Ad

Ad

31 December 2013

ງານສັບປະດາລາວ-ຝຣັ່ງ ຢູ່ນະຄອນຫລວງວຽງຈັນມີຜົນສຳເລັດດີ



     ​ໃນ​ທ່າມກາງບັນຍາກາດ​ແຫ່ງ​ຄວາມ​ເບີກບານ​ມ່ວນ​ຊື່ນ ແລະ ຄວາມ​ເອກອ້າງ​ທະນ​ົງ​ໃຈ ຂອງ​ປະຊາຊົນ​ຊາວ​ນະຄອນ​ຫຼວງ​ວຽງ​ຈັນ, ກໍ​ຄືປະຊາຊົນ​ລາວ​ບັນດາ​​ເຜົ່າໃນ​ທົ່ວ​ປະ​ເທດ, ນະຄອນ​ຫຼວງ​ວຽງ​ຈັນ ໂດຍ​​ໄດ້​ຮັບ​ການ​ອະນຸມັດ​ຈາກ​ລັດຖະ ບານ​ໄດ້​ຮ່ວມ​ມື​ປະສານສ​ົມທົບ​ກັບ​ບັນດາ​ກະຊວງ ​ແລະ ພາກ​ສ່ວນ​ຕ່າງໆ​ທີ່​ກ່ຽວຂ້ອງ​ທັງ​ພາກ​ລັດ ​ແລະ ​ເອກ​ະຊົນ​ຂອງ​ຝ່າຍ​ລາວ ​ແລະ ຝຣັ່ງ, ສະຖານ​ເອກ​ອັກຄະ​ລັດຖະທູ​ດແຫ່ງ ສາທາລະນະລັດ​ຝຣັ່ງ ປະຈຳ​ລາວ ແລະ ຄະນະ​ຮັບ​ຜິດ​ຊອບ​ຈັດ​ງານ​ຝ່າຍ​ຝຣັ່ງ ​ໄດ້​ຈັດ​ຕັ້ງ​ງານ​ສັບປະ​ດາລາ​ວ-ຝຣັ່ງ ຂຶ້ນຢູ່​ນະຄອນ​ຫຼວງ​ວຽງ​ຈັນ ຢ່າງ​ສະຫງ່າ​ຜ່າ​ເຜີ​ຍ ​ແລະ ​ໄດ້​ປິດ​ລົງ​ດ້ວຍ​ຜົນສຳ​ເລັດ​ເປັນ​ຢ່າງ​ດີໃນ​ໄລຍະ​ແຕ່​ວັນ​ທີ 25-29 ພະ​ຈິກ 2013 ຜ່ານມາ.
     ຄະນະ​ຮັບຜິດຊອບ​ຈັດ​ງານ​ໃຫ້​ຮູ້​ວ່າ: ການຈັດ​ງານ​ສັບປະດາ​ລາວ​-ຝຣັ່ງ​ ຕິດ​ພັນ​ກັບ​ການຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາທີ່​ສຳ  ຄ​ັນ​ໃນ​ຄັ້ງ​ນີ້ ສາມາດ​ຕີລາຄາ​ຜົນ ສຳ​ເລັດ ​ແມ່ນ​ບັນລຸ​ໄດ້​ຕາມ​ຈຸດ​ປະສົງ ​ແລະ ລະດັບ​ຄາດໝາຍ,  ຊຶ່ງຜົນສຳ​ເລັດ​ດັ່ງກ່າວ ​ແມ່ນ​ມີ​ທັງເນື້ອ​ໃນ​ດ້ານ​ການ​ເມືອງ, ເສດຖະກິດ, ​ວັດທະນະທຳ​ສັງຄົມ ​ແລະ ​ປ້ອງ​ກັນຊາ​ດ - ປ້ອງ​ກັນ​ຄວາມ​ສະຫງົບ, ພ້ອມ​ນັ້ນ, ການຈັດ​ງານ​ຄັ້ງ​ນີ້ ແມ່ນເປັນ​ການຈັດ​ຕັ້ງ​ປະຕິບັດ​ແນວທາງ​ການ​ຕ່າງ ປະ​ເທດຂອງ​ພັກ ​ແລະ ລັດຖະບານ,  ສັນຕິພາບ
ເອກະລາດມິດ​ຕະພາບ ​ແລະ ການ​ຮ່ວມ​ມື​ເພື່ອ​ພັດທະນາ​ທີ່​ຖື​ເປັນ​ປັດ​ໄຈ​ກົກຂອງການ​ຈັດງານ​ສັບປະດາ​ລາວ- ຝຣັ່ງ.
      ທັງ​ສອງ​ຝ່າຍ​ໄດ້​ເປັນ​ເອກະ​ພາບ​ກັນ​ວ່າ: ​ໃນ​ໄລຍະ​ທ້າຍ​ປີ 2014 ຄະນະນຳ​ຝ່າຍ​ລາວ ຈະ​ນຳ​ພາຄະ​ນະ​ນັກທຸລະກິດລາວ ເດີນ ທາງ​ໄປ​ວາງ​ສະ​ແດງ​ສີນ​ຄ້າ​ຢູ່ ນະຄອນຫຼວງ​ປາຣີ, ປະ​ເທດຝຣັ່ງ ​ແລະ ​ໃນ​ທ້າຍ​ປີ 2015 ຝ່າຍ​ຝຣັ່ງ ຈະ​​ໄດ້​ນຳພາ​ຄະນະ​ນັກທຸລະກິດ​ຝຣັ່ງມາ​ວາງສະ​ແດງ​ສີນ​ຄ້າຢູ່ນະຄອນຫຼວງ​ວຽງ​ຈັນ.
     ເວົ້າ​ລວມ​ແລ້ວ, ຜົນສຳ​ເລັດ​ຂອງ​ການຈັດ​ງານ​ຄັ້ງ​ນີ້ ບໍ່ສະ​ເພາະ​ຂອງ​ນະຄອນ​ຫຼວງວຽງ​ຈັນ ມັນ​ເປັນ​ຜົນສຳ​ເລັດ​ລວມຂອງ ສ.ປ.ປ ລາວ, ມັນ​ແມ່ນ​ຜົນສຳ​ເລັດ​ພາຍໃຕ້​ການ​ນ​ຳພາ​ຂອງ ພັກ​ປະຊາຊົນ​ປະຕິວັດ​ລາວ ​ແລະ ລັດ ຖະບານລາວ, ມັນ​ແມ່ນ​ບົດຮຽນ​ອັນ​ລ້ຳ​ຄ່າ​ໃຫ້​ແກ່​ພວກ​ເຮົາ ​ເພື່ອ​ບືນ​ຕົວ​ກ້າວ​ຂື້ນ ແລະ ຖື​ເປັນ​ບົດ​ທົດ​ສອບ​ຄວາມ​ເປັນ​ເຈົ້າ​ການ ຂອງ​ພວກ​ເຮົາ ​ໃນ​ການຈັດ​ງານ​ທີ່​ສຳ​ຄັນ​ຕ່າງໆ​ໃນ​ໄລຍະ​ຜ່ານ​ມາ ​ແລະ ຕໍ່ໜ້າ. 

No comments:

Post a Comment