Ad

Ad

4 March 2014

ການບຸກລຸກປ່າເປັນສາເຫດເຮັດໃຫ້ຢາພື້ນເມືອງຫຼຸດໜ້ອຍຖອຍລົງ



   ປັດຈຸບັນເຖິງແມ່ນວ່າຕາໜ່າງສາທາລະນະສຸກໄດ້ຮັບການ ຂະຫຍາຍ ລົງສູ່ຮາກຖານຫຼາຍຂຶ້ນ, ຢາປິ່ນປົວ ພະຍາດ ຕ່າງໆໄດ້ພັດທະນາດີຂຶ້ນ, ແຕ່ຄຽງຄູ່ກັນນັ້ນການສົ່ງເສີມ ແລະ ນຳໃຊ້ຢາພື້ນເມືອງເຂົ້າໃນການປິ່ນ ປົວພະຍາດ ແລະ ຮັກສາສຸ ຂະພາບກໍ່ຍັງມີຫຼາຍ, ແຕ່ທຸກມື້ນີ້ຢາພື້ນ ເມືອງຂອງລາວກຳລັງຖືກໄພຂົມຂູ່ ແລະ ສ່ຽງທີ່ຈະສູນພັນ, ສາເຫດຫຼັກ ແມ່ນການບຸກລຸກປ່າ ແລະ ການຕັດໄມ້ທຳລາຍປ່າ. 
    ຕາມຂໍ້ມູນຈາກກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມໃຫ້ຮູ້ວ່າ: ປັດຈຸບັນລາວເຮົາໄດ້ອະ ນຸຍາດໃຫ້ສຳປະທານປູກໄມ້ອຸດສາຫະກຳໃນເນື້ອທີ່ປະມານ 1,6 ລ້ານ ເຮັກຕາຕາມນະໂຍບາຍຫັນທີ່ດິນ ເປັນທືນຂອງລັດຖະບານວາງອອກ, ແຕ່ວ່າບາງໂຄງການມີການບຸກເບີກເນື້ອ
ທີ່ເກີນກຳນົດທີ່ລັດຖະບານອະນຸຍາດໃຫ້ ແລະ ພ້ອມນັ້ນກໍຍັງມີການລັກລອບຕັດໄມ້ທຳລາຍປ່າເກີດຂຶ້ນຢ່າງແຜ່
ຫຼາຍ, ເຮັດໃຫ້ເນື້ອທີ່ປ່າຫຼຸດລົງ, ເຫັນ ໄດ້ໃນເມື່ອກ່ອນເນື້ອທີປົກຫຸ້ມປ່າໃນທົວປະເທດມີເຖິງ 70%, ແຕ່ມາ ຮອດປັດຈຸບັນຍັງເຫຼືອພຽງ 40%, ຊຶ່ງຢາພື້ນເມືອງທັງໝົດມີແຫຼ່ງກຳເນີດຢູ່ໃນປ່າ ແລະ ກໍແນ່ນອນວ່າເມື່ອຈຳ ນວນປ່າໄມ້ຫຼຸດລົງ, ໝາຍເຖິງຕົ້ນໄມ້ ທີ່ເປັນແຫຼ່ງຢາພື້ນເມືອງກໍ່ຫຼຸດລົງຊັນດຽວກັນ, ຊຶ່ງທັງສອງປັດໃຈບໍ່ວ່າ ຈະເປັນໂຄງການສຳປະທານທີ່ດິນ ແລະ ການຕັດໄມ້ທຳລາຍປ່າທັງຜິດກົດໝາຍ ແລະ ຖືກກົດໝາຍກໍ ປັນສາ ເຫດເຮັດໃຫ້ແຫຼ່ງພຶດພັນຢາພື້ນເມືອງຂອງລາວມີທ່າອ່ຽງຫຼຸດໜ້ອຍຖອຍລົງ ແລະ ອາດຈະສູນພັນກໍເປັນໄດ້, ຖ້າ ຍັງບໍ່ມີມາດຕະການຄຸ້ມຄອງຢ່າງເຂັ້ມ ງວດ, ເຖິ່ງແມ່ນວ່າທີ່ຜ່ານມາໜ່ວຍງານສາທາລະນະສຸກໄດ້ມີການຟື້ນຟູ ອະນຸລັກຮັກສາແນວພັນຢາພື້ນເມືອງ ກໍຕາມ.
   ໃນອະດີດຢາພື້ນເມືອງແມ່ນມີບົດບາດສຳຄັນຫຼາຍຕໍ່ການດຳລົງຊີວິດຂອງຄົນລາວ, ໂດຍສະ ເພາະແມ່ນປະ ຊາຊົນເຂດຫ່າງໄກສອກຫຼີກ, ເນື່ອງຈາກໃນເວລາ ນັ້ນຕາໜ່າງບໍລິການສາທາລະນະສຸກຍັງບໍ່ທັນຂະຍຫາຍຕົວ ແລະ ຢູ່ແຕ່ລະບ້ານກໍຈະມີໝໍຢາພື້ນເມືອງປະຈຳບ້ານທີ່ໃຫ້ການປິ່ນປົວແກ່ຊາວບ້ານ ແລະ ໃນປີ 1976 ໄດ້ມີ ການສ້າງຕັ້ງສະຖາບັນຢາພື້ນເມືອງຂຶ້ນ ແລະ ໄດ້ຂຶ້ນບັນຊີພັນໄມ້ທີ່ເປັນຢາພື້ນເມືອງ ປະມານ 1600 ກວ່າຊະນິດ ແລະ ນັບມື້ເພີ່ມຂຶ້ນເລື້ອຍໆ.

No comments:

Post a Comment