Ad

Ad

4 March 2014

ສສ ຫວຽດນາມ ອັນດັບສາມຂອງການລົງທຶນຢູ່ລາວ



   ພິທີພົບປະໃນໂອກາດປີໃຫມ່ ຂອງກຸ່ມນັກທຸລະກິດຫວຽດນາມຢູ່ລາວ, ໄດ້ມີຂຶ້ນໃນວັນທີ 3 ມີນານີ້, ຢູ່ນະຄອນຫລວງວຽງຈັນ, ໂດຍສະຖານທູດ ຫວຽດນາມເປັນຜູ້ຈັດຂຶ້ນ, ຊຶ່ງມີຜູ້ຕາງຫນ້າ ຈາກ 50 ກວ່າຫົວຫນ່ວຍທຸ ລະກິດຫວຽດນາມຢູ່ລາວເຂົ້າຮ່ວມ.    
     ໃນການພົບປະດັ່ງກ່າວໄດ້ຊີ້ໃຫ້ເຫັນວ່າ: ປັດຈຸບັນບັນດາຫົວຫນ່ວຍ ທຸລະກິດ ສສ ຫວຽດນາມ ໄດ້ເຂົ້າ ມາລົງທຶນຢູ່ລາວມີຈຳນວນ 412 ໂຄງ ການ, ມີມູນຄ່າທັງຫມົດຫລາຍກ່ວາ 5 ຕື້ ໂດລາສະຫະລັດ ຫລື ປະມານ 40.000 ຕື້ກີບ, ຢືນຢູ່ອັນດັບສາມ ຂອງບັນດາປະເທດ ແລະ ເຂດແຄວ້ນຕ່າງໆທີ່ເຂົ້າມາລົງທຶນຢູ່ລາວ. ໂຄງການລົງທຶນດັ່ງກ່າວສ່ວນໃຫຍ່ຈະເປັນ ຂົງເຂດບໍ່ແຮ່, ພະລັງງານໄຟຟ້າ, ກະສິກຳ, ການບໍລິ ການ, ການກໍ່ສ້າງ, ທະນາຄານ ແລະ ການປະກັນໄພ.
ສະເພາະປີ 2013 ຜ່ານມາ ຫວຽດນາມໄດ້ເຂົ້າມາ ລົງທຶນຢູ່ລາວຈຳນວນ 12 ໂຄງການ, ລວມມີມູນຄ່າ 138 ລ້ານໂດລາສະຫະລັດ ຫລື ປະມານຫລາຍກວ່າ 1.100 ຕື້ກີບ.      
     ກອງປະຊຸມຍັງຍົກໃຫ້ເຫັນວ່າ: ຄຽງຄູ່ກັບຈຸດດີອັນເປັນພື້ນຖານດັ່ງກ່າວ, ບັນດານັກທຸລະກິດຫວຽດນາມ ນຳສະເຫນີວ່າ ນັບແຕ່ປີໃຫມ່ນີ້ເປັນຕົ້ນໄປຊາວຫວຽດນາມຕ່າງດ້າວໃນລາວຈະຕ້ອງໄດ້ອອກແຮງຕື່ມອີກໃນ ການເຄື່ອນໄຫວປະສານງານກັບບັນດາຫົວຫນ່ວຍທຸລະກິດຫວຽດນາມໃນລາວ ແລະ ສິ່ງນີ້ຈະຕ້ອງໄດ້ເຮັດເປັນ ປະຈຳ ແລະ ເປັນບໍລິເວນກ້ວາງໃນທົ່ວປະເທດ, ສ້າງເງື່ອນໄຂໃຫ້ຫົວຫນ່ວຍທຸລະກິດຢູ່ຕາມທ້ອງຖິ່ນຂອງ ລາວໄດ້ມີໂອກາດພົບປະແລກປ່ຽນບົດຮຽນ ແລະ ປະສົບການຕ່າງໆນຳກັນ, ເພື່ອສາມາດປັບປຸງຕົນເອງ ໃຫ້ມີຄວາມເຂັ້ມແຂງ, ພ້ອມນັ້ນ ກໍຈະຕ້ອງໄດ້ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານຊຶ່ງກັນ ແລະ ກັນໃຫ້ ຫລາຍຂຶ້ນ, ກະຕຸກຊຸກຍູ້ ແລະ ຊ່ວຍເຫລືອກັນໃຫ້ສາມາດເຂົ້າເຖິງການຕະຫລາດ ເພື່ອເຮັດແນວໃດສາມາດ ຍົກສູງຕົວເລກການພົວພັນແລກປ່ຽນສິນຄ້າລະຫ່ວາງສອງຝ່າຍລາວ-ຫວຽດນາມ, ຮອດປີ 2015 ໃຫ້ ບັນລຸໄດ້ 2 ຕື້ໂດລາ ແລະ ໃນໂອກາດນີ້, ບັນດານັກທຸລະກິດຫວຽດນາມກໍໄດ້ນຳສະເຫນີບາງບັນຫາທີ່ເປັນອຸປະສັກ ແລະ ຄວາມຫຍຸ້ງຍາກເພື່ອລັດຖະບານສອງປະເທດຮ່ວມກັນປັບປຸງແກ້ໄຂເພື່ອກະຕຸກຊຸກຍູ້ການພົວພັນຮ່ວມມື ແລະ ການລົງທຶນລະຫ່ວາງສອງຝ່າຍນັບມື້ກ້າວສູ່ຈຸດສູງ. 
     ໃນການພົບປະດັ່ງກ່າວ, ທ່ານເອກອັກຄະລັດຖະທູດ ສສ ຫວຽດນາມປະຈຳລາວຫງວຽນແມັງຮຸ່ງ ກໍມີຄຳ ເຫັນສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຫມາກຜົນການເຄື່ອນໄຫວວຽກງານຂອງບັນດາຫົວຫນ່ວຍ ທຸລະກິດຕ່າງໆຂອງຫວຽດນາມຢູ່ລາວຍາດມາໄດ້ ແລະ ສາມາດຜ່ານຜ່າຄວາມຫຍຸ້ງຍາກ ແລະ ອຸປະສັກ ຕ່າງໆກະຕຸກຊຸກຍູ້ໃຫ້ ການພົວພັນຮ່ວມມືລະຫ່ວາງ ສອງຝ່າຍນັບມື້ຂະຫຍາຍຕົວ ແລະ ພ້ອມນັ້ນທ່ານທູດກໍໄດ້ ເນັ້ນຕື່ມໃຫ້ບັນດາຫົວຫນ່ວຍທຸລະກິດດັ່ງກ່າວເພີ່ມທະວີຄວາມພະຍາຍາມ ແລະ ເປັນເຈົ້າການຈັດຕັ້ງປະຕິບັດ ໂຄງການລົງທຶນຂອງຕົນຢູ່ລາວໃຫ້ມີປະສິດທິຜົນສູງສຸດ ແລະ ເອົາໃຈໃສ່ປະຕິບັດລະບຽບກົດຫມາຍຂອງລາວ, ເພື່ອນຳ້ໃຈຮັບຜິດຊອບຕໍ່ຫນ້າທີ່ວຽກງານ ແລະ ການເພີ່ມພູນຄູນສ້າງສາຍພົວພັນທີ່ເປັນມູນເຊື້ອ, ຄວາມສາ ມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫ່ວາງສອງປະເທດນັບມື້ແຕກ ດອກອອກຜົນຫງອກງາມຍິ່ງໆ ຂຶ້ນ.



No comments:

Post a Comment