Ad

Ad

4 March 2014

ເຊີນ​ຮ່ວມ​ບໍລິຈາກ​ເລືອດ​ເພື່ອ​ຊ່ວຍ​ເພື່ອນ​ມະນຸດ​ໃນ​ມື້ນີ້.



    ອົງການ​ສະຫະ​ປະຊາ​ຊາດ​ປະ​ຈຳ​ລາວ, ຈະ​ຈັດການ​ບໍລິຈາກ​ເລືອດພາຍ​ໃຕ້​ຫົວ​ຂໍ້ “ອາສາ​ສະ ຫມັກ, ບໍລິຈາກ​ເລືອດ ​ເພື່ອ​ຊ່ວຍ​ຊີວິດ” ຂຶ້ນ​ໃນ​ວັນ​ທີ 4 ມີນາ​ນີ້,ຢູ່​ສຳນັກງານ​ອົງການ​ສະຫະ​ປະຊາ​ຊາດ​ປະ​ຈຳ​ລາວ (ສປຊ) ທີ່​ຖະ ໜົນ​ລ້ານ​ຊ້າງ (ກົງກັນຂ້າມ​ກັບ​ໂຮງຮຽນ​ມັດທະຍົມ​ສົມບູນ​ວຽງ​ຈັນ) ​ເລີ່​ມ​ແຕ່​ເວລາ 10-12 ​ໂມງ ແລະ 14-16 ​ໂມງ​ຂອງ​ວັນ​ດັ່ງ ກ່າວ, ນອກຈາກ​ນີ້ ຍັງ​ມີ​ກິດຈະ​ກຳ​​ຖາມ-ຕອບ ​ເພື່​ອ​ແລກປ່ຽນ​ບົດຮຽນ​ລະຫວ່າງ​ຜູ້ທີ່​ເຄີຍ​ບໍລິ ຈາກ​ເລືອດ ​ແລະ ຜູ້ທ່ີ​ບໍ່​ເຄີຍ.​ ຜູ້​ທີ່​ສົນ​ໃຈຕ້ອງການ​ບໍລິຈາກ​ເລືອດ ກໍ​ສາມາດ​ເຂົ້າ​ຮ່ວມ​ງານ​ໄດ້ ​ເພື່ອ​ພ້ອມ​ກັນ​ຊ່ວຍ​ເຫລືອ​ເພື່ອນ​ມະ ນຸດດ້ວຍກັນ.
     ອົງການ​ສະຫະ​ປະຊາ​ຊາດ​ປະ​ຈຳ​ລາວ​ໃຫ້​ຮູ້​ວ່າ: ສປຊ ​​ໄດ້​ຈັດຕັ້ງການບໍລິຈາກ​ເລືອດ​ແຕ່​ປີ 2007 ​ເປັນຕົ້ນ​ມາ ​ແລະ ​ເຫັນ​ວ່າ​ມີ​ຜູ້ຕາງໜ້າ​ຈາກພາກ​ລັດ, ອົງ ການ​ຈັດຕັ້ງສາກົນ ​ແລະ ນັກ ຮຽນ​ນັກ​ສຶກສາຈາກ​ສະ​ຖາ​ບັນ​ຕ່າງໆ​ເຂົ້າ​ຮ່ວມ​ນັບ​ມື້​ເພີ່ມ​ຂື້ນ​ໃນ​ແຕ່ລະ​ປີ.

No comments:

Post a Comment