Ad

Ad

20 March 2014

ງວດທີ 1 ພາສີເກັບລາຍຮັບຫຼຸດຄາດໝາຍກວ່າ 10%



          ກົມພາສີກະຊວງການເງິນ ເປີຍເຜີຍວ່າ: ການເກັບລາຍຮັບ ເຂົ້າງົບປະມານງວດທຳອິດໃນ ສົກປີ   2013- 2014 ນີ້ ບັນລຸໄດ້ ພຽງ 1.128 ຕື້ກວ່າກີບເທົ່າກັບ 89,01 % ຂອງແຜນການງວດ ແລະ ເທົ່າກັບ 22,25% ຂອງແຜນ ການປີ, ລາຍ ຮັບທັງໝົດແມ່ນ ໄດ້ຈາກ ກົມພາສີ 2,86 ຕື້ນກີບ, ພາສີເຂດ (1) ໄດ້ 88,60 ຕື້ກີບ, ເຂດ (2) ໄດ້ 39,85 ຕື້ກີບ, ເຂດ (3) ໄດ້ 332,12 ຕື້ກີບ, ເຂດ (4) ໄດ້ 98,62 ຕື້ກີບ ແລະ ພາ ສີເຂດ (5) ເກັບໄດ້ 566,45 ຕີ້ກີບ ແລະ ເພື່ອເຮັດໃຫ້ການ ເກັບລາຍຮັບເຂົ້າງົບປະມານປີນີ້ບັນລຸຄາດໝາຍ, ສຳລັບງວດທີ 2 ນີ້ກົມພາ ສີໄດ້ຕັ້ງເປົ້າໄວ້ປະມານ 5.071 ຕື້ກວ່າກີບ ແລະ ພ້ອມ ນັ້ນກໍຈະໄດ້ເພີ່ມທະໃສ່ວຽກງນສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກພັກ, ພະນັກງານພະແນກ ອ້ອມຂ້າງ ກົມພາສີ, ພາສີປະຈຳເຂດ ແລະ ດ່ານພາສີຊາຍແດນ, ໃຫ້ມີຄວາມອຸ່ນອຽນທຸ່ນທ່ຽງ, ຫ້າວຫັນໃນການຈັດຕັ້ງປະຕິບັດໜ້າ ທີ່ວຽກງານ ຂອງຕົນ, ທັງຮັບປະກັນບໍ່ໃຫ້ມີການຕົກເຮ່ຍ ເສຍຫາຍ, ພ້ອມນັ້ນກົມພາສີກໍໄດ້ປັບປຸງກົນຈັກການຈັດຕັ້ງ ຂອງຂະແໜງພາ ສີໃຫ້ສອດຄ່ອງຕາມຂໍ້ຕົກລົງຂອງລັດຖະມົນຕີວ່າການກະຊວງການເງິນ, ວ່າ ດ້ວຍການຈັດຕັ້ງ ແລະ ເຄື່ອນ ໄຫວຂອງກົມພາ ສີສະບັບປັບປຸງໃໝ່ໃຫ້ມີປະສິດທິພາບກວ່າເກົ່າ.

No comments:

Post a Comment