ທ່ານ ລຽວ ກວາງຊ່ານ ກ່າວວ່າ: ພາຍຫລັງດຳເນີນການກໍ່ສ້າງໄລຍະທີໜຶ່ງໄດ້ສຳເລັດການກໍ່ສ້າງອາ
ຄານ ຕ່າງໆໂດຍພື້ນຖານ ແລະ ເຫັນວ່າສິ່ງດັ່ງກ່າວ ໄດ້ຮັບການຕອບຮັບຈາກລູກຄ້າເປັນຢ່າງດີໃນດ້ານການ
ເຊົ່າ-ຂາຍ
ພື້ນທີ່ຫ້ອງ ແລະ ຄາດວ່າຈະໄດ້ເປີດບໍລິການເປັນທາງການໃນທ້າຍປີນີ້.
ປັດຈຸບັນ ມີບໍລິສັດຊື່ດັ່ງຈາກຕ່າງປະເທດສົນໃຈມາຮ່ວມທຸລະກິດ
ແລະ ເຊັນສັນຍາຊື້ພື້ນທີ່ຂາຍນຳໂຄງ ການແລ້ວຄື: ບໍລິສັດ ICC International
Republic Co.Ltd, Central Marketing Group, ບໍລິສັດ Platinum(ໂຮງຮູບເງົາ) ຈາກປະເທດອີນໂດເນເຊຍ,
ບໍລິສັດ CWI Laos Co, Ltd ຕົວແທນຈຳໜ່າຍໂມງທີ່ມີຫຍີຫໍ້ດັງຈາກສິງກະໂປ, ຮ້ານອາຫານຂອບໃຈເດີ
ແລະ ຜູ້ປະກອບການທຸລະກິດອື່ນໆຂອງລາວກໍໄດ້ເຂົ້າ ຈອງຫ້ອງຂາຍ ແລ້ວເປັນຈຳນວນຫລາຍ.
ວຽງຈັນເຊັນເຕີຕັ້ງຢູ່ຈຸດສູນກາງເສດຖະກິດຂອງນະຄອນຫລວງວຽງຈັນ,
ເປັນເຂດການຄ້າ, ການລົງທຶນ ຄົບວົງຈອນ ເຊິ່ງປະກອບມີ:ສູນການຄ້າລະດັບສາກົນ,
ຫ້າງຊັບພະສີນຄ້າທີ່ທັນສະໄໝ, ໂຮງຮູບເງົາ, ອາຄານສຳນັກງານ, ໂຮງແຮມລະດັບຫລູ,
ສູນຮັກສາສຸຂະພາບ ແລະ ສະຖານທີ່ພັກເຊົາທີ່ສະດວກສະບາຍ ແລະ ສາມາດຕອບສະໜອງທຸກຄວາມຕ້ອງການຂອງລູກຄ້າພ້ອມມີສະຖານທີ່ຈອດລົດໄດ້ຫລາຍເກືອບ
1 ພັນຄັນ.
ທ່ານຮອງເຈົ້າຄອງນະຄອນຫລວງວຽງຈັນ ອານຸພາບ
ຕຸນາລົມ ກ່າວວ່າ: ໂຄງການນີ້ ໄດ້ສະແດງໃຫ້ເຫັນເຖິງການເປີດກວ້າງການລົງທຶນຕໍ່ພາຍນອກ
ແລະ ເປັນຜົນສຳເລັດໃນການຊຸກຍູ້ບາດກ້າວການຂະຫຍາຍ ຕົວທາງເສດຖະກິດຂອງ ສປປ
ລາວ ແລະ ຂໍເຊີນຊວນນັກລົງທຶນທັງພາຍໃນ ແລະ ຕ່າງປະເທດເຂົ້າມາຮ່ວມລົງທຶນດ້ວຍ.
ໂຄງການວຽງຈັນເຊັນເຕີ
ເປັນການລົງທຶນຮ່ວມລະຫວ່າງບໍລິສັດ ວິສະວະກຳກໍ່ສ້າງ, ບໍລິສັດລົງທຶນຕ່າງປະເທດແຂວງຢຸນນານ
ຈຳກັດ ແລະ ບໍລິສັດ ກິດຕະພົງກຣຸບ ຈຳກັດ.
No comments:
Post a Comment