Ad

Ad

5 March 2014

ຄູໂບຕ້າຈະເປັນເຄື່ອງຈັກທີ່ຊ່ວຍໃຫ້ການຜະລິດຂອງກະສິກອນລາວມີປະສິດທິພາບຍິ່ງຂື້ນ



           ວັນທີ 4 ມີນີ້ ບໍລິສັດ ສະ ຫຍາມຄູໂບຕ້າ ຄໍເປີເຣຊັ່ນ ຈຳກັດ, ໄດ້ຈັດພິທີ ເປີດຕົວແທນຈຳ ໜ່າຍຜະລິດ ຕະພັນຄູໂບຕ້າຢູ່ ລາວເປັນແຫ່ງທຳອິດ ເຊິ່ງພິທີ ໄດ້ຈັດຂຶ້ນຢູ່ໂຮງແຮມລາວພລາຊາ, ນະຄອນຫຼວງວຽງຈັນ, ໂດຍ ການເຂົ້າຮ່ວມ ຂອງທ່ານ ຮິໂຣຊິ ກາວາກາມິ HIROSHI KA WA KA MI ) ກຳມະການຜູ້ຈັດ ການໃຫຍ່, ບໍລິ ສັດສະຫຍາມຄູໂບຕ້າຄໍເປີເຣຊັ່ນ ຈຳກັດ, ພ້ອມດ້ວຍຄະນະຕົວແທນຈຳໜ່າຍ  ແລະ ແຂກເຂົ້າຮ່ວມເປັນຈຳນວນຫຼາຍ.
          ຜູ້ຈັດການໃຫຍ່ບໍລິສັດດັ່ງ ກ່າວມີຄຳເຫັນໃນພິທີວ່າ: ປີນີ້ບໍລິສັດຂອງຕົນ ໄດ້ກໍ່ຕັ້ງບໍລິສັດ ໃໝ່ໃນກຸ່ມອາ ຊຽນ, ພາຍໃຕ້ເງິນ ລົງທຶນປະມານ 17 ຕື້ກວ່າກີບ (68 ລ້ານບາດໄທ), ໄດ້ແກ່ບໍລິ ສັດຄູໂບ ຕ້າປະເທດລາວຈຳກັດ  7 ຕື້ກວ່າກີບ ( 30 ລ້ານບາດ) ແລະ ປະເທດກຳປູເຈຍ 9 ຕື້ກວ່າ ກີບ (38 ລ້ານບາດ) ເພື່ອຮອງ ຮັບການເປີດປະຊາຄົມເສດຖະ ກິດອາຊຽນ (AEC) ແລະ ການ ຂະຫຍາຍຕົວຂອງທຸລະກິດເຄື່ອງ ຈັກການກະເສດໃນລະ
ດັບພູມ ພາກ ແລະ ການທີ່ສະຫຍາມ ຄູໂບຕ້າກໍ່ຕັ້ງບໍລິສັດລູກຂຶ້ນໃນ ສປປ ລາວ ເພື່ອມຸ່ງໝັ້ນທີ່ຈະເພີ່ມຄວາມແຂງແກ່ ນທາງດ້ານການແຂ່ງຂັ້ນທາງຕະຫຼາດນັບ ທັງລາຄາ, ການບໍລິການ ແລະ ການຂາຍ, ລວມເຖິງການຂະຫຍາຍທຸລະກິດຄວບ ຄູ່ໄປກັບການຊ່ວຍເຫຼືອ, ສະຫນັບສະໜູນ ພັດທະນາດ້ານການກະເສດຂອງລາວ ແລະ ນອກຈາກການໃຫ້ບໍລິການຫຼັງການ ຂາຍເພື່ອສະໜັບສະໜູນລູກຄ້າຢ່າງມີປະສິດທິ ພາບ ແລະ ເພື່ອສ້າງຄວາມໄວ້ວາງໃຈໃນຜະລິດຕະພັນຄູໂບຕ້າໃຫ້ເປັນ ທີ່ໜຶ່ງໃນພູມີພາກຕາເວັນອອກສ່ຽງໃຕ້ຕໍ່ໄປໃນອະນາຄົດ.
           ທ່ານ ກຳມະການຜູ້ຈັດ ການໃຫຍ່ກ່າວວ່າ: ພວກເຮົາບໍ່ເປັນພຽງຜູ້ຜະລິດ ແລະ ຂາຍຜະ ລິດຕະພັນເທົ່ານັ້ນ, ແຕ່ຍັງຖີເອົາ ການຍົກລະດັບຊີວິດການເປັນຢູ່ຂອງກະສິກອນ ແລະ ຊ່ວຍສະໜັບສະໜູນການຜະລິດກະສິກຳ ໄປພ້ອມ ກັບການຂະຫຍາຍກິດ ຈະກຳ CSR, ໂດຍພວກເຮົາ ຫວັງວ່າຈະເປັນອົງກອນທີ່ສາມາດຊ່ວຍສະໜັບສະໜູນການພັດ ທະນາ ສປປ ລາວ ໃຫ້ເຕີບໃຫຍ່ ເຂັ້ມແຂງ ແລະ ຫວັງເປັນຢ່າງ ຍິ່ງວ່າການສ້າງຕັ້ງບໍລິສັດສະຫຍາມຄູໂບຕ້າລາວຈຳກັດຈະ ຊ່ວຍສະໜັບສະໜູນໃຫ້ຕົວແທນຈຳໜ່າຍທຸກທ່ານໃນການຂະ ຫຍາຍໂອກາດ ແລະ ປະສິດທິພາບທາງທຸລະກິດເພື່ອເຂົ້າ ເຖິງລູກຄ້າກະສິກອນໄດ້ຫຼາຍຂຶ້ນເພື່ອສົມກັບຄູໂບຕ້າເປັນທີ 1 ໃນດວງ ໃຈຂອງຊາວກະສິກອນ.

No comments:

Post a Comment