Ad

Ad

20 March 2014

ເຕືອນໃຫ້ລະວັງພະຍາດທີ່ອາດເກີດໃນລະດູຮ້ອນ



         ເນື່ອງຈາກປີນີ້ສະພາບດິນ ຟ້າອາກາດມີການປ່ຽນແປງ ແລະ ຮ້ອນແຮງ ຈຶ່ງມີຄວາມສ່ຽງໃຫ້ເກີດພະຍາດລະບາດ ໄດ້ ງ່າຍ, ໂດຍສະເພາະໄຂ້ຍຸງລາຍ, ໄຂ້ຫວັດຕາມລະດູການ ແລະ ພະຍາດຖອກທ້ອງໄດ້ງ່າຍດັ່ງນັ້ນຄະນະກຳ ມະ ການຕ້ານ ແລະ ຄວບຄຸມພະຍາດຕິດຕໍ່ນະຄອນຫຼວງວຽງຈັນຈຶ່ງໄດ້ອອກ ແຈ້ ງການເຕືອນໃຫ້ອົງການ ຈັດຕັ້ງ ເມືອງ, ສຳນັກງານທະຫານ, ຕຳຫຼວດ, ຫົວ ໜ່ວຍທຸລະກິດ ແລະ ປະຊາຊົນທຸກຊັ້ນຄົນ, ໃຫ້ເອົາໃຈໃສ່ຕ້ານ ແລະ ສະກັດກັ້ນພະຍາດໄຂ້ເລືອດອອກ ແລະ ໄຂ້ຫວັດ ຕາມລະດູການຊະນິດຕ່າງໆດັ່ງ ນີ້: (1): ຖ້າພົບເຫັນ ຫຼື ໄດ້ຍິນ ຂ່າວຄົນເຈັບທີ່ມີອາການເປັນ ຫວັດຮຸນແຮງ, ເປັນ ພ້ອມ ກັນຫຼາຍຄົນ, ໃນຄອບຄົວ, ໂຮງຮຽນ, ບ່ອນຊຸມຊົນອື່ນໆແມ່ນໃຫ້ລາຍງານສາທາລະນະສຸກທີ່ຢູ່ໃກ້ຄຽງດ່ວນ, (2) ຖ້າ ພົບເຫັນຄົນເຈັບທີ່ເດີນທາງມາຈາກປະເທດທີ່ມີການລະບາດຂອງພະຍາດໄຂ້ຫວັດສັດປີກຫຼືໄດ້ສຳຜັດ, ກິນສັດປີກທີ່ຕາຍ
ໂດຍບໍ່ຮູ້ ສາເຫດແລ້ວມີອາການໄຂ້ຄ້າຍຄືໄຂ້ຫວັດໃຫ້ຮີບຮ້ອນໄປໂຮງໝໍດ່ວນ, (3) ທຸກຄົນຄວນປ່ຽນພຶດຕິກຳຕົນເອງເວ ລາໄອ, ຈາມໃຫ້ໃຊ້ຜ້າປິດປາກ, ດັງ, ພ້ອມທັງປະຕິບັດຕາມຫຼັກການສຸຂະອະນາໄມ, ລ້າງມືທຸກຄັ້ງກ່ອນກິນອາຫານ ແລະ ຫຼັງອອກຈາກຫ້ອງ ນ້ຳທຸກຄັ້ງ, ບໍ່ຄວນໃຊ້ພາຊະນະຮ່ວມກັບຄົນເປັນໄຂ້ຫວັດ ແລະ ຄວນມີສະຕິທຸກຄັ້ງທີ່ຢູ່ໃກ້ກັບຄົນເປັນ ໄຂ້ຫວັດຕ້ອງໄກກວ່າ 1 ແມັດ, (4): ຖ້າພົບເຫັນຄົນເຈັບທີ່ສົງໃສ່ວ່າເປັນໄຂ້ເລືອດອອກ ແມ່ນໃຫ້ແນະນຳເຂົາເຈົ້າໄປໂຮງໝໍ ດ່ວນ, ພ້ອມທັງລາຍງານຫ້ອງການສາທາລະນະສຸກທີ່ໃກ້ຄຽງດ່ວນ ແລະ (5): ໃຫ້ອົງ ການຈັດຕັ້ງທີ່ກ່ຽວຂ້ອງແນະນຳປະຊາ ຊົນຈົ່ງເອົາໃຈໃສ່ຮັກສາ ສິ່ງແວດລ້ອມຕາມສະຖານທີ່ຕ່າງໆ ແລະ ເຮືອນຊານຂອງຕົນໃຫ້ປາສະຈາກແຫຼ່ງເພາະພັນຂອງຍຸງ ລາຍ, ເພື່ອປ້ອງກັນບໍ່ໃຫ້ພະຍາດດັ່ງກ່າວເກີດຂຶ້ນ.

No comments:

Post a Comment