Ad

Ad

5 March 2014

ຈັບ​ໄດ້​ແລ້ວ​ຄາດ​ຕະກອນ​ໂຫດຂ້າເຈົ້າເອົາຂອງ



    ພາຍຫລັງ, ດຳເນີນການສືບສວນ-ສອບສວນເປັນເວລາ 2 ວັນ, ກໍລະນີຄະດີຍິງຄົນໜຶ່ງຖືກຂ້າແລ້ວເອົາສົບໄປຖີ້ມລົງຄອງຊົນລະປະທານໃນເຂດບ້ານດ່ານຊ້າງ,​​ ເມືອງໄຊທານີ, ນະຄອນ ຫລວງວຽງຈັນ.​ ໃນທີ່ສຸດເຈົ້າໜ້າທີ່ກໍສາມາດຈັບຄາດຕະ ກອນ ສອງຄົນທີ່ລົງມືຂ້າຍິງດັ່ງກ່າວໄດ້ຄື: ນາງ ດາວ ອາຍຸ 26 ປີ ຢູ່ບ້ານຫັດສະດີເມືອງຈັນທະບູລີ, ນະຄອນຫລວງວຽງຈັນແລະ ນາງ ຄຳສອນ ອາຍຸ 26 ປີ ຢູ່ບ້ານເກີນເມືອງທຸລະຄົມແຂວງວຽງຈັນເຊິ່ງຖືກເຈົ້າໜ້າທີ່ກັກຕົວໄດ້ໃນວັນທີ 26 ກຸມພາຜ່ານມານີ້.
    ເຈົ້າໜ້າທີ່ໃຫ້ຮູ້ວ່າ:​ເຫດການ​​ໂຫດຫຽມດັ່ງກ່າວເກີດຂຶ້ນໃນວັນທີ 24 ກຸມພາ 2014 ​ໂດຍຜູ້ຕາຍຊື່ນາງ ສີສະຫຽມ ອາຍຸ 50 ປີ ຢູ່ບ້ານຫົງໄຊ, ເມືອງ ປາກຊັນ, ​ແຂວງບໍລິຄໍາໄຊແລະ ຜ່ານການສອບສວນຜູ້ຕ້ອງຫາທັງສອງຮັບສາລະພາບວ່າ:​ ເຄີຍ
ຮູ້ຈັກກັບຜູ້ຕາຍມາກ່ອນແລະ ຮູ້ວ່າຜູ້ຕາຍມີເງິນແລະໃສ່ຄຳ ຕິດຕົວຫລາຍຈຶ່ງລົງມືຂ້າເພື່ອ​​ເອົາຊັບ,​ ໂດຍໃນມື້ກໍເຫດໄດ້ໂທລະສັບຫາຜູ້ຕາຍໃຫ້ຂຶ້ນມາຫາພວກຕົນຢູ່ນະຄອນຫລວງວຽງຈັນ,​ ໂດຍນັດພົບກັນຢູ່ບ້ານພັກແຫ່ງໜຶ່ງໃນເຂດບ້ານໂນນສະອາດເມືອງໄຊທານີ ນະ ຄອນຫລວງວຽງຈັນ,​ ຈາກນັ້ນພວກຕົນກໍໄດ້ເອົານ້ຳໝາກກ້ຽງທີ່ປະສົມກັບຢາລະງັບຈຳນວນຫລາຍໃຫ້ຜູ້ຕາຍດື່ມທັນທີຈົນຂາດສະຕິແລ້ວ ພວກຕົນໄດ້ຄົ້ນເອົາເງິນແລະ ຄຳຮູບປະພັນຂອງຜູ້ຕາຍຈາກນັ້ນກໍໄດ້ຂໍຄວາມຊ່ວຍເຫລືອຈາກພະນັກ ງານບ້ານພັກໃຫ້ຊ່ວຍອູ້ມຜູ້ຕາຍ ຂຶ້ນລົດຈັກຊ້ອນສາມໂດຍອ້າງວ່າຈະພາແມ່ໄປ​​ໂຮງໝໍດ່ວນ ເພາະບໍ່ສະບາຍກະທັນຫັນແລະ ທັງສອງຈຶ່ງໄດ້ຂີ່ລົກຈັກລຽບໄປຕາມຄອງຊົນລະປະທານເຂດບ້ານດ່ານຊ້າງເມືອງໄຊທານີ ແລ້ວເອົາຜູ້ຕາຍຖິ້ມລົງຄອງຊົນ ລະປະທານຈາກນັ້ນຂັບລົດຈັກຫລົບໜີໄປແລະ ຊັບສີນຂອງຜູ້ຕາຍແມ່ນ​​ໄດ້ແບ່ງກັນແລະ ຕົກມາຮອດວັນທີ 26 ກຸມພາ 2014 ຈຶ່ງຖືກເຈົ້າໜ້າທີ່ຈັບຕົວມາດຳເນີນຄະດີຕາມກົດາຍ.

No comments:

Post a Comment