Ad

Ad

5 March 2014

ທະນາຄານການຄ້າຕ່າງເທດລາວມີ 3 ຜະລິດຕະພັນໃໝ່ໃຫ້ບໍລິການລູກຄ້າ

         ວັນທີ 4 ມີນານີ້, ທະນາ ຄານການຄ້າຕ່າງປະເທດລາວ (BCEL) ໄດ້ຈັດ ພິທີຖະແຫຼ່ງ ຂ່າວຂຶ້ນຢູ່ສຳນັກງານໃຫຍ່ຂອງຕົນເພື່ອນຳສະເໜີ 3 ຜະລິດຕະ ພັນ ໃໝ່ຂອງທີ່ພັດທະນາຂຶ້ນມາ ເພື່ອຕອບສະໜອງຄວາມຕ້ອງການຂອງລູກຄ້າໃຫ້ບໍລິ ການລູກ ຄ້າ, ໂດຍການເຂົ້າຮ່ວມຂອງ ທ່ານ ວັນຄຳ ວໍລະວົງ, ຜູ້ອຳນວຍການໃຫຍ່ ທະນາຄານດັ່ງ ກ່າວ, ພ້ອມດ້ວຍພະນັກງານ ແລະ ລູກຄ້າຈຳນວນໜຶ່ງເຂົ້າຮ່ວມ.
    ທ່ານຜູ້ອຳນວຍການໃຫຍ່ ຖະແຫຼ່ງວ່າ: ທະນາຄານການ ຄ້າຕ່າງປະເທດລາວ ມີຄວາມພູມໃຈນຳເໜີ 3 ຜະລິດ ຕະພັນໃໝ່ ຂອງຕົນເພື່ອຕອບສະໜອງ ຄວາມ ຕ້ອງການຂອງສັງຄົມ, ໂດຍສະເພາະລູກຄ້າຂອງທະນາຄານຄື:1ແມ່ນຜະລິດຕະພັນ BCEL One V.2 (BCEL One ພາກສອງ), 2. ຕູ້ຮັບຝາກເງິນ ຫຼື Cash Deposit Ma chine ແລະ 3 ແມ່ນຜະລິດຕະພັນ B - Pay, ທັງ ສາມຜະລິດ ຕະພັນດັ່ງກ່າວແມ່ນ ໄດ້ຮັບການພັດທະນາຂື້ນເພື່ອຮັບໃຊ້ລູກຄ້າຂອງ ທຄຕລ ໃຫ້ມີູ ຄວາມສະດວກສະບາຍ, ວ່ອງ ໄວທັນ ໃຈໃນການກຳໃຊ້ານບໍລິ ການ, ຊຶ່ງຄຸນລັກຊະນະທີ່ສຳຄັນ ຂອງແຕ່ລະຜະລິດຕະພັນຄືດັ່ງນີ້: BCEL One V.2 ແມ່ນເປັນ
ການ ຕໍ່ຍອດຈາກຜະ ລິດຕະພັນ BCEL V.1 ທີ່ໄດ້ເປີດນຳໃຊ້ໃນປີ 2013 ທີ່ຜ່ານມາ ແລະ ໄດ້ຮັບການ ຕອບຮັບຈາກລູກ ຄ້າເປັນຢ່າງດີ ອັນເຫັນໄດ້ຈາກປະລິມານທຸລະ ກຳ ແລະ ຕົວເລກ ການດາວໂຫຼດ ເຂົ້າມາມີຫຼາຍກວ່າ 20 ພັນຄັ້ງ, ສຳລັບ BCEL One V.2 ໄດ້ຮັບ ການປັບປຸງໃຫ້ມີຄວາມທັນສະ ໄໝຂື້ນກວ່າເກົ່າ ແລະ ພຽບ ພ້ອມໄປດ້ວຍຄຸນສົມບັດທີ່ເປັນ ເອກະລັກໃນຫຼາຍດ້ານ ແລະ ສາ ມາດຕອບຄຳຖາມຄວາມຕ້ອງ ການຂອງລູກຄ້າໄດ້ຢ່າງສະ ດວກສະບາຍໂດຍລູກຄ້າຈະບໍ່ສາ ມາດພົບໄດ້ຢູ່ໃນທະນາຄານແຫ່ງອື່ນ, ນອກຈາກສາມາດຊຳລະຄ່າ ໃບບິນໄຟຟ້າ, ນ້ຳປະປາ, ຄ່າ ໂທລະ ສັບ, ອິນເຕີເນັດ ແລະ ໂອນ ເງິນຜ່ານມືຖື, ແທບເລັດ ແລະ ຄອມພິວເຕີຂອງຕົນເອງແລ້ວນັ້ນ,BCEL One V.2 ຍັງສາມາດ ໂອນເງິນ ໄດ້ແບບຂ້າມສະກຸນ ເງິນເຊັ່ນ: ຈາກສະກຸນເງິນກີບ ຫາສະກຸນເງິນໂດລາຫຼືສະກຸນ ເງິນບາດໄທ, ໂດຍມີອັດຕາ ແລກປ່ຽນ ຈາກທະນາຄານ, ຊຶ່ງ ສາມາດປະຢັດເວລາໃຫ້ລູກຄ້າ ໄດ້ນຳອີກ, ນອກນີ້ຍັງສາມາດ ສັ່ງ ລ໊ອກບັດ ATM ຂອງຕົນໄດ້ ຜ່ານທາງ Smart phone ເພື່ອ ປ້ອງກັນຄວາມສ່ຽງໃນເວລາບັດຕົກເຮ່ຍເສຍຫາຍ ແລະ ອີກໜຶ່ງ ເອກະລັກທີ່ສຳ ຄັນແມ່ນລູກຄ້າ ສາມາດນຳໃຊ້ BCEL One v.2 ສຳລະຄ່າສິນຄ້າກັບບັນດາຮ້ານທີ່ເຂົ້າຮ່ວມລາຍການກັບ ທຄ ຕລ, ສຳລັບຜະລິຕະພັນຕູ້ຝາກ ເງິນ, ໂດຍທົ່ວໄປແມ່ນຕູ້ ATM ຈະມີໄວ້ສຳລັບຖອນ ເງິນສົດ, ແຕ່ນັບຈາກນີ້ໄປ ທຄຕລ ຈະນຳ ເອົາ ຕູ້ທີ່ລູກຄ້າສາມາດຝາກ ເງິນເພື່ອເອົາເງິນໃນບັນຊີຂອງ ຕົນໂດຍບໍ່ຈຳເປັນຕ້ອງເຂົ້າມາ ທະນາຄານອີກ ແລະ ປັດຈຸບັນ ການເຂົ້າມາຝາກເງິນຂອງລູກ ຄ້າຕ້ອງຜ່ານພະນັກງານ ແລະ ຂໍ້ຈຳກັດຫຼາຍດ້ານ ເຊັ່ນ: ບໍ່ມີເວ ລາເຂົ້າມາທະນາຄານ, ສະຖານ ທີ່ຈອດລົດຄັບແຄບ ແລະ ລໍຖ້າ ຄິວດົນ, ສະນັ້ນຕູ້ຝາກເງິນຈະ ໃຫ້ທາງເລືອກທີ່ສະດວກຂຶ້ນ ກວ່າເກົ່າ, ຊຶ່ງສາມາດມາຝາກ ເງິນໄດ້ໃນເວລາທີ່ສະດວກ, ໂດຍຕູ້ຝາກເງິນຈະໃຫ້ບໍລິການ ຕະຫຼອດ 24 ຊົ່ວໂມງຂອງທຸກໆມື້ ແລະ ສາມາດຝາກເງິນໄດ້ທັງ ສາມຕະກຸນຄື ເງິນກີບ, ໂດລາ ແລະ ເງິນບາດໄທ, ສຳລັບເງິນ ກີບແມ່ນສາມາຝາກໄດ້ສະເພາະແຕ່ໃບ 10.000 ກີບ, 20.000 ກີບ ແລະ 50.000 ກີບ, ຄາດວ່າຕໍ່ໄປ ຈະພັດທານາໃຫ້ຝາກໄດ້ເຖິງໃບ 100.000 ກີບ, ສຳລັບຜະລິດຕະ ພັນ B-Pay ແມ່ນການບໍລິການ ຊຳລະຄ່າໃບບິນຜ່ານ ATM ທີ່ ໄປຄຽງຄູ່ກັບຜະລິດຕະພັນທີ່ ກ່າວມາ, ແຕ່ການໃຊ້ມືຖື, ແທບ ເລັດ ແລະ ຄອມພິວເຕີບາງຄັ້ງ ກໍມີຂໍ້ຈຳກັດເຊັ່ນ: ບໍ່ມີສັນຍານ ອິນເຕີເນັດ, ແບກໝົດ ຫຼື ບາງ ທ່ານກໍອາດຈະບໍ່ຊິນເຄີຍກັບໂທ ລະສັບມືຖື, ດ້ວຍເຫດນີ້ພວກ ເຮົາຈຶ່ງເພີ່ມທາງເລືອກໃຫ້ແກ່ ລູກຄ້າສາມາດຊຳລະຄ່າໃບບິນ ຜ່ານ ATM  ໄດ້ເຖິງວ່າລູກຄ້າ ຈະບໍ່ມີໂທລະສັບກໍຕາມ, ທ່ານ ກໍຈະສາມາດຊຳລະໄດ້ຜ່ານຜະ ລິດຕະພັນ B -​ Pay, ຊຶ່ງຈະເຮັດ ໃຫ້ທ່ານສະດວກສະບາຍ ແລະ ວ່ອງໄວຕື່ມອີກທາງເລືອກໜຶ່ງ.

No comments:

Post a Comment