ໃນວັນທີ 4 ມີນານີ້, ສານນະຄອນຫລວງວຽງຈັນ
ໄດ້ຕັດ ສິນປະຫານຊີວິດທ້າວ ຊຽງຂາວ ອາຍຸ 41 ປີ ແລະ ນາງ ພັນ ອາຍຸ 35 ປີ ທັງສອງເປັນຜົວເມຍກັນ
ຢູ່ບ້ານດ່ານຊ້າງ ເມືອງໄຊທານີ ນະຄອນຫລວງວຽງຈັນ ຍ້ອນຂໍ້ຫາຄ້າຂາຍຢາເສບຕິດ
ເຊິ່ງພວກກ່ຽວຖືກເຈົ້າໜ້າທີ່ກັກຕົວໄດ້ໃນຂະນະຂົນສົ່ງຢາເສບຕິດໃຫ້ເຄືອຂ່າຍຢູ່ເຂດສະໜາມກິລາແຫ່ງຊາດ
ຫລັກ 16 ນະຄອນຫລວງວຽງຈັນ ໃນທ້າຍປີ 2011 ພ້ອມຂອງກາງຢາບ້າ 54 ພັນເມັດ ໂດຍທັງສອງຮັບສາລະພາບວ່າ:
ຢາເສບຕິດທັງໝົດແມ່ນເອົາມາຈາກຂະບວນການຄ້າຢາເສບຕິດລາຍໃຫຍ່ຢູ່ພາກເໜືອຂອງລາວ.
ຂ່າວໄດ້ໃຫ້ຮູ້ຕື່ມວ່າ:ໃນວັນທີ 3 ມີນານີ້, ສານປະຊາຊົນແຂວງ
ສະຫວັນນະເຂດ, ໄດ້ຕັດສີນລົງ ໂທດທ້າວ ສົມລັກ ອາຍຸ 29 ປີ ຢູ່ບ້ານເພຍກ່າເມືອງຈຳພອນ, ທ້າວ
ສີພະຈັນ ອາຍຸ 38 ປີ ຢູ່ ບ້ານໄຊມຸງຄຸນ ເມືອງອຸທຸມພອນ
ໃຫ້ຈຳຄຸກຜູ້ລະ 5 ປີ ພ້ອມປັບໃໝ ເງິນຜູ້ລະ 10 ລ້ານກີບ ຍ້ອນມີຢາ ບ້າໄວ້ຄອບຄອງຫລາຍກວ່າ
ຮ້ອຍເມັດ ແລະ ທ້າວ ຟານວັນ ຮ໋ອກ
(ສັນຊາດ ຫວຽດນາມ) ອາຍຸ 37 ປີ ຢູ່ບ້ານມະນີວົງໄຊ ຖືກຕັດອິດສະຫລະພາບຈຳຄຸກ ຕະຫລອດຊີວິດຍ້ອນມີຢາເສບ
ຕິດປະເພດ ຢາບ້າໄວ້ຄອບຄອງ ຈຳນວນຫລາຍກວ່າ 12 ພັນເມັດ. ໂດຍພວກກ່ຽວຖືກເຈົ້າໜ້າທີ່ກັກຕົວໄດ້ເມື່ອທ້າຍປີ
2012.
No comments:
Post a Comment