ເຈົ້າໜ້າທີ່ ປກສ ນະຄອນ ຫຼວງວຽງຈັນ ໃຫ້ຮູ້ວ່າ:
ໃນອາ ທິດຜ່ານມາ ຢູ່ນະຄອນຫຼວງ ວຽງຈັນ ໄດ້ເກີດເຫດຄົນຮ້າຍ ເຂົ້າໄປຊີງຊັບແມ່ຄ້າຕາມທ້ອງ
ຕະຫຼາດຫຼາຍຈຸດເຮັດໃຫ້ໄດ້ຮັບ ບາດເຈັບ ແລະ ເສຍຊັບສິນເປັນ ຈຳນວນຫຼາຍຄື: ໃນວັນທີ 3 ມີນາ
ນີ້ ໄດ້ມີຄົນຮ້າຍ 2 ຄົນ ໃຊ້ອາ ວຸດເຂົ້າໄປຊີງຊັບເອົາເງີນພາຍ ໃນກະເປົາຂອງແມ່ຄ້າໃນຮ້ານ
ຂາຍເຄື່ອງຍ່ອຍແຫ່ງໜຶ່ງ ຕັ້ງຢູ່ ບ້ານສົມຫວັງ, ເມືອງ ສີສັດຕະ ນາກ ນະຄອນຫຼວງວຽງຈັນ ໄດ້
ເງິນ 4 ລ້ານກວ່າກີບ ແລະ ໃນ ວັນທີ 26 ກຸມພາ ຜ່ານມາ ໄດ້ມີ ຄົນຮ້າຍຄົນໜຶ່ງໄດ້ເຂົ້າໄປຊີງ
ເອົາສາຍຄໍຄຳໃນຮ້ານຂາຍຄຳ ແຫ່ງໜຶ່ງຢູ່ຕະຫຼາດສີໄຄ, ໄດ້ສາຍ ຄໍຄຳໜັກ 7 ບາດກ່ອນຈະຫຼົບໜີ ໄປຊຶ່ງປັດຈຸບັນກຳລັງເຈົ້າໜ້າທີ່ກຳລັງເລັ່ງຕິດຕາມຕົວຄົນຮ້າຍ
ມາດຳເນີນຄະດີ.
ທ່ານ ພັນໂທ ຄຳແພງ ໄຊຍະ ລາດ ຮອງຫົວໜ້າຫ້ອງຕຳຫຼວດ
ປກສ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນນີ້ນອກ ຈາກບັນຫາຍາເສບຕິດແລ້ວ, ບັນຫາລັກຊັບ,
ປຸ້ນຈີ້-ຊີງຊັບ ກໍເປັນປາກົດການຫຍໍ້ທໍ້ທີ່ພົ້ນເດັ່ນຢູ່ໃນນະ ຄອນຫຼວງວຽງຈັນ ໂດຍສະເລ່ຍ
ກວມເອົາ 80% ຂອງປະກົດການ ຫຍໍ້ທໍ້ເກີດຂື້ນທັງໝົດຄື: ໃນປີ 2013 ຜ່ານມາ ຢູ່ນະຄອນຫຼວງວຽງຈັນມີ
ປາກົດການຫຍໍ້ທໍ້ເກີດຂຶ້ນ 3 ພັນກ່ວາກໍລະນີ ທຽບໃສ່ປີ 2012 ຫຼຸດລົງ 398 ຄັ້ງ, ໃນນັ້ນ ມີປຸ້ນຊັບພົນລະເມືອງ 96 ຄັ້ງ, ຊີງຊັບ 170 ຄັ້ງ, ລັກຊັບ 734 ຄັ້ງ ແລະ ອື່ນໆ ຊຶ່ງເຮັດໃຫ້ມີລົດຈັກ ເສຍຫາຍ 389 ຄັນ ແລະ ຊັບສິນ ອື່ນໆອີກເປັນຈຳ ນວນຫຼາຍ.
ປາກົດການຫຍໍ້ທໍ້ເກີດຂຶ້ນ 3 ພັນກ່ວາກໍລະນີ ທຽບໃສ່ປີ 2012 ຫຼຸດລົງ 398 ຄັ້ງ, ໃນນັ້ນ ມີປຸ້ນຊັບພົນລະເມືອງ 96 ຄັ້ງ, ຊີງຊັບ 170 ຄັ້ງ, ລັກຊັບ 734 ຄັ້ງ ແລະ ອື່ນໆ ຊຶ່ງເຮັດໃຫ້ມີລົດຈັກ ເສຍຫາຍ 389 ຄັນ ແລະ ຊັບສິນ ອື່ນໆອີກເປັນຈຳ ນວນຫຼາຍ.
ທ່ານ ຮອງຫົວໜ້າຫ້ອງຕຳ ຫຼວດ ໃຫ້ທັດສະນະວ່າ:
ສາເຫດທີ່ພາໃຫ້ເກີດປະກົດການຫຍໍ້ທໍ້ດັ່ງກ່າວສ່ວນໃຫຍ່ແມ່ນ ມີຕົ້ນເຫດ ມາຈາກບັນຫາຢາເສບຕິດ
ແລະ ກຸ່ມຄົນທີ່ບໍ່ມີວຽກເຮັດງານທຳ ແລະ ການລອກຮຽນແບບກັບປະເທດໃກ້ຄຽງ, ເພື່ອສ້າງຄວາມບໍ່ສະຫງົບໃນສັງຄົມດັ່ງນັ້ນພາກສ່ວນ
ແລະ ຂະແໜງການໃນທົ່ວສັງຄົມຈະຕ້ອງໄດ້ພ້ອມກັນເພີ່ມທະວີສະກັດ ກັ້ນ ແລະ ແກ້ໄຂບັນ ຫາດັ່ງກ່າວໃຫ້ຫຼຸດຜ່ອນລົງ.
No comments:
Post a Comment