Ad

Ad

5 March 2014

ງານສະແດງສິນຄ້າຈີນ-ອາຊຽນຊ່ວຍໃຫ້ທຸລະກິດລາວສາມາດ ເຂົ້າເຖິງຕະຫຼາດໃຫຍ່ໄດ້



        ໃນວັນທີ 4 ມີນານີ້ ຢູ່ສູນການຄ້າລາວໄອເຕັກ ນະຄອນຫຼວງວຽງຈັນ ໄດ້ມີ ພິທີສະຫຼຸບຜົນສຳເລັດຂອງການເຂົ້າຮ່ວມງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 10 ແລະ ຄົບຮອບ 10 ປີ ທີ່ລາວໄດ້ເຂົ້າຮ່ວມງານວາງສະແດງດັ່ງກ່າວໂດຍການເຂົ້າ ຮ່ວມຂອງທ່ານ ສຸກັນ ມະຫາລາດ ເຈົ້າຄອງນະຄອນ ຫຼວງວຽງຈັນ ແລະ ທ່ານ ດຣ ນາມ ວິຍາເກດ ລັດຖະມົນຕີວ່າການກະ ຊວງອຸດ ສາຫະກຳ ແລະ ການຄ້າ  ແລະ ຜູ້ຕາງໜ້າໜ້າບັນດາຫົວໜ່ວຍ ທຸລະກິດຂອງລາວເຂົ້າຮ່ວມເປັນຈຳນວນຫຼາຍ.
       ທ່ານ ສົມຫວັງ ນິນທະວົງ ຫົວໜ້າກົມສົ່ງເສີມ ແລະ ພັດທະ ນາສິນຄ້າ, ຫົວໜ້າກອງເລຂາ CAEXPO ລາວ ກ່າວ ວ່າ: ເພື່ອເປັນການເຊື່ອມໂຍງພາກພື້ນ ຖານຂອງການສ້າງເຂດການຄ້າເສລີ ແມ່ນໜຶ່ງໃນເງື່ອນໄຂພື້ນ ການເຊື່ອມໂຍງ ອາ ຊຽນ-ຈີນ, ດັ່ງນັ້ນໃນກອງປະຊຸມສຸດຍອດຜູ້ນຳອາຊຽນ-ຈີນ ຢູ່ປະເທດອິນ ໂດເນເຊຍ ໃນປີ 2003 ທ່ານ ນາ ຍົກລັດ
ຖະມົນຕີ ສປ ຈີນ ຈຶ່ງໄດ້ລິ ເລີ່ມ ແລະ ສະເໜີໃຫ້ຈັດວາງ ສະແດງຈີນ-ອາຊຽນ ຂຶ້ນປີລະ ຄັ້ງທີ່ນະຄອນໜານໜິງ, ແຂວງ ກວາງຊີ ສປ ຈີນ. ເພື່ອເປັນການ ເຊື່ອມໂຍງເຂົ້າຫາກັນນັບທັງ ດ້ານເສດຖະກິດ, ການເມືອງ ແລະ  ການຄ້າ, ການລົງທຶນ
ແລະ ການທ່ອງທ່ຽວ, ຊຶ່ງລາວ ກໍໄດ້ເຂົ້າຮ່ວມໃນງານດັ່ງກ່າວ ມາແລ້ວ 10 ຄັ້ງ, ໂດຍຄັ້ງທຳອິດ ໃນ ປີ 2004 ຊຶ່ງເຫັນ ວ່າມີການ ເຕີບໃຫຍ່ຂະຫຍາຍຕົວໂດຍສະ ເພາະແມ່ນຫົວໜ່ວຍທຸລະກິດ ຂອງລາວກໍໄດ້ມີໂອກາດຮ່ວມ ແລະ ເອົາຜະ ລິດຕະພັນຂອງຕົນ ເຂົ້າວາງສະແດງ ແລະ ຈຳໜ່າຍ ເປັນຈຳນວນເພີ່ມຂື້ນຄື: ນັບແຕ່ ເລີ່ມເຂົ້າຮ່ວມງານມາເຖີງປັດ ຈຸບັນໄດ້ຮັບຫ້ອງວາງສະແດງ ຈາກປະເທດເຈົ້າພາບ 860 ຫ້ອງ, ສິນຄ້າລາວທີ່ພາກທຸລະກິດນຳ ໄປວາງສະແດງ 10 ຄັ້ງຜ່ານມາ ມີມູນຄ່າປະມານ 6 ລ້ານໂດລາ ແລະ ສາມາດຕົກເປັນມູນຄ່າປະ ມານ 10 ລ້ານໂດລາ ແລະ ສະ ເພາະການ ເຂົ້!ຮ່ວມງານດັ່ງກ່າວໃນປີ  2013 ລາວໄດ້ເຊັນສັນຍາ ຄູ່ຄ້າຮ່ວມກັນກັບນັກທຸລະກິດ ຈີນ ຈຳນວນ 4 ສັນຍາ ໃນນັ້ນມ: ນ້ຳໝາກຍໍ, ເບຍລາວ, ກາເຟ ດາວ ແລະ ໄມ້ແກະສະຫຼັກ, ປີ 2012 ໄດ້ມີການເຊັນສັນຍາລະ ຫວ່າງນັກທຸລະກິດລາວ-ຈີນ ຈຳ ນວນ 9 ໂຄງການລວມມູນຄ່າ 143 ລ້ານໂດລາຄື: ໂຄງການ ສ້າງໂຮງງານຜະລິດສີມັງຢູ່ ແຂວງຄຳມ່ວນ ມູນຄ່າ 86 ລ້ານ ໂດລາ ເປັນໂຄງການໃຫຍ່ ແລະ  ສາມາດສ້າງຄວາມເຂັ້ມແຂງໃຫ້ແກ່ພາກເອກະຊົນເພື່ອສາມາດ ເຂົ້າເຖີງຕະຫຼາດຄວາມຕ້ອງ ການຂອງປະຊາຊົນຈີນ ແລະ ອາ ຊຽນ ແລະ ອັນໂດດເດັ່ນອີກ ອັນໜຶ່ງແມ່ນການຂະຫຍາຍສາ ຂາເບຍລາວເຂົ້າ ໄປ ສປ ຈີນ ມີ ຈຳນວນ 3 ສາຂາຄືຢູ່ຢຸນໜານ, ກວາງຊີ ແລະ ປັກກິ່ງ ຊຶ່ງແຕ່ລະ ປີມີປະລິມານການສົ່ງອອກໃນ ມູນຄ່າ 7 ຫາ 8 ແສນໂດລາ.

No comments:

Post a Comment