Ad

Ad

6 November 2013

ຖະແຫລງຂ່າວການສາຍຮູບເງົາເຄື່ອນທີ່ວຽງຈັນນານ


    ກົມຮູບເງົາ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ຄະ ນະທີມງານວຽງຈັນນານ ໄດ້ຮ່ວມກັນຈັດງານຖະແຫລງຂ່າວກ່ຽວ ກັບການສາຍ ຮູບເງົາເຄື່ອນທີ່ວຽງຈັນນານ (Vientianale On The Road) ຂຶ້ນໃນວັນທີ 5 ພະຈິກ 2013 ທີ່ກົມຮູບເງົາ ໃຫ້ມີທ່ານ ບຸນເຈົ້າ ພິຈິດ ຫົວໜ້າກົມຮູບເງົາ ກະ ຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ທ່ານນາງ ເຮເລັນ ອຸວຣາ ຜູ້ປະສານງານທມິງານວຽງຈັນ ນານ, ມີພະນັກງານພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານນາງ ເຮເລັນ ອຸວຣາ ໄດ້ໃຫ້ຮູ້ວ່າ: ການເດີນທາງສາຍຮູບເງົາເຄື່ອນທີ່ວຽງຈັນນານ ເປັນກິດຈະກຳການເຄື່ອນໄຫວຮູບແບບ ໃໝ່ຂອງງານເທດສະການຮູບເງົາສາກົນວຽງຈັນນານ ແລະ ເປັນທີ່ຮູ້ຈັກກັນ ໃນນາມ ”ວຽງຈັນນານ” ໂດຍໄດ້ຮັບການສ້າງຕັ້ງ ຂຶ້ນໃນປີ 2009 ເທດສະການນີ້ ມີການ ປະສົມປະສານນຳສະເໜີຮູບເງົາເລື່ອງສັ້ນ ແລະ ເລື່ອງຍາວຂອງລາວ ພ້ອມທັງ
ຮູບເງົາສາກົນທີ່ໄດ້ຮັບການຄັດເລືອກບາງເລື່ອງ. ປະຈຸບັນນີ້ ເທດສະ ການວຽງຈັນນານ ໄດ້ຫັນມາ ເປັນຕົວແທນຂອງວັດ ທະນະທຳຮູບແບບໜຶ່ງ ໃນນະຄອນຫລວງວຽງຈັນ; ເປັນງານທີ່ຈັດສາຍຮູບເງົາເຄື່ອນທີ່ຕາມບ້ານ ຕ່າງໆໃນເຂດຫ່າງໄກ ຊອກຫລິກຂອງປະເທດລາວ ພາຍໃຕ້ການສົ່ງເສີມຊຸກຍູ້ຈາກກົມຮູບເງົາ ແລະ ສູນສົ່ງເສີ່ມພູມປັນຍາ ຊຶ່ງມີເປົ້າໝາຍເພື່ອ ສົ່ງເສີມນຳ ເອົາສິລະປະຮູບເງົາ ແລະ ສົ່ງເສີມການຜະລິດຮູບເງົາທ້ອງຖິ່ນ ໃຫ້ກັບສັງຄົມໃນເຂດດັ່ງກ່າວ ສະເພາະໄວໜຸ່ມ ຈາກຊົນເຜົ່າຕ່າງໆ ທີ່ມີວັດທະນະທຳ ແຕກຕ່າງກັນ.
ສຳລັບການເຄື່ອນໄຫວສາຍຮູບເງົາໃນຄັ້ງນີ້ ແມ່ນໄດ້ເລັງໃສ່ຕ່າງແຂວງ ຊຶ່ງຈະໄດ້ເລີ່ມຕົ້ນໃນວັນທີ 1 ທັນວາ 2013 ທີ່ແຂວງ ຫົວພັນ ແລະ ສືບຕໍ່ທີ່ ແຂວງນ້ຳທາ, ຊຽງຂວາງ, ອຸດົມໄຊ ແລະ ຜົ້ງສາລີ ຕາມລຳດັບ. ການສາຍຮູບເງົາ ໃນຕອນກາງເວັນ ຈະຈັດຕາມໂຮງຮຽນ, ຕອນກາງຄືນແມ່ນຈັດຂຶ້ນ ກາງແຈ້ງຕາມບ້ານຕ່າງໆ ແລະ ເມືອງໃຫຍ່ຂອງເມືອງ ຂອງແຂວງດັ່ງກ່າວ.  ສ່ວນງານມະໂຫລານຮູບເງົາຫລວງພະບາງ ແມ່ນຈະຈັດຂຶ້ນແຕ່ວັທີ 7-11 ທັນວາ 2013 ທີ່ຫລວງພະບາງ ນອກນັ້ນ ຈະເດີນທາງໄປພາກໃຕ້ ຄື: ແຂວງສາລາວັນ, ເຊກອງ ແລະ ອັດຕະປື ໃນປີ 2014./

No comments:

Post a Comment