Ad

Ad

5 March 2014

ລັດຖະບານຍີ່ປຸ່ນໃຫ້ການຊ່ວຍເຫລືອລ້າແກ່ ສປປ ລາວ 3 ໂຄງການ



      ໃນວັນທີ 4 ມີນາ 2014 ທີ່ກະຊວງການຕ່າງປະເທດໄດ້ມີພິທີ ລົງນາມ ໂຄງການຊ່ວຍເຫລືອລ້າຈາກລັດຖະບານຍີ່ປຸ່ນຈຳນວນ 3 ໂຄງການຄື: ໂຄງການ ພັດທະນາການຈັດການຂີ້ເຫຍື້ອຍ່ອຍສະຫລາຍໃນຕົວເມືອງທີ່ມີຄວາມຍືນຍົງ ທາງດ້ານສິ່ງແວດລ້ອມ, ໂຄງການພັດທະນາອຸປະກອນ ແລະ ສິ່ງອຳນວຍຄວາມ ສະດວກໃນຂົງເຂດອຸຕຸນິຍົມ-ອຸທົກກະ ສາດ ແລະ ໂຄງການພັດທະນາສະພາບ ແວດລ້ອມໃນໂຮງຮຽນມັດທະຍົມຕອນຕົ້ນຢູ່ພາກໃຕ້ ຂອງລາວລວມມູນຄ່າທັງ ໝົດ 3.036 ລ້ານເຢນ  ຫລື ປະມານ 30.370.000 ໂດລາສະຫະລັດ ລະຫວ່າງ ທ່ານ ທອງລຸນ ສີສຸລິດ ຮອງນາຍົກລັດ ຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ, ຕາງໜ້າລັດຖະບານ ລາວ ແລະ ທ່ານ ຮິໂຣຢູກິ ກິຊິ ໂນະ ເອກ ອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມແຫ່ງປະເທດຍີ່ປຸ່ນປະຈຳ ສປປ ລາວ ຕາງໜ້າ ລັດຖະບານຍີ່ປຸ່ນ, ມີບັນດາພະ ນັກງານວິຊາການທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

     ໂຄງການຊ່ວຍເຫລືອດັ່ງກ່າວ ແມ່ນນອນຢູ່ໃນແຜນງານຂອງ ລັດຖະບານ ສປປ ລາວ ທີ່ສະເໜີ ຂໍການຊ່ວຍ ເຫລືອ ຈາກລັດຖະບານຍີ່ປຸ່ນ ຊຶ່ງມາຮອດປັດຈຸບັນ ລັດຖະບານຍີ່ປຸ່ນໄດ້ຄົ້ນຄວ້າພິ ຈາລະນາ ແລະ ເຫັນດີໃຫ້ການ ຊ່ວຍເຫລືອ 3 ໂຄງການນີ້  ຊຶ່ງ ພາຍຫລັງສຳເລັດແລ້ວໂຄງການດັ່ງກ່າວຈະປະກອບສ່ວນອັນໃຫຍ່ຫລວງໃຫ້ແກ່ການພັດທະນາ ພື້ນຖານ ໂຄງລ່າງຂອງ ສປປ ລາວບໍ່ວ່າຈະເປັນຂົງເຂດວຽກ ງານການຮັກສາສິ່ງແວດລ້ອມ, ວຽກງານດ້ານອຸຕຸນິຍົມ-ອຸທົກ ກະສາດ ແລະ ວຽກງານການສຶກ ສາທັງໝົດນີ້ແມ່ນແນໃສ່ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການຈັດຕັ້ງປະຕິບັດເປົ້າໝາຍ ສະຫັດສະວັດເພື່ອການພັດທະນາ ແລະ ນຳພາປະເທດຊາດ ຫລຸດພົ້ນອອກຈາກສະຖານະ ພາບດ້ອຍພັດທະນາໃນປີ 2020 ຕາມທີ່ລັດຖະບານໄດ້ວາງເປົ້າ ໝາຍໄວ້.

No comments:

Post a Comment