Ad

Ad

5 November 2013

ຮູບຫລໍ່ບັນດາຜູ້ນຳຮຸ່ນທຳອິດການປະຕິວັດລາວຖືກນຳໄປສະຖິດຢູ່ບ້ານເກີດ



          ໃນ​​ວັນ​ທີ 4 ພະຈິກນີ້,​ ທີ່​ຫໍພິພິດທະພັນໄກສອນ ພົມວິຫານ ນະຄອນຫລວງ​ວຽງຈັນ, ໄດ້​ຈັດ​ພິທີ​ມອບ-ຮັບ ຮູບ​ຫລໍ່ບັນ ດາ​ຜູ້ນຳ​ຮຸ່ນ​ທຳ​ອິດ​ການ​ປະຕິວັດ​ລາວຈຳ ນວນ 7 ທ່ານ​ຄື: ທ່ານ ໜູຮັກ ພູມ​ສະຫວັນ, ທ່ານ​ພູມີ ວົງ​ວິຈິດ, ທ່ານ​ພູນ ສີ​ປະ​ເສີດ, ທ່ານ​ ສີ​ສົມ​ພອນ ລໍ​ວັນ​ໄຊ, ທ່ານ ​ສີ​ທົນ ກົມມະ​ດຳ, ທ່ານ​ໄຟ​ດ່າງ ລໍ​ເບ​ລຍຢາ​ວ ​ແລະ ທ່ານ ຕູ້​ຢາ ​ໄຊ​ຈູ ເຊິ່່ງ​ຈະ​ໄດ້​ນຳ​ໄປ​ສະຖິດ​ຢູ່​ບ້ານ​ເກີດ​ເມືອງ​ນອນ​ຂອງ​ແຕ່ລະ​ທ່ານ,​ ໂດຍ​ເປັນກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ​ ນາງ​ ປານີ ຢາ​ທໍ່ຕູ້ ປະທານ​ສະພາ​ແຫ່ງ​ຊາດ, ທ່ານ ​ສຸ​ກັນ ມະຫາລາດ ​ເຈົ້າ​ຄອງ​ນະຄອນຫລວງ​ວຽງຈັນ ​ແລະ ຍັງ​ມີ​ທ່ານ ກວນ ຮວາ ປິງ ​ເອກ​ອັກຄະ​ລັດຖະທູດ ​ສປ.ຈີນ ​ປະຈຳ​ລາວ, ພ້ອມ​ແຂກ​ຖືກ​ເຊີນ ​ແລະ ນັກ​ສຶກສາ​ປັນຍາ​ຊົນ​ເຂົ້າ​ຮ່ວມ.
         ທ່ານ ​ສຸວັນ​ດີ ສີສະ​ຫວັດ ຮອງ​ຫົວໜ້າຫ້ອງ​ວ່າການ​ສູນ​ກາງ​ພັກຫົວໜ້າຄະນະ​ຮັບຜິດຊອບ​ຫໍພິພິດທະພັນ ​ໄກ​ສອນ ພົມ ວິຫານ​ ກ່າວ​ວ່າ: ດ້ວຍ​ຄວາມ​ກະຕັນຍູ​ຮູ້​ບຸນຄຸນ​ຕໍ່ຄຸນງາມຄວາມດີ​ ​ແລະ ຜົນງານ​ອັນ​ໃຫຍ່​ຫລວງຂອງບັນດາ​ຜູ້ນຳ​ຮຸ່ນ​ທຳ​ອິດ​
ການ​ປະຕິວັດ​ລາວ ທີ່​ໄດ້​ອຸທິດ​ຕະ ຫລອດ​ຊີວິດ​ເພື່ອ​ປະ​ເທດ​ຊາດ ​ແລະ ການ​ປະຕິວັດ​ລາວ. ສູນ​ກາງ​ພັກປະຊາຊົນ​ປະຕິວັດ​ລາວ ​ແລະ ລັດຖະບານ​ໄດ້​ຕົກລົງ​ຜະລິດ​ຮູບ​ຫລໍ່ຂອງ​ບັນດາ​ຜູ້ນຳ​ທັງ 7 ທ່ານ ເ​ຊິ່ງ​ຫລໍ່ດ້ວຍ​ທອງ​ສຳລິດ, ມູນ​ຄ່າ 1,1 ລ້ານ​ໂດ​ລາ​ສະຫະລັດ,​ໂດຍ​ງົບປະມານ​ຂອງ​ລັດຖະບານ​ ແລະ ດ້ວຍ​ລາຄາ​ພິ​ເສດ​ຈາກ​ລັດ ະບານຈີນ.ພາຍຫລັງ​ສຳ​ເລັດ​ການ​ມອບ-ຮັບ​ຈະມີ​ການ​ຂະ​ບວນ​ແຫ່​ຮູບ​ຫລໍ່ຂອງ​ທ່ານ ໜູຮັກ ພູມ​ສະ ຫວັນ ເພື່ອ​ນຳ​ໄປ​ສະຖິດ​ຢູູ່​ບ້ານ​ເກີດ​ເມືອງ​ນອນ​ທີ່​ແຂວງ​ສະຫວັນ​ນະ​ເຂດ ​ແລະ ຮູບ​ຫລໍ່ຂອງ​ທ່ານ​ສີ​ທົນ ກົມມະ​ດຳ ​ໄປ​ສະຖິດ​ຢູ່​ແຂວງ​ຈຳປາ​ສັກ ​ແລະ ອີກ 5 ທ່ານ​ຈະ​ສືບຕໍ່​ນຳ​ໄປ​ສະຖິດ​ຢູ່​ບ້ານ​ເກີດ​ເມືອງ​ນອນ​ຂອງ​ແຕ່ລະ​ທ່ານ​ຕາມ​ລຳດັບ​.
             ທ່ານ ​ສຸວັນ​ດີ ສີສະ​ຫວັດ ກ່າວ​ຕື່ມ​ວ່າ: ຮູບ​ຫລໍ່ບັນດາ​ຜູ້ນຳ​ຮຸ່ນ​ທຳ​ອິດ​ການ​ປະຕິວັດ​ລາວນີ້ ​​ແມ່ນ​ມີຄວາມປະ​ເສີດ​ລ້ຳ​ຄ່າ ​ແລະ ມີ​ຄວາມໝາຍສຳຄັນ​ທາງ​​ປະຫວັດສາດ​ການ​ເມືອງ​ຂອງ​ພັກ, ລັດຖະບານ ​ແລະ ປະຊາຊົນ​ລາວ​ບັນດາ​ເຜົ່າ.ການ​ນຳ​ໄປ​ສະ ຖິດ​ຢູ່​ບ້ານ​ເກີດ​ເມືອງ​ນອນ​ຂອງ​ແຕ່ລະ​ທ່ານຈະ​ກາຍ​ເປັນ​ບ່ອນ​ສັກກາລະ​ບູຊາ​ເຄົາລົບ​ນັບຖື, ບ່ອນ​ສຶກສາ​ຄົ້ນຄວ້າ​ຮ່ຳຮຽນ​ເອົາ​ແນວ​ຄິດ​ພາລະກິດ​ອັນ​ສູງ​ສົ່ງ,​ ແບບຢ່າງ​ຄຸນສົມບັດ​ສິນ​ທຳ​ປະຕິວັດ,​ ແບບ​ແຜນ​ດຳລົງ​ຊີ​ວິດ, ​ແບບ​ແຜນ​ວິທີ​ເຮັດ​ວຽກ,ລວມ​ເຖິງ​ແບບແຜນ​ວິທີ​ນຳພາ​ວິທະຍາສາດ ຂອງ​ບັນດາ​ທ່ານ​ທັງໝົດ ​ເພື່ອ​ມານຳໃຊ້​ເຂົ້າ​ໃນ​ວຽກງານ​ຕົວ​ຈິງ, ພ້ອມ​ນີ້ ຍັງ​ຈະ​ກາຍ​ເປັນ​ສະຖານ​ທີ່​ທ່ອງ​ທ່ຽວ ທາງ​ປະຫວັດສາດ​ທີ່​ສຳຄັນ​ອີກ​ແຫ່ງໜຶ່ງຂອງ​ແຕ່ລະ​ແຂວງ ທີ່​ເປັນ​ບ້ານ​ເກີດ​ເມືອງ​ນອນ​ຂອງ​ຜູ້ນຳ​ຮຸ່ນ​ທຳ​ອິດ​ຂອງ​ການ​ປະຕິວັດ​ລາວ.

No comments:

Post a Comment