ໃນ​ຄຳ​ນິຍາມ (ໜ້າ ຂ) ປຶ້ມ​ເລື່ອງ​ສັງ​ສິນ​ໄຊ 2 ຄຳ​ກອນ ຄູ່​ຮ້ອງ​ແກ້ວ.
     ​ແມ່ນ​ແທ້​ແລ້ວ. ຖ້າ​ພວກ​ເຮົາ​ທາວ​ຫາ​ປະຫວັດສາດ​ດ້ານ​ວັດ ທະນະທຳ​ລາວ ພວກ​ເຮົາ​ພໍ​ຈະ​ເຫັນ​ມີ​ສິ່ງ​ຢັ້ງຢືນ​ດັ່ງ​ທີ່​ທ່ານ ຫົງ​ເຫີ​ນ ຂຸນ​ພິທັກ ນັກ​ຂຽນ​ມີນາ​ມ ປາກກາ​ວ່າ: ​ໄມ້​ຈັນ ​ໄດ້​ສຶກສາ ລະ​ອຽດ​ແລ້ວ​ຈຶ່ງ​ຂຽນ​ໃນ​ປຶ້ມຂັບ​ລຳ​ເພງ​ລາວ​ມາ​ແຕ່​ໃສ ຢູ່​ໃນ​ໜ້າ 27 ທ່ານ​ໄມ້​ຈັນ​ໄດ້​ຂຽນ​ວ່າ: ອັນ​ນີ້ຍັງ​ບໍ່​ສາມາດ​ກຳນົດ​ປີ​ເດືອນ​ໄດ້, ​ແຕ່​ກໍ​ມີ​ຫລັກ​ຖານ​ຈາກ​ບູ ຮານ​ວັດຖຸບູຮານ​ຄະດີ... ​ໃຫ້​ຮູ້​ວ່າ: ຄົນ​ໃນ​ຕະກູນ​ພາສາ​ລາວ-​ໄຕ​ຮູ້​ເປົ່າ​ແຄນ ​ແລະ ຂັບ​ລຳ​ມາ​ແລ້ວ​ບໍ່ຫນ້ອຍ​ກວ່າ 3.000 ປີ.

     ​ແມງ​ຫິ່ງຫ້ອຍ​ອ່ານ​ເຖິງ​ນີ້ກໍ​ຄິດ​ວ່າການ​ຂັບ​ລຳ​ກໍ​ຕ້ອງ​ມີ​ຜູ້​ແຕ່ງ​ທີ່​ເອີ້ນວ່າ: “ໝໍ” ໝໍ​ຂັບ, ໝໍ​ລຳ​ລາວ​ແຕ່​ໃດ​ມາ​ກໍ​ໄດ້​ພັນ​ລະນາ​ອອກ​ມາ​ໃນ​ຮູບ​ແບບ​ຂອງ​ສິລະ​ປະການ​ສະ​ແດງ ​ເຮັດ​ໃຫ້​ຜູ້​ຊົມ​ຜູ້​ຟັງ​ນຶກ​ເຫັນ​ໄດ້​ພາບ​ພົດ​ຄ່ອຍ​ປາກົດ​ຕົວ​ອອກ​ມາ​ຕາມ​ຂັ້ນຕອນ​ໃນ​ການ​ລຳ​ນັ້ນໆ.
    ມາ​ອ່ານ​ຕື່ມຄຳ​ອະທິບາຍ ຂຽນ​ໂດຍ​ທ່ານ ນາງ ດວງ​ເດືອນ ບຸນ​ຍາ​ວົງ ​ໃນ​ປຶ້ມສັງ​ສິນ​ໄຊ ເຫລັ້ມທີ 2 (ໜ້າ ງ) ຂຽນ​ວ່າ: “ຄຳ​ພັນ​ລະນາ​ເມືອງ​ເປັງ​ຈານ​ໃນ​ສັງ​ສິນ​ໄຊ​ສະບັບ​ນີ້ ສະທ້ອນ​ຄວາມ​ຮຸ່ງ​ເຮືອງ​ເຫລືອງ​ເຫລື້ອມ ຂອງ​ວຽງ​ຈັນ​ໃນ​​ສະຕະວັດ​ທີ 17 ມີ​ຄວາມ​ຄ້າຍຄື​ກັນ​ກັບ​ຄຳ​ພັນ​ລະນາ​ຂອງ​ຜູ້​ເດີນທາງ ນັກບວດ ຄຸນ​ພໍ່​ມາຣີນີ (Giovanni Fillipo de Marini) ທີ່​ມາ​ເຫັນ​ວຽງ​ຈັນ​ໃນ​ປີ ພ.ສ 2183 ​ເຊິ່ງ​ເປັນ​ໄລຍະ​ດຽວ​ກັບ​ທີ່​ທ່ານ ປາງ​ຄຳ ປະພັນ​ບົດ​ກອນ​ນີ້ (ຕາມ​ການ​ສັນນິຖານ​ວ່າ: ຄົງ​​ແຕ່ງ​ຂຶ້ນ​ໃນ​ປີ ພ.ສ 2193).
     ດັ່ງນັ້ນ, ພວກ​ເຮົາ​ເປັນ​ຮຸ່ນ​ບຸດ​ຫລານ​ທີ່​ມີ​ເຊື້ອສາຍ​ເຜົ່າ​ພັນ​ລາວ, ຖ້າ​ຈະ​ນຳ​ເອົາ​ຜົນງານ​ທາງ​ດ້ານ​ວັນນະກຳ​ຂອງ​ລາວ​ແຕ່​ເກົ່າ​ກ່ອນ ຄື​ຂອງ​ພໍ່ ປາງ​ຄຳ (ພ.ສ 2193) ຄ.ສ 1650 ມາ​ທຽບ​ໃສ່​ບັນດາ​ນັກ​ຂຽນ​ນັກ​ກະວີ​ທີ່​ມີ​ຮູບ ​ແລະ ມີ​ຊື່​ໃນ​ປຶ້ມ Petit Larousse illusure 1991 ຄື​ບັນດາ​ທ່ານ Victor Hugo 1802-1885, Lafontaine 162-1695 ຫລື ບັນດາ​ນັກ​ຂຽນ​ທີ່​ໄດ້​ຮັບ​ລາງວັນ​ຊີ​ໄຣ ​ແລະ ສູນ​ທອນ​ພູ່ ​ແລະ ລາງວັນ​ແມ່ນ້ຳ ຂອງ.
     ພວກ​ເຮົາ​ຄົງ​ຈະ​ມີ​ຄວາມ​ພາກພູມ​ໃຈ​ໃນ​ຄວາມ​ເປັນ​ລາວ ພ້ອມ​ກັນ​ກ້າວ​ຂຶ້ນບົນ​ເວທີ​ສາກົນ​ຢ່າງ​ມີ​ກຽດ ​ແລະ ​ເຊື່ອ​ໝັ້ນ​ໃນ​ໃຈ​ວ່າ ລາວ​ເຮົາ​ບໍ່​ໄດ້​ໜ້ອຍ​ໜ້າຕ່ຳ​ຕາ​ກັບປະເທດໃກ້ຄຽງ.
    ມາ​ເຖິງ​ນີ້, ຜູ້​ຂຽນ​ບົດ​ນີ້ມີ​ຄວາມ​ເຊື່ອ​ໝັ້ນວ່າ: ຖ້າ​ບັນດາ​ນັກ​ຄິດ​ນັກ​ຂຽນ​ລາວ​ໄດ້​ຮັບ​ການ​ສະໜັບສະໜູນ​ຊຸກຍູ້​ສົ່ງ​ເສີມ​ຢ່າງ​ຈິງ​ຈັງ​, ບໍ່​ວ່າ​ຈະ​ແມ່ນ​ນັກ​ປະພັນ​​ຮຸ່ນ​ເກົ່າ ຫລື ​ໃໝ່ ກໍ​ຈະ​ຂຽນ​ໄດ້​ແຕ່ງ​ໄດ້​ຫລາຍ​ເລື່ອງ​ທີ່​ມີ​ເນື້ອ​ໃນ​ດີ​ມີ​ປະ​ໂຫຍ​ດ​ໃຫ້​ແກ່​ຊາດ ແລະ ບ້ານ​ເມືອງ​ທີ່​ແສນ​ຮັກ​ຂອງ​ພວກ​ເຮົາ​ຢ່າງ​ແນ່ນອນ.

No comments:

Post a Comment