Ad

Ad

20 March 2014

ຈາກນັກສຶກສາກາຍເປັນໂຈນ



          ທ້າວ ສົມຫວັງ ອາຍຸ 17 ປີ ຈາກນັກສຶກສາທີ່ຮຽນຢູ່ສະຖາ ບັນແຫ່ງໜຶ່ງ ແລະ ກຳລັງ ມີອະນົດຄົດຈາກການສຶກສາ ຮ່ຳຮຽນ ແຕ່ກໍຕ້ອງຕົກອັບພາຍຫຼັງໄປພົວພັນກັບສິ່ງເສບຕິດ ແລະ ບັນຫາ ໄພສັງຄົມເຮັດໃຫ້ຕ້ອງເລີກຈາກການສຶກສາຮ່ຳຮຽນກັບກາຍມາເປັນໂຈນສຸດທ້າຍຖືກ ຈັບດຳເນີນຄະດີໃນຂໍ້ຫາສໍ້ໂກງຊັບຂອງພົນລະເມືອງ ​ແລະ ຜ່ານການສືບສວນ-ສອບ ສວນຜູ້ ກ່ຽວຮັບສາ ລະພາບວ່າ: ເຄີຍຕ້ອງໂທດມາ 1 ຄັ້ງ ໃນປີ 2013 ຂໍ້ຫາລັກຊັບພົນລະເມືອງ ​ແລະ ຖືກສານຕັດສິນ ລົງໂທດ 3 ເດືອນ ແລະ ພາຍຫຼັງ ພົ້ນໂທດອອກມາກໍໄດ້ເຄື່ອນໄຫວຕົວະ ຕົ້ມສໍ້ໂກງຊັບຂອງພົນລະເມືອງຄື: ​ເມື່ອເດືອນມັງກອນຜ່ານມາໄດ້ໄປຕົວະເອົາລົດຂອງໝູ່ຈາກ ນັ້ນກໍໄດ້ໄປຂາຍໃຫ້ປະ ຊາຊົນຢູ່ບ້ານດອນໜູນ ເມືອງໄຊທານີ ນະຄອນຫຼວງວຽງຈັນກ່ອນຖືກ ເຈົ້າໜ້າທີ່ຈັບຕົວມາດຳເນີນຄະດີໃນ​ວັນ​ທີ 20 ກຸມພາ​ຜ່ານ​ມານີ້.
           ຂ່າວຍັງໃຫ້ຮູ້ວ່າ: ໃນວັນ ທີ 18 ມີນານີ້ ສານປະຊາຊົນນະ ຄອນຫຼວງວຽງຈັນກໍ​ໄດ້​ຕັດສິນ​ຄະດີຜູ້ຕ້ອງຫາລັກຊັບພົນ ລະເມືອງຈຳນວນ 3 ຄົນ ຄືທ້າວ ໂກໂບລິ ຫຼື ລິ ອາຍຸ 23 ປີ ຢູ່ບ້ານຊ້າງຄູ້, ທ້າວ ອຳຄາ ຫຼື ຍາວ ອາຍຸ 23 ປີ ແລະ ທ້າວ
ພອນຈິດ ອາຍຸ 28 ປີ ທັງສາມຢູ່ເມືອງ ໄຊທານີ ນະຄອນຫຼວງວຽງຈັນຖືກເຈົ້າໜ້າທີ່ຕຳຫຼວດກັກຕົວໄດ້ໃນວັນທີ 14 ແລະ 27 ກໍລະກົດ 2013. ຈາກຂໍ້ມູນຫຼັກຖານ ແລະ ຄົ້ນຄວ້າບັນດາເອກະສານແລ້ວເຫັນວ່າທັງສາມມີຄວາມຜິດໃນສະຖານ ລັກຊັບພົນລະເມືອງ​ແທ້ສານຈຶ່ງໄດ້ຕັດອິດສະຫຼະພາບ ທ້າວ ໂກໂບລິ ຈຳຄຸກ 5 ປີ ພ້ອມ ປັບໃໝເງິນ 4 ລ້ານກີບ, ທ້າວ ອຳ ຄາ ຈຳ ຄຸກ 1 ປີ ພ້ອມທັງປັບໃໝ 1,5 ລ້ານກີບ ແລະ ທ້າວ ພອນຈິດ ຈຳຄຸກ 10 ເດືອນ ພ້ອມທັງປັບ ໃໝ 1 ລ້ານກີບ.

No comments:

Post a Comment