Ad

Ad

19 December 2013

ກອງປະຊຸມແນວໂຮມ 3 ຊາດ ລາວ-ຫວຽດນາມ-ກຳປູເຈຍ ຄັ້ງທີ II ໄຂຂຶ້ນຢູ່ນະຄອນຫລວງວຽງຈັນ



            ກອງປະຊຸມແນວໂຮມ 3 ຊາດ: ລາວ-ຫວຽດນາມ-ກຳປູ ເຈຍ  ຄັ້ງທີ II ໄດ້ໄຂຂຶ້ນຢ່າງ ເປັນທາງການ ໃນວັນທີ 18 ທັນວານີ້ ຢູ່ຫໍປະຊຸມແຫ່ງຊາດ ນະຄອນ ຫລວງວຽງຈັນ ແລະ ອັດລົງດ້ວຍຜົນສຳເລັດອັນຈົບງາມໃນວັນດຽວກັນ ໂດຍການໃຫ້ ກຽດເຂົ້າຮ່ວມ ແລະ ກ່າວສູນ ທອນພົດ ໄຂກອງປະຊຸມຂອງ ທ່ານ ບຸນຍັງ ວໍລະຈິດ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການ ສູນກາງພັກ ປປ ລາວ, ຮອງປະ ທານປະເທດ ແຫ່ງ ສປປ ລາວ ໂດຍມີ ທ່ານ ສຈ. ດຣ. ພັນ ດວງ ຈິດ ວົງສາ ປະທານສູນກາງ ແນວລາວສ້າງຊາດ, ທ່ານ ຫງວຽນ ທຽນ ເຫຍີິນ ກຳມະ ການກົມການເມືອງສູນກາງພັກ ກອມມູນິດຫວຽດນາມ, ປະທານ ຄະນະກຳມະການສູນກາງແນວ ໂຮມປະເທດຊາດຫວຽດ ນາມ, ທ່ານ ສົມເດັດ ມະຫາຈັກ ກຣີ ໂປ ເຢ ເຮັງຊຳຣິນ ປະທານກິຕິມະສັກ ພັກປະຊາຊົນກຳປູເຈຍ, ປະທານສະພາແຫ່ງ ຣາຊະອານາ ຈັກ ກຳປູເຈຍ, ປະທານ ແນວໂຮມສາມັກຄີພັດທະນາມາຕຸພູມກຳປູເຈຍ, ມີບັນດາຄະນະຜູ້ແທນແນວໂຮມຈາກ 3 ປະເທດ ແລະ ແຂກທີ່ຖືກເຊີນ ເຂົ້າຮ່ວມ .                 
       
          ທ່ານ ບຸນຍັງ ວໍລະຈິດ ໄດ້ ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນ ຂອງ ການຈັດກອງປະຊຸມໃນຄັ້ງນີ້ ຊຶ່ງ ເປັນເຫດ ການການເມືອງທີ່ສຳ ຄັນຂອງ 3 ປະເທດ ເພາະຈະເປັນໂອກາດໃຫ້ແກ່ອົງການແນວໂຮມໄດ້ປຶກສາຫາລືແລກປ່ຽນບົດຮຽນ ໃນການພັດທະນາປະເທດຊາດຂອງຕົນ, ທັງເປັນໂອກາດຊອກຫາທິດທາງໃນການຮ່ວມມືຂົງເຂດແນວໂຮມໃນສະພາບການ ທີ່ທັງ 3 ປະເທດ ມີເງື່ອນໄຂສັນຕິພາບ ແລະ ເປັນໂອກາດທີ່ດີໃນການເສີມຂະຫຍາຍການພົວພັນຮ່ວມມືທີ່ແທດເໝາະຕົວຈິງ ເພື່ອພ້ອມກັນພັດທະນາພ້ອມກັນກ້າວເດີນໄປຫາຈຸດໝາຍທີ່ວາງໄວ້ບົນພື້ນຖານການເຕົ້າໂຮມເຫງົ້າພະລັງມະຫາຊົນ, ກ້ອນກຳ ລັງມະຫາຊົນສາມັກຄີພາຍໃນຊາດຂອງຕົນ ແລະ ນຳເອົາຜົນປະໂຫຍດຕົວຈິງມາໃຫ້ປະຊາຊົນຂອງ 3 ຊາດ.                         
         ກອງປະຊຸມໄດ້ດຳເນີນໄປດ້ວຍບັນຍາກາດທີ່ອົບອຸ່ນ ແລະ ໄມຕີຈິດມິດຕະພາບທັງສາມຝ່າຍລ້ວນແຕ່ມີຄວາມປິຕິ ຊົມຊື່ນຕໍ່ການຕີລາຄາສູງໝາກຜົນການປະຕິບັດໂຄງການຮ່ວມມືລະຫວ່າງແນວລາວສ້າງຊາດ, ແນວໂຮມປະເທດຊາດຫວຽດ ນາມ ແລະ ແນວໂຮມສາມັກຄີພັດທະນາມາຕຸພູມກຳປູເຈຍ ທີ່ໄດ້ເຊັນກັນໃນວັນທີ 30 ພະຈິກ 2011 ທີ່ນະຄອນຫລວງພະ ນົມເປັນ, ຣາຊະອານາຈັກກໍາປູເຈຍ ໃນ 2 ປີຜ່ານມາ; ທັງສາມຝ່າຍຍັງໄດ້ປຶກສາຫາລື ແລກປ່ຽນຄຳຄິດຄຳເຫັນ ແລະ ເປັນເອ ກະພາບກັນສືບຕໍ່ເສີມຂະຫຍາຍບັນດາໝາກຜົນທີ່ຍາດໄດ້ ແລະ ສືບຕໍ່ຊຸກຍູ້ເພື່ມທະວີການຮ່ວມມືກັນ ເປັນຕົ້ນແມ່ນ 3 ຝ່າຍ ສືບຕໍ່ຜັນຂະຫຍາຍ, ປະຕິບັດການໂຄສະນາຢ່າງເລິກເຊິ່ງ, ກວ້າງຂວາງ ໃນປະຊາຊົນບັນດາຊັ້ນຄົນ, ເສີມຂະຫຍາຍມູນເຊື້ອ ສາມັກຄີ, ມິດຕະພາບ ແລະ ການຮ່ວມມື ລະ ຫວ່າງ ສາມປະເທດລາວ, ຫວຽດນາມ ແລະກຳປູເຈຍ ຢ່າງ ມີປະສິດທິຜົນ ເພື່ອການພັດທະນາລວມຂອງສາມປະເທດ ກໍຄື ເພື່ອຜົນປະໂຫຍດຂອງປະຊາຊົນໃນແຕ່ລະປະເທດ ພ້ອມກັນນັ້ນ ສະເໜີໃຫ້ ລັດຖະບານ 3 ປະເທດຊີ້ນຳບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ, ກະກຽມຟີມຮູບເງົາ ແລະ ຈັດຕັ້ງການສາຍຟີມຮູບ ເງົາ 2 ເລື່ອງຢູ່ຫວຽດນາມ ແລະກຳປູເຈຍ ກ່ຽວກັບການພັດທະນາຢູ່ປະເທດກຳປູເຈຍ ແລະ ຫວຽດນາມ ແລະ ສາຍພົວພັນ ຫວຽດນາມ-ກຳປູ ເຈຍໃນປີ 2014 ເນື່ອງໃນໂອ ກາດສະເຫລີມ ສະຫລອງ 35 ປີ ວັນຕີຊະນະລະບອບດັບສູນເຊື້ອຊາດປົນ ປົດຢູ່ກຳປູເຈຍ (7/1/ 1979- 7/1/2014 ແລະ ລະນຶກວັນປົດປ່ອຍພາກໃຕ້ຫວຽດນາມ, ທ້ອນໂຮມປະເທດຊາດຫວຽດ ນາມເປັນເອກະພາບຄົບຮອບ 40 ປີ (30/4/1975-30/4/ 2015); ກະກຽມຟີມຮູບເງົາ ແລະ ຈັດຕັ້ງການສາຍຟີມຮູບເງົາ 2 ເລື່ອງ ຢູ່ຫວຽດນາມ ແລະ ລາວ ກ່ຽວກັບການພັດທະນາຢູ່ປະເທດ ລາວ ແລະ ຫວຽດນາມ, ສາຍພົວ ພັນຫວຽດນາມ-ລາວ ໃນປີ 2015 ເນື່ອງໃນໂອກາດສະ ເຫລີມ ສະ ຫລອງວັນຊາດ ສາທາລະນະລັດ ສັງຄົມນິຄົມ ຫວຽດນາມ ຄົບ ຮອບ 70 ປີ 2/9/1945-2/9/2015 ແລະ ວັນຊາດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 40 ປີ (2/12/1972/12/ 2015); ສົມທົບກັນສ້າງວັດຈະ ນານຸກົມ ພາສາຫວຽດນາມ- ພາສາຂະແມ, ພາສາຂະແມ-ພາສາ ຫວຽດນາມ ໃຫ້ສຳເລັດພາຍ ໃນ ປີ 2015; ເພີ່ມທະວີເປີດກ້ວາງ ບັນດາຮູບການພົບປະແລກ ປ່ຽນ ມິດຕະພາບ ລະຫວ່າງປະຊາຊົນ, ລະຫວ່າງແນວໂຮມ ແລະ ບັນດາພາຄີຂອງແນວໂຮມສາມປະເທດ , ສະເຫລີມສະ ຫລອງວັນສຳຄັນ ໃນປີ 2014-2015,  ພ້ອມກັນປະກອບ ສ່ວນໃນການຊຸກຍຍູ້ການຮ່ວມມືລະຫວ່າງສາມລັດຖະບານຂອງສາມປະເທດລາວ, ຫວຽດນາມ ແລະ ກຳປູເຈຍ; ໃນ ປີ 2015 ຫວຽດນາມ ແລະ ກຳປູເຈຍ ແຕ່ລະຝ່າຍຄັດເລືອກເອົາ 35 ກົມກອງ, ບຸກຄົນທີ່ມີຜົນງານດີເດັ່ນໃນການເພີ່ມພູມຄູນ ສ້າງຄວາມສາມັກຄີມິດຕະພາບຫວຽດນາມ-ກຳປູເຈຍຍ ເພື່ອສະເໜີລັດຖະບານ ແລະ ແນວໂຮມຂອງສອງປະເທດຍ້ອງຍໍ ສັນລະເສີນໃນໂອກາດຕີຊະນະລະບອບ ດັບສູນເຊື້ອຊາດໂປນປົດຄົບ ຮອບ 35 ປີ ຊຶ່ງໄດ້ຮັບຄວາມເຫັນດີເອກະພາບ ຂອງ ທ່ານນາຍົກລັດຖະມົນຕີ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ ໃນ ວັນທີ 3/12/2013 ຢູ່ທີ່ກຳປູເຈຍ; ຝ່າຍ ຫວຽດນາມ ເຊີນບັນດາສະຫາຍລາວ ທີ່ເຄີຍຮ່ຳຮຽນຢູ່ຫວຽດນາມໃນໄລຍະ 10 ປີ ຜ່ານມາ ບໍ່ທັນໄດ້ມີໂອກາດໄປຫວຽດ ນາມໃຫ້ໄປຢ້ຽມຢາມຫວຽດນາມ; ໃນປີ 2015 ລະນຶກວັນສະຖາປະນາ ສປປ ລາວ ຄົບຮອບ 40 ປີ, ວັນປົດປ່ອຍພາກໃຕ້ ຫວຽດນາມ, ທ້ອນໂຮມປະເທດຫວຽດນາມເປັນເອກະພາບ ຄົບຮອບ 40 ປີ ແຕ່ລະຝ່າຍຄັັດເລືອກເອົາ 40 ໂຄງການ ແລະ ບຸກຄົນທີ່ມີຜົນງານດີເດັ່ນເປັນຕົວແທນໃນການເພີ່ມພູນຄູນສ້າງຄວາມສາມັກຄີມິດຕະພາບຫວຽດນາມ- ລາວເພື່ອສະເໜີ ສອງລັດຖະບານ ແລະ ແນວໂຮມສອງປະເທດຍ້ອງຍໍສັນລະເສີນ; ໃນປີ 2014 ຈັດຕັ້ງຄະນະຜູ້ແທນຫວຽດນາມປະກອບ ດ້ວຍບັນດານັກຮົບເກົ່າ, ລູກຫລານທະຫານຜູ້ເສຍອົງຄະ, ລູກນັກຮົບທີ່ເສຍຊີວິດໃນການຕໍ່ສູ້ຢູ່ກຳປູເຈຍ ໄປຢ້ຽມຢາມກຳປູ ເຈຍ; ສາມອົງ ການຈັດຕັ້ງແນວ ໂຮມສືບຕໍ່ຊຸກຍູ້ສະເໜີອົງການປົກຄອງ ປະສານສົມທົບກັນຈັດ ຕັ້ງກອງປະຊຸມສາກົນ “ເສີມສ້າງຊາຍແດນສັນຕິພາບ, ມິດຕະພາບລາວ-ຫວຽດນາມໃນປີ 2014” ແລະ ຈັດຕັ້ງກອງປະຊຸມສາກົນ “ເສີມສ້າງຊາຍ ແດນສັນຕິພາບ, ມິດຕະພາບພ້ອມກັນພັດທະນາຫວຽດນາມ-ກຳປູເຈຍ” ໃນປີ 2014 ໃຫ້ດີ, ເສີມຂະຫຍາຍ, ປຸກລະດົມປະ ຊາຊົນບັນດາທ້ອງຖິ່ນຢູ່ລຽບຕາມຊາຍແດນແຕ່ລະປະເທດ, ຮ່ວມມືຊ່ວຍເຫລືອກັນໃນຂົງເຂດຕ່າງໆ, ຕັ້ງໜ້າເຂົ້າຮ່ວມປົກ ປັກຮັກສາຄວາມສະຫງົບເປັນລະບຽບຮຽບຮ້ອຍຕາມເຂດຊາຍແດນລະຫວ່າງສາມປະເທດ ລາວ-ຫວຽດນາມ- ກຳປູເຈຍ; ສາມຝ່າຍຈັດຕັ້ງແລກປ່ຽນຄະນະຜູ້ແທນຂັ້ນສູງເພື່ອຢ້ຽມຢາມມິດຕະພາບ, ຈັດຕັ້ງຄະນະພະນັກງານວິຊາການຢ້ຽມຢາມ, ຮ່ວມມືໃນການຄົ້ນຄ້ວາ, ເຝິກອົບຮົມແລກປ່ຽນບົດຮຽນວຽກງານແນວໂຮມ, ປະກອບສ່ວນຍົກລະດັບຄວາມຮູ້ຄວາມ ສາ ມາດໃຫ້ຖັນແຖວພະນັກງານແນວໂຮມຂອງແຕ່ລະປະເທດ; ໃນປີ 2014 ຈັດຕັ້ງຄະນະພະນັກງານວິຊາການແນວລາວສ້າງ ຊາດ 30 ທ່ານໄປຢ້ຽມຢາມ, ແລກປ່ຽນບົດຮຽນວຽກງານແນວໂຮມຢູ່ຫວຽດນາມ; ໃນປີ 2015 ຈັດຕັ້ງຄະນະພະນັກງານວິ ຊາການຈຳນວນ 30 ຂອງ ແນວໂຮມສາມັກຄີພັດທະນາມາຕຸພູມກຳປູເຈຍໄປຢ້ຽມຢາມ ແລະ ແລກປ່ຽນບົດຮຽນຢູ່ຫວຽດ ນາມສາມຝ່າຍເຂົ້າຮ່ວມການສະໜອງຂໍ້ມູນຂ່າວສານກັບບັນດາປະເທດໃນກຸ່ມອາຊຽນພ້ອມກັນຊອກຮູ້ເປີດກ້ວາງການຮ່ວມ ມືລະຫວ່າງການຈັດຕັ້ງປະຊາຊົນ; ໃນທ້າຍປີ 2014 ຈັດຕັ້ງກອງປະຊຸມຢູ່ຫວຽດນາມ, ແລກປ່ຽນບົດຮຽນກ່ຽວກັບວຽກງານ ລະຫວ່າງບັນດາການຈັດຕັ້ງແນວໂຮມ, ບັນດາອົງການຈັດຕັ້ງມະຫາຊົນຕໍ່ກັບການເຂົ້າຮ່ວມຄຸ້ມຄອງສັງຄົມໃນບັນດາປະເທດ ອາຊຽນ, ປະກອບສ່ວນປົກປັກຮັກສາສັນຕິພາບ, ສະຖຽນລະພາບ, ການພັດທະນາ ແລະ ຄວາມສົມບູນພູນສຸກ.                    
            ກອງປະຊຸມແນວໂຮມ 3 ຊາດ: ລາວ-ຫວຽດນາມ-ກຳ ປູເຈຍ  ຄັ້ງທີ III ຈະໄດ້ໄຂຂຶ້ນ ໃນປີ 2016 ທີ່ ສສ ຫວຽດ ນາມ.

No comments:

Post a Comment