ໃນຕອນເຊົ້າຂອງວັນທີ 3 ມີນານີ້, ສະຖາບັນສື່ມວນຊົນ
ແລະ ວັດທະນາທຳ ກະຊວງຖະແຫຼງຂ່າວ, ວັດທະນາທຳ ແລະ ທ່ອງທ່ຽວ, ໄດ້ຈັດເຝິກອົບຮົມການນຳໃຊ້ພາສາລາວໃນສື່ມວນຊົນໃຫ້ບັນດານັກຂ່າວ,
ໂຄ ສົກວິທະຍຸ, ໂທລະພາບ, ໂຄສົກເວທີ ແລະ ຜູ້ປະຊາສຳພັນ, ໂດຍການ ເປັນປະທານຂອງທ່ານ
ວິໄລທອງ ສີຊານົນ ຫົວໜ້າສະຖາບັນດັ່ງກ່າວ, ພ້ອມດ້ວຍນັກຂ່າວສື່ມວນຊົນຂະແໜງຕ່າງໆເຂົ້າຮ່ວມເປັນຈຳນວນຫຼາຍ.
ການເຝິກອົບຮົມໃນຄັ້ງນີ້ເພື່ອແນໃສ່ຍົກລະດັບການໃຊ້ພາສາລາວໃຫ້ຖືກຕ້ອງ
ແລະ ເໝາະສົມ ຂອງສື່ຕ່າງໆ, ໂດຍສະເພາະການໃຊ້ຄຳສັບ, ພະຍັນຊະນະ ແລະ ອື່ນໆ
ເຫັນວ່າຜ່ານມານີ້ຍັງມີຄວາມຜິດພາດ ແລະ ບໍ່ຖືກ ຕ້ອງນຳໃຊ້ພາສາຊອດກະຈາ ແລະ
ອື່ນໆ. ຊຶ່ງເຮັດໃຫ້ມີຫາງສຽງຕຳນິວິຈາກຈາກສັງຄົມເປັນຈຳນວນຫຼາຍ.
ສະນັ້ນ ເພື່ອຫຼີກເວັ້ນບັນຫາດັ່ງກ່າວສະຖາບັນສື່ມວນຊົນ ຈຶ່ງໄດ້ເປີດໃຫ້ມີການເຝິກອົບຮົມ,
ການສະ ໜອງຂໍ້ມູນດ້ານພາສາລາວທີ່ຖືກຕ້ອງ ແລະ ຖືກວິທີ, ເພາະພາສາລາວແມ່ນມໍລະດົກອັນປະເສີດທາງວັດທະນະ
ທຳຂອງຊາດ, ເຊິ່ງພວກເຮົາທຸກຄົນຈະຕ້ອງມີໜ້າທີ່ປົກປັກຮັກສາໄວ້ໃຫ້ຄຽງຄູ່ກັບຄົນລາວ
, ຊາດລາວຕະ ຫຼອດໄປ. ການເຝິກອົບຮົມໃນຄັ້ງນີ້ຈະດຳເນີນໄປເປັນເວລາ 5 ມື້
( 3-7 ມີນາ 2014).
No comments:
Post a Comment