Ad

Ad

4 March 2014

ສື່ມວນຊົນລາວປະກອບສ່ວນສຳຄັນເຂົ້າໃນວຽກງານຕ້ານການສໍ້ລາດບັງຫລວງ.



     ໃນກອງປະຊຸມເຜີຍແຜ່ຜົນສຳເລັດການຈັດຕັ້ງປະຕິບັດສົນທິສັນຍາ ສປຊ ວ່າດ້ວຍການຕ້ານການສໍ້ລາດ ບັງຫລວງ ແລະ ການເຄື່ອນໄຫວຕ້ານສໍ້ລາດບັງ ຫລວງຂອງ ສປປ ລາວ ເມື່ອວັນ ທີ 27 ກຸມພາ 2014 ຢູ່ສູນການຮ່ວມມືລາວ-ຍີ ປຸ່ນ, ນະຄອນຫລວງວຽງຈັນ. ໃນໂອກາດດັ່ງກ່າວ ທ່ານ ສີພາ ນົງລາດ ອຳນວຍ ການວິທະຍຸກະຈາຍສຽງແຫ່ງຊາດ ທັງເປັນຮອງປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ, ໄດ້ຂຶ້ນມີຄຳເຫັນ ກ່ຽວກັບການຕ້ານການສໍ້ລາດບັງຫລວງວ່າ: ການສໍ້ ລາດບັງຫລວງແມ່ນແຫລ່ງກຳເນິດຂອງຄວາມຊົ່ວຊ້າທັງປວງມັນກົດໜ່ວງການແກ້ ໄຂຄວາມທຸກຍາກຂາດເຂີນຂອງປະຊາຊົນ ແລະ ຄວາມທຸກຈົນຂອງປະເທດຊາດ, ດັ່ງນັ້ນ ການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງຈຶ່ງເປັນໜ້າທີ່ສຳຄັນຮີບ ດ່ວນ ແລະ ຍາວນານຂອງ ພວກເຮົາໝົດທຸກຄົນ.
     ທ່ານຮອງປະທານສະມາຄົມນັກຂ່າວກ່າວວ່າ: ສະມາຄົມນັກຂ່າວແມ່ນອົງການທາງສັງຄົມທີ່ເຕົ້າໂຮມເອົາ ຄົນທີ່ມີວິຊາຊີບເປັນນັກຂ່າວ, ນັກຈັດລາຍການ, ໂຄສົກ, ພິທີກອນຂອງວິທະຍຸ-ໂທລະພາບ ແລະ ໜັງສື
ພິມຕ່າງໆ ເພື່ອເຮັດພາລະບົດບາດເປັນກະບອກສຽງຂອງພັກ-ລັດ ແລະ ເປັນເວທີສະແດງຄວາມຄິດເຫັນອັນ ກວ້າງຂວາງ ຂອງມະຫາຊົນໂດຍສະເພາະພາຍຫລັງສະພາແຫ່ງຊາດໄດ້ຮັບຮອງເອົາກົດໝາຍວ່າດ້ວຍການ ສໍ້ລາດບັງຫລວງສະບັບປັບປຸງ ໃນວາລະກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາ ແຫ່ງຊາດຊຸດທີ VII ໃນວັນທີ 17 ທັນວາ 2012 ສະມາຄົມນັກຂ່າວ ໄດ້ເຊີດຊູບົດບາດຂອງຕົນໃນການໂຄສະນາເຜີຍແຜ່ກົດໝາຍ ດັ່ງກ່າວ ທີ່ລະບຸວ່າ: ສົ່ງເສີມໃຫ້ປະຊາຊົນ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງ ສັງຄົມ ແລະ ສື່ມວນຊົນມີສ່ວນຮ່ວມໃນການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງຕາມລະບຽບການ. ນອກນັ້ນ ສື່ມວນຊົນຍັງໄດ້ເຜີຍແຜ່ຍຸດທະສາດຕ້ານການສໍ້ລາດບັງຫຼວງ ແຕ່ນີ້ຮອດປີ 2020 ຂອງນາຍົກລັດຖະ ມົນຕີສະບັບເລກທີ 02/ ນຍ ລົງວັນທີ 4 ທັນວາ 2012. ອົງການສື່ມວນຊົນໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ເພື່ອເຮັດໃຫ້ການຈັດຕັ້ງ ແລະ ພະນັກງານຂອງຕົນມີຄວາມປອດໃສຂາວສະອາດ, ເປັນແບບຢ່າງທີ່ດີໃຫ້ແກ່ອົງ ການຈັດຕັ້ງສັງຄົມຕ່າງໆ, ພວກເຮົາໄດ້ອອກແຮງເຝິກຝົນຫລໍ່ຫລອມຄຸນສົມບັດສີນທຳປະຕິວັດ ເພື່ອສ້າງຕົນ ເອງໃຫ້ມີອຸດົມການຂອງພັກ, ມີຈັນຍາບັນຂອງນັກຂ່າວທີ່ດີ ແລະ ກາຍເປັນສ່ວນໜຶ່ງທີ່ສຳຄັນໃນການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງທຸກຮູບແບບໃນທົ່ວສັງຄົມ, ພ້ອມນີ້ ຍັງໄດ້ນຳພາສຶກສາອົບຮົມແນວຄິດການ ເມືອງໃຫ້ແກ່ພະນັກງານໃນລະດັບຄະນະບັນນາທິການ, ພະນັກງານນັກຂ່າວ, ນັກຈັດລາຍການ, ໂຄສົກ, ພິທີກອນ ຂອງວິທະຍຸ-ໂທລະພາບ ແລະ ໜັງສືພິມຕ່າງໆຢ່າງກວ້າງຂວາງເພື່ອໃຫ້ເຂົາເຈົ້າເຊື່ອມຊຶມ ແລະ ກຳໄດ້ເນື້ອໃນຕົ້ນຕໍສຳຄັນ ຂອງ ວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງໃນລະດັບດີສົມຄວນ, ຍ້ອນແນວນັ້ນ, ໃນໄລຍະຜ່ານມາ ສື່ມວນຊົນປະເພດຕ່າງໆຈຶ່ງໄດ້ອອກຂ່າວຢ່າງເປັນປົກກະຕິກ່ຽວກັບ ສະພາບຫຍໍ້ທໍ້ຕ່າງໆໃນສັງຄົມຢ່າງເລິກເຊິ່ງ ໃນນັ້ນກໍໄດ້ເວົ້າເຖິງການສະກັດກັ້ນພຶດຕິກຳ, ຮູບແບບ ແລະ ວິທີ ການຂອງການສໍ້ລາດບັງຫລວງໃນຫລາຍລະດັບທີ່ແຕກຕ່າງກັນ ຈົນໄດ້ຮັບການຍ້ອງຍໍຊົມເຊີຍຈາກສັງຄົມຢ່າງ ລຽນຕິດ ແລະ ໄດ້ຮັບສຽງສະໜັບສະໜູນຈາກສັງຄົມເປັນຢ່າງດີ ເຊິ່ງໄດ້ພິສູດໃຫ້ເຫັນຢ່າງຈະແຈ້ງກໍຄື: ການ ຜະລິດລາຍການວິທະຍຸເພື່ອຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງພັກ, ລາຍການລັດ ແລະ ກົດໝາຍ, ສົນ ທະນາວິຊາການໃຫ້ຄວາມຮູ້, ຄົ້ນຫາມາເລົ່າ, ຕາກ້ອງສ່ອງເມືອງ. ສ່ວນໜັງສືພິມຕ່າງໆກໍມີຄໍລຳແລກປ່ຽນ ຄຳຄິດຄຳເຫັນກ່ຽວກັບເນືອໃນສຳຄັນຂອງຍຸດທະສາດການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງຂອງ ນາຍົກລັດຖະມົນຕີໃນໜັງສືພິມປະເທດລາວ, ໜັງສືພີມລາວພັດທະນາກໍມີຂ່າວ, ບົດທີ່ເວົ້າກ່ຽວກັບການຕ້ານ ສິ່ງຫຍໍ້ທໍ້ຂອງສັງຄົມເຊັ່ນ: ຄໍລຳແລກປ່ຽນ ຫລື ຄໍລຳຈານແຍ່ ແລະ ສື່ສິ່ງພິມອື່ນໆ ກໍໄດ້ປະກອບສ່ວນເຂົ້າໃນ ຂະບວນການຕ້ານການສໍ້ລາດບັງຫລວງໃນຫລາຍ ລະດັບທີ່ແຕກຕ່າງກັນເຊິ່ງແນ່ນອນວ່າບາງຄັ້ງກໍຖືກກະທົບ ແລະ ສ່ອງແສງຄືນຈາກກຸ່ມເປົ້າໝາຍຕ່າງໆມີທັງດ້ານດີ ແລະ ດ້ານລົບທີ່ມີລັກສະນະສ່ຽງທາງດ້ານການສໍ້ລາດ ບັງຫລວງເຊິ່ງອາດສ້າງຄວາມບໍ່ພໍໃຈຕໍ່ສື່ພວກເຮົາ ໃນການອອກ ຂ່າວກ່ຽວກັບບັນຫານີ້.
    ເຖິງຢ່າງໃດກໍດີ, ເມື່ອອິງໃສ່ຄວາມຮຽກຮ້ອງຕ້ອງການຂອງການໂຄສະນາວະກັດກັ້ນ ແລະ ຕ້ານການ ສໍ້ລາດບັງຫລວງ ແລະ ໜ້າທີ່ການເມືອງໃນໄລຍະໃໝ່ແລ້ວເຫັນວ່າສື່ມວນຊົນພວກເຮົາຍັງເຮັດບໍ່ທັນໄດ້ດີ ແລະ ບໍ່ໄດ້ ຫລາຍອັນ ເນື່ອງມາຈາກຫລາຍສາເຫດຄື:ການໄປເຖິງແຫລ່ງຂໍ້ມູນຂ່າວສານຍັງມີຂອບເຂດຈຳກັດ, ການ ໃຫ້ຄວາມຮ່ວມມືຕໍ່ສື່ມວນຊົນຂອງບາງພາກສ່ວນກ່ຽວຂ້ອງຍັງມີໜ້ອຍ, ມັກປະຕິເສດໃນທາງອ້ອມໂດຍສະເພາະ ແມ່ນພາກສ່ວນທີ່ບໍ່ມີຜົນງານອັນໂດດເດັ່ນຫລາຍ ຫລື ບໍ່ເຊື່ອໝັ້ນຕໍ່ສື່ມວນຊົນ ແລະ ບໍ່ຢາກໃຫ້ສື່ມວນຊົນ ເຂົ້າຮ່ວມ, ອົງການສື່ຈຳນວນຫລາຍຍັງຂາດເຂີນພະນັກງານທາງດ້ານປະລິມານ ແລະ ຄຸນນະພາບ, ຄວາມຮູ້ ຄວາມສາມາດ, ນັກຂ່າວຈຳນວນໜຶ່ງບໍ່ທັນກ້າຫານໃນການເຈາະເລິກບັນຫາເພື່ອຊອກຂໍ້ມູນທີ່ຊັດເຈນ. ແນວໃດ ກໍຕາມໃນຕໍ່ໜ້ານີ້, ພວກເຮົາຕ້ອງເດັດດ່ຽວ ແລະ ພ້ອມກັນປະຕິບັດຢ່າງເຂັ້ມງວດຍຸດທະສາດຕ້ານການສໍ້ລາດ ບັງຫລວງ ເຊິ່ງຂ້າພະເຈົ້າເຫັນວ່າເປັນມາດຕະການທີ່ມີປະສິດທິຜົນສູງ ແລະ ມີລັກສະນະ ກວມລວມຄົບ ຊຸດ ແລະ ເຊື່ອວ່າສາມາດສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງໃນປະເທດເຮົາຫລຸດໜ້ອຍລົງ ແລະ ປາກົດ ຜົນເປັນຈິງເທື່ອລະກ້າວ.

No comments:

Post a Comment