Ad

Ad

20 December 2013

ຫາລືແຜນດຳເນີນງານແຫ່ງຊາດເພື່ອປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ



            ວັນ​ທີ 19 ທັນວານີ້,ຄະນະ​ກຳ​ມາທິການ​ເພື່ອ​ຄວາມ​ກ້າວໜ້າຂອງ​ແມ່ຍິງ​ແຫ່ງ​ຊາດ,ໄດ້​ຈັດ​ກອງ​ປະຊຸມ​ປຶກສາ​ຫາລື ປະກອບ​ຄຳ​​ເຫັນ​ໃສ່ຮ່າງ​ແຜນ​ດຳ​ເນີນ​ງານ​ແຫ່ງ​ຊາດ ​ເພື່ອ​ປ້ອງ​ກັນ ແລະ ລຶບລ້າງຄວາມ​ຮຸນ​ແຮງ​ຕໍ່​ແມ່ຍິງ ​ໃນ ສປປ ລາວ (2014- 2020) ຂຶ້ນ ທີ່​ສູນ​ຝຶກ​ອົບຮົມ ​ແລະ ຮ່ວມ​ມື​ສາກົ​ນໂດຍ​ເປັນ​ປະທານ ຂອງ​ທ່ານ ນາງ ​ເຂັມ​ແພງ ພົນ​ເສນາ ລັດຖະ ມົນຕີ​ປະຈຳ​ຫ້ອງ​ວ່າການ​ລັດຖະບານ, ປະທານ​ຄະນະ​ກຳມາ​ທິການ​ເພື່ອ​ຄວາມ​ກ້າວໜ້າຂອງ​ແມ່ຍິງ​ແຫ່ງ​ຊາດ.
           ໃນ​ກອງ​ປະຊຸມ​ຄັ້ງນີ້ ທ່ານ ນາງ ​ເຂັມ​ແພງ ພົນ​ເສນາ ​ໄດ້​ຍົກ​ໃຫ​້​ເຫັນ​ກ່ຽວກັບ​ບັນດາຮູບ​ການ ແລະ ສິ່ງ​ກີດ ຂວາງ​ ຕໍ່ຄວາມ​ກ້າວໜ້າຂອງ​ແມ່ຍິງ ​ແລະ ຍົກ​ໃຫ້​ເຫັນ​ເຖິງ​ຄວາມ​ສຳຄັນ ​ຈຳ​ເປັນຂອງ​ການ​ສ້າງ​ແຜນ​ດຳ​ເນີນ​ງານ​ແຫ່ງ​ຊາດ ​ປ້ອງ​ກັນ ແລະ ລຶບລ້າງການໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ແມ່ຍິງ ​ໃນ ສປປ ລາວ. ການ​ສ້າງ​ແຜນ​ດຳ​ເນີນ​ງານ​ຄັ້ງນີ້ ສ່ອງ​ແສງ​ເຖິງ​ການ​ຜັນ​ຂະ ຫຍາຍ ຈັດຕັ້ງປະຕິບັດ​ແນວທາງ​ນະ​ໂຍ ບາຍ​ຂອງ​ພັກ ​ໂດຍ​​ແນ​ໃສ່​ການ ຈັດຕັ້ງວຽກ ງານ​ສົ່ງ​ເສີມ​ຄວາມ​ກ້າວໜ້າຂອງ​ແມ່ຍິງ, ຄວາມ​ສະ​ເໝີພາບ ຍິງ-ຊາຍ, ການ​ມອບ​ສິດ​ເປັນ​ເຈົ້າ​ຂອງ​ແມ່ຍິງ ​ແລະ ລຶບ ລ້າງທຸກ​ຮູບ​ແບບ​ການຈຳ​ແນ​ກ ​ແລະ ການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ແມ່ຍິງ ຊຶ່ງປະກອບ​ດ້ວຍ 6 ພາກ ຄື: ພາກ​ທີ 1 ສະພາບ​ຄວາມ​ຮຸນ​ແຮງ​ຕໍ່​ແມ່ຍິງ​ໃນ​ໂລກ ​ແລະ ສປປ ລາວ; ພາກ​ທີ 2 ເນື້ອ​ໃນ​ແຜນ​ງານ​ດຳ​ເນີນ​ງານ​ແຫ່ງ​ຊາດ​ກຽ່ວ ກັບ​ການ​ປ້ອງ​ກັນ ແລະ ລຶບລ້າງ​ຄວາມ​ຮຸນ​ແຮງຕໍ່​ແມ່ຍິງ ​ໃນ ສປປ ລາວ; ພາກ​ທີ 3 ເວົ້າ​ເຖິງ​
ງົບປະມານ​ການຈັດຕັ້ງປະຕິ​ບັດ; ພາກ​ທີ 4 ການ​ແບ່ງ​ຄວາມ​ຮັບຜິດຊອບ​ໃນ​ການຈັດຕັ້ງປະຕິບັດ; ພາກ​ທີ 5 ການ​ຕິດຕາມ​ກວດກາ ​ແລະ ຕີລາຄາ ແລະ ພາກ​ທີ 6 ມາດ​ຕະການ​ໃນ​ການຈັດຕັ້ງປະຕິບັດ.
             ກອງປະຊຸມ​ຄັ້ງນີ້ ແມ່ນ​ມີ​ຄວາມໝາຍສຳຄັນ​ເນື່ອງ​ຈາກ​ວ່າ​ເປັນ​ກອງ​ປະຊຸມ​ທີ່​ຈະ​ໄດ້​ຮ່ວມ​ກັນ​ຄົ້ນ​ຄ້ວາ​ປະກອບ​ຄຳເຫັນ ຕໍ່ຮ່າງ​ແຜນ​ດຳ​ເນີນ​ງານ​ແຫ່ງ​ຊາດ​ເພື່ອ​ປ້ອງ​ກັນ ແລະ ລຶບ ລ້າງ​ການໃຊ້ຄວາມ​ຮຸນ​ແຮງ​ຕໍ່​ແມ່ຍິງ ​ເພຶ່ອ​ໃຫ້​ຄວາມ​ເປັນ​ເອກະ​ພາບ​​ໂດຍ​ພື້ນຖານ​ທົ່ວ​ປະ​ເທດ ກ່ອນ​ທີ່​ຈະ​ປັບປຸງ​ເປ​ັນສະບັບ​ສົມບູນ ເພື່ອ​ຂໍ​ອະນຸມັດ​ຈາກ​ລັດ ຖະບານ ແລະ ປະກາດ​ນຳ​ໃຊ້ໃນ​ຂັ້ນຕໍ່​ໄປ.

No comments:

Post a Comment