Ad

Ad

5 March 2014

ທະນາຄານໂລກຄາດຄະເນປີນີ້ເສດຖະກິດລາວຈະຂະຫຍາຍຕົວປະມານ 7,2%



    ໃນບົດລາຍງານເສດຖະກິດ ສະບັບເດືອນມັງກອນ 2014 ຂອງທະນາຄານໂລກ ໃຫ້ຮູ້ວ່າ: ໃນປີ 2014  ຄາດວ່າເສດຖະກິດ ຂອງ ສປປ ລາວ ຈະຂະຫຍາຍ ຕົວໃນ ລະດັບ 7,2% ເນື່ອງຈາກ ການຄາດຄະເນການຂະຫຍາຍຕົວຊ້າລົງຂອງບາງ ຂະ ແໜງການເປັນຕົ້ນຂະແໜງບໍ່ແຮ່ ແລະ ການກໍ່ສ້າງ. ແຕ່ບັນດານະໂຍບາຍເສດຖະ ກິດຍັງມີລັກສະນະ ເອື້ອອຳນວຍຢູ່.
     ໃນວັນທີ 4 ມີນານີ້, ຢູ່ນະ ຄອນຫລວງວຽງຈັນ, ທະນາ ຄານໂລກໂດຍພາຍໃຕ້ການເປັນປະທານຂອງທ່ານນາງ ເຄໂກະ ມີວະ ຜູ້ຕາງໜ້າຫ້ອງການທະ ນາຄານໂລກປະຈຳລາວໄດ້ຈັດ ກອງປະຊຸມເຜີຍແຜ່ບົດລາຍງານດັ່ງກ່າວ ໂດຍໄດ້ເນັ້ນເຖິງສິ່ງ ທ້າທາຍ ແລະ ຄວາມສ່ຽງຕ່າງໆ ຕິດພັນກັບນະໂຍບາຍເສດຖະກິດມະຫາພາກທີ່ມີລັກສະນະເອື້ອອຳນວຍຕໍ່ການພັດທະນາ
ຊຶ່ງຄາດວ່າເສດຖະກິດຂອງລາວຈະຂະ ຫຍາຍຕົວດ້ວຍອັດຕາດັ່ງກ່າວ ແລ້ວ, ເບື້ອງການຜະລິດນັ້ນ ຄາດວ່າການປະກອບ ສ່ວນໂດຍກົງຈາກຂະແໜງຊັບພະຍາກອນທຳມະຊາດຕໍ່ການເຕີບໂຕຂອງ ເສດຖະກິດຈະຫລຸດລົງເລັກ ໜ້ອຍໃນປີ 2014 ສ່ວນໜຶ່ງກໍ ຍ້ອນວ່າບັນດາໂຄງການຫລັກໆ ສ່ວນຫລາຍແມ່ນຢູ່ໃນຂັ້ນຕອນກໍ່ສ້າງ. ນອກນັ້ນ ກໍຍັງເປັນຍ້ອນ ການຄາດຄະ ເນຜົນຜະລິດລວມ ຂອງຄຳທີ່ອາດຕ່ຳກວ່າເກົ່າຊຶ່ງ ຈະໄດ້ຮັບການຊົດເຊີຍຈາກຜົນ ໄດ້ຮັບຂອງການຜະລິດທອງ ແດງທີ່ມີ ທ່າອ່ຽງວ່າຈະສູງຂຶ້ນ ໃນປີນີ້. ແຕ່ເຖິງຢ່າງໃດກໍຕາມ ຂະແໜງບໍລິການ, ປຸງແຕ່ງສະ ບຽງອາຫານ ແລະ ເຄື່ອງດື່ມ ແມ່ນຈະ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ.
     ບົດລາຍງານສະບັບນີ້ ຍັງໄດ້ສຶກສາແຜນງົບປະມານປະຈຳສົກປີ 2013-2014 ແລະ ຄາດວ່າການຂາດດຸນງົບປະມານ ອາດຈະຕ່ຳກວ່າສົກປີ 2012-2013. ແຕ່ຢ່າງໃດກໍຕາມເຖິງວ່າຈະມີການໂຈະໃຫ້ເງິນອຸດໜູນແກ່ພະ ນກງານລັດໃນປີນີ້ ແຕ່ລາຍຈ່າຍກໍບໍ່ໄດ້ຫລຸດລົງ ຫລາຍຍ້ອນຍັງມີການບັນຈຸພະນັກງານເຂົ້າໃໝ່ ແລະ ການເພີ່ມເງິນເດືອນພາກລັດ, ດັ່ງນັ້ນ ຈຶ່ງມີຄວາມຈຳເປັນທີ່ຈະທົບທວນ ຄືນແຜນການເພີ່ມຂຶ້ນຂອງລາຍຈ່າຍພາກເງິນເດືອນໃນອະນາຄົດ.

No comments:

Post a Comment