Ad

Ad

5 March 2014

ພຽງອາທິດທ້າຍເດືອນກຸມພາຜ່ານມາເຈົ້າຫນ້າທີ່ປ່າໄມ້ສາມາດຢຶດໄມ້ຜິດກົດຫມາຍໄດ້ຫລາຍກ່ວາ 60 ແມັດກ້ອນ



        ຕາມການລາຍງານຂອງກະ ຊວງກະສິກຳ ແລະ ປ່າໄມ້ໃຫ້ ຮູ້ວ່າ: ໃນລະ ຫວ່າງວັນທີ 19-26 ກຸມພາຜ່ານມານີ້, ເຈົ້າຫນ້າທີ່ປ່າ ໄມ້ສາມາດສະກັດກັ້ນ ແລະ ຍຶດ ໄມ້ຜິດກົດຫມາຍໄດ້ຫລາຍກ່ວາ 15.200 ຕັບ, ມີປະມານ 60 ແມັດ ກ້ອນ ຈາກພວກຂ້າຂາຍໄມ້ທີ່ບໍ່ ຖືກຕ້ອງຢູ່ແຂວງສະຫັວນນະເຂດ ແລະ ແຂວງສາລະ ວັນ, ພ້ອມນັ້ນກໍໄດ້ນຳຜູ້ຕ້ອງຫາມາ ດຳເນີນຄະດີ ແລະ ປັບໄຫມທາງແພ່ງເປັນເງິນ 20 ລ້ານກີບ.  
     ຜູ້ລາຍງານຂ່າວຍັງໃຫ້ຮູ້ວ່າ: ປັດຈຸບັນສະພາບລັກລອບຕັດໄມ້ ແລະ ຊື້-ຂາຍໄມ້ ທີ່ບໍ່ຖືກຕ້ອງ ຕາມລະບຽບກົດຫມາຍແມ່ນຍັງ ມີແຜ່ລາຍ, ເຖິງວ່າກຳລັງເຈົ້າ ຫນ້າທີ່ໄດ້ມີຄວາມພະຍາຍາມສຸມໃສ່ສະກັດກັ້ນ ແລະ ຕ້ານສິ່ງຫຍໍ້ທໍ້ດັ່ງກ່າວ, ແຕ່ຂະບວນການ ຄ້າຂາຍເຖື່ອນດັ່ງກ່າວຍັງມີຢູ່ ແລະ ດຳເນີນໄປດ້ວຍຫລາຍຮູບການເພື່ອປິດ ບັງກົດຫມາຍຄືຢູ່ຫລາຍບ່ອນພວກຄ້າຂາຍໄມ້ ເຖື່ອນໄດ້ໃຊ້ຮູບການຊື້ຈ້າງປະຊາຊົນເພື່ອເຂົ້າປ່າລັກລອບຕັດໄມ້ ແລະ ຮ້າຍ
ແຮງໄປກວ່ານັ້ນ ພວກເຂົາຍັງໃຊ້ເງິນກ້ອນໃຫຍ່ຊື້ຈ້າງກຳລັງເຈົ້າຫນ້າທີ່ ແລະ ອຳນາດການປົກຄອງບາງຄົນເພື່ອຄວາມສະ ດວກໃນການເຄື່ອນຍ້າຍ ແລະ ລັກລອບຊື້ຂາຍໄມ້ ຢ່າງຜິດກົດຫມາຍດັ່ງກ່າວ, ຊຶ່ງບໍ່ພຽງແຕ່ນຳຜົນເສຍຫາຍທາງດ້ານລາຍ ຮັບຂອງຊາດເທົ່ານັ້ນ, ຊຶ່ງມັນຍັງເປັນການທຳລາຍຊັບສິນ ແລະ ສະພາບແວດລ້ອມ ຂອງປະເທດນຳອີກ. 
        ດັ່ງນັ້ນມັນເຖິງເວລາແລ້ວ ທີ່ພວກເຮົາທຸກພາກສ່ວນຕ້ອງເປັນເຈົ້າການຮ່ວມກັນສະກັດກັ້ນ ແລະ ຕ້ານຂະ ບວນການ ທີ່ຜິດກົດຫມາຍດັ່ງກ່າວໃຫ້ມີປະສິດທິຜົນກ່ວາເກົ່າເພື່ອຜົນປະໂຫຍດລວມຂອງຊາດ  ແລະ ຂອງທົ່ວປວງຊົນເຮົາ.

No comments:

Post a Comment