ປະຕິບັດຕາມແຜນການ
ປັບ ປຸງກົງຈັກການຈັດຕັ້ງ, ຊັບຊ້ອນພະນັກງານຂອງກະຊວງການຕ່າງປະເທດ, ໃນວັນທີ
3 ມີນາ 2014, ກະຊວງການຕ່າງປະເທດ ໄດ້ຈັດຕັ້ງພິທີມອບ-ຮັບໜ້າທີ່ລະ ຫວ່າງຫົວໜ້າກົມຜູ້ເກົ່າ
ແລະ ຜູ້ໃໝ່ໃຫ້ແກ່ບາງກົມພາຍໃນກະ ຊວງການຕ່າງປະເທດ, ໂດຍການໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ
ທອງລຸນ ສີສຸລິດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນ
ຕີວ່າການກະ ຊວງການຕ່າງປະເທດ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ພ້ອມບັນດາລັດຖະມົນຕີຊ່ວຍວ່າການ
ແລະ ບັນດາຫົວ ໜ້າກົມຂອງກະຊວງການຕ່າງປະເທດກໍໄດ້ເຂົ້າຮ່ວມ. ການມອບ-ຮັບໜ້າທີ່ລະຫວ່າງຜູ້ເກົ່າ
ແລະ ໃໝ່ມີດັ່ງນີ້:
- ມອບ-ຮັບ ລະຫວ່າງ ທ່ານ ໄຊຍະການ ສີສຸວົງ
ຫົວໜ້າຫ້ອງ ການກະຊວງການຕ່າງປະເທດຜູ້ເກົ່າ ແລະ ທ່ານ ນາງ ຄຳເພົາ ເອີນທະວັນ
ຫົວໜ້າຫ້ອງການກະ ຊວງການຕ່າງປະເທດຜູ້ໃໝ່.
- ມອບ-ຮັບ ລະຫວ່າງ ທ່ານ ນາງ ຄຳເພົາ ເອີນທະວັນ
ຫົວໜ້າສະຖາບັນການຕ່າງປະເທດຜູ້ເກົ່າ ແລະ ທ່ານ ຢົງ ຈັນທະລັງສີ ຫົວໜ້າສະຖາບັນການຕ່າງປະເທດຜູ້ໃໝ່.
- ມອບ-ຮັບ ລະຫວ່າງ ທ່ານ ຈັນທະວີ ໂພທິສານ ຫົວໜ້າກົມການເງິນຜູ້ເກົ່າ
ແລະ ທ່ານ ຄຳພໍ ໄຂຄຳພິທູນ ຫົວໜ້າກົມອາຊຽນ ຜູ້ໃໝ່.
- ມອບ-ຮັບ ລະຫວ່າງ ທ່ານ ດຣ. ຂຽນ ພັນສຸຣິວົງ
ຫົວໜ້າກົມອາຊຽນຜູ້ເກົ່າ ແລະ ທ່ານ ພົງສະ ຫວັນ ສີສຸລາດ ຫົວໜ້າກົມອາ ຊຽນຜູ້ໃໝ່.
- ມອບ-ຮັບ ລະຫວ່າງ ທ່ານ ອ້ວນ ພົມມະຈັກ ຫົວໜ້າກົມສົນທິສັນຍາ
ແລະ ກົດໝາຍຜູ້ເກົ່າ ແລະ ທ່ານ ພູໂຂງ ສີສຸລາດ ຫົວ ໜ້າກົມສົນທິສັນຍາ ແລະ ກົດ
ໝາຍຜູ້ໃໝ່
- ມອບ-ຮັບ ລະຫວ່າງ ທ່ານ ສຸວັນນາ ໄຊຍະສານ
ຮັກສາການຫົວໜ້າຫ້ອງການບໍລິການສະຖາທູດຜູ້ເກົ່າ ແລະ ທ່ານ ບຸນຫວາດ ເກດສຸວັນ
ຫົວໜ້າບໍລິການສະ ຖານທູດຜູ້ໃໝ່.
ພາຍຫຼັງໄດ້ເຊັນມອບ-ຮັບ ໜ້າທີ່ກັນແລ້ວ, ທ່ານຮອນາຍົກ
ລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມ ບັນດາທ່ານທີ່ເຂົ້າຮ່ວມໃນພິທີດັ່ງ ກ່າວ ໂດຍໄດ້ຊີ້ນຳໃຫ້ບັນດາພະ
ນັກງານຫຼັກແຫຼງ ຈົ່ງໄດ້ສືບຕໍ່ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ ທີ່ຖືກມອບໝາຍໃຫ້ໃນຄັ້ງນີ້
ເພື່ອສືບຕໍ່ນຳເອົານະໂຍ ບາຍການຕ່າງປະເທດກ້າວຂື້ນຕາມແນວທາງ ຂອງພັກ-ລັດ,
ໂດຍສະເພາະແມ່ນ ຕາມເນື້ອໃນຂອງກອງປະຊຸມ ວຽກງານການຕ່າງປະເທດຄັ້ງທີ 12 ເພື່ອປະ
ກອບສ່ວນເຂົ້າໃນການເຊື່ອມໂຍງສາກົນຂອງປະເທດເຮົາໃນໄລຍະໃໝ່.
No comments:
Post a Comment